ກະຊວງສຶກສາທິການ ແລະ ກິລາ ນຳສະເໜີ 2 ວີດີໂອທຳອິດ ໃນໂອກາດວັນຄູແຫ່ງຊາດ ທີ 7 ຕຸລາ ຄົບຮອບ 31 ປີ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດຂຶ້ນໃນວັນທີ 3 ຕຸລາ 2025 ທີ່ໂຮງແຮມອາມາຣີ ນະຄອນຫຼວງວຽງຈັນ ເພື່ອຫັນປ່ຽນທັດສະນະຄະຕິດ້ານສຶກສາຂອງຜູ້ຄົນໃນທົ່ວປະເທດ. ມີທ່ານ ນາງ ມະນີວັນ ເຢຍປາວເຮີ ຮອງປະທານກຳມາທິການວັດທະນະທຳສັງຄົມ ສະພາແຫ່ງຊາດ, ທ່ານ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງອອນລາຍ.
ທ່ານ ນາງ ດາລາວອນ ກິດຕິພັນ ມີຄຳເຫັນວ່າ: ກະຊວງສຶກສາທິການ ແລະ ກິລາ ໄດ້ພັດທະນາແຜນໂຄສະນາຄັ້ງນີ້ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ເພື່ອແກ້ໄຂບັນຫາການປະລະການຮຽນ ແລະ ການຫຼຸດລົງການເຂົ້າຮຽນຂອງນັກຮຽນ ແນໃສ່ຊຸກຍູ້ໃຫ້ນັກຮຽນເຫັນໄດ້ຄວາມສຳຄັນຂອງການສຶກສາ.

ທ່ານ ນາງ ເບັນນິຕາ ຊຳເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ມີຄຳເຫັນວ່າ: ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ໃຫ້ການສະໜັບສະໜູນ ສິ່ງທີ່ເປັນບຸລິມະສິດຂອງກະຊວງສຶກສາທິການ ແລະ ກິລາ. ບໍ່ພຽງແຕ່ໃນການພັດທະນາຫຼັກສູດ ແລະ ປັບປຸງຄຸນນະພາບການສອນເທົ່ານັ້ນ ຍັງເພື່ອຫັນປ່ຽນແນວຄິດດ້ານການສຶກສາໃຫ້ມີຄຸນຄ່າ ແລະ ເຮັດໃຫ້ຊຸມຊົນມີຄວາມເຂົ້າໃຈຕໍ່ວຽກງານການສຶກສາຫຼາຍຂຶ້ນ, ຮັບປະກັນໃຫ້ເດັກນ້ອຍລາວທຸກຄົນ ໄດ້ຮັບໂອກາດຮໍ່າຮຽນ ດ້ວຍການສຶກສາທີ່ມີຄຸນນະພາບ.

ແຜນໂຄສະນານີ້ຈະຊ່ວຍແກ້ໄຂບັນຫາການຫຼຸດລົງດ້ານການເຂົ້າຮຽນຂອງນັກຮຽນ ແລະ ຕອບຂໍ້ສົງໃສກ່ຽວກັບຄຸນຄ່າການສຶກສາໃຫ້ຜູ້ປົກຄອງ ແລະ ນັກຮຽນ. ໂດຍຜ່ານ 4 ບົດເລື່ອງຂອງແຜນໂຄສະນານີ້ ຈະເລົ່າເລື່ອງລາວຄວາມເປັນຈິງ ທີ່ມີຈຸດປະສົງເພື່ອສ້າງແຮງບັນດານໃຈໃຫ້ນັກຮຽນສືບຕໍ່ການສຶກສາຮ່ຳຮຽນຂອງເຂົາເຈົ້າ, ຮັບປະກັນຜົນປະໂຫຍດຕະຫຼອດຊີວິດຂອງຜູ້ປົກຄອງ ແລະ ສັນລະເສີນການອຸທິດຕົນຂອງຄູ.

ທ່ານນາງ ດາລາວອນ ກິດຕິພັນ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງແຜນໂຄສະນາສົ່ງເສີມການສຶກສາໃນຄັ້ງນີ້ວ່າ: ແຜນໂຄສະນາສົ່ງເສີມການສຶກສານີ້ ແມ່ນເປັນຂີດໝາຍສໍາຄັນໃນການຫັນປ່ຽນແນວຄິດກ່ຽວກັບຄຸນຄ່າຂອງການສຶກສາຢູ່ໃນລາວ ພ້ອມທັງເປັນການເຊີດຊູບົດບາດຂອງຄູໃຫ້ສູງເດັ່ນຂຶ້ນອີກ ເພາະຄູແມ່ນແຮງບັນດານໃຈໃຫ້ນັກຮຽນ ແລະ ຜູ້ປົກຄອງ, ແຜນໂຄສະນານີ້ ຍັງຈະເສີມຂະຫຍາຍຄໍາໝັ້ນສັນຍາຮ່ວມກັນຂອງພວກເຮົາໃນດ້ານການສຶກສາ ທີ່ເປັນໃຈກາງຂອງການພັດທະນາຊັບພະຍາກອນມະນຸດ ແລະ ເປັນພື້ນຖານຂອງການພັດທະນາປະເທດຊາດ.
ຂ່າວ – ພາບ : ວສລ


