ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນຳສະເໜີ ໜັງສືຜູກໃບລານ ປະຫວັດພະບາງ ແລະ ພະແກ້ວມໍລະກົດ

Dec 18, 2024

ພິທີ ນຳສະເໜີ ການຈັດພິມ ໜັງສືຜູກໃບລານ ປະຫວັດພະບາງ ແລະ ໃບລານປະຫວັດ ພະແກ້ວມໍລະກົດ ຈັດຂຶ້ນໃນວັນທີ 17 ທັນວາ 2024 ທີ່ຫໍພິພິທະພັນແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈໍາ ລາວ, ທ່ານ ຄິມ ຊັງອຸກ ຫົວໜ້າກົມພົວພັນຕ່າງປະເທດ, ສູນວັດທະນະທຳ ອາຊີ ສ ເກົາຫລີ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຂະແໜງ ຈາກສູນກາງ ແລະ ຄະນະຜູ້ແທນ ສ ເກົາຫລີ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ນາງ ດາລານີ ພົມມະວົງສາ ໃຫ້ຮູ້ວ່າ: ການນຳສະເໜີ ໜັງສືຜູກໃບລານ ດັ່ງກ່າວ, ເປັນໜຶ່ງໃນກິດຈະກຳ ພາຍໃຕ້ໂຄງການ ສ້າງລະບົບຄຸ້ມຄອງຂໍ້ມູນດີຈິຕອນ ທາງດ້ານວັດທະນະທຳ ແລະ ຍົກລະດັບຂີດຄວາມສາມາດ ຂອງບຸກຄະລາກອນ ໃນຂະແໜງວັດທະນະທຳ ຢູ່ ສປປ ລາວ ໃນການປົກປັກຮັກສາ ໜັງສືຜູກໃບລານ ທີ່ເປັນເອກະສານເກົ່າແກ່ຂອງລາວ ໃນປະຫວັດສາດ ແຕ່ດົນນານມາແລ້ວ ເຊິ່ງໄດ້ຮັບການຈົດກ່າຍ ຈາກບັນດາພະສົງສາມະເນນ ແລະ ນັກປາດອາຈານ ໃນສະໄໝກ່ອນ ສືບທອດມາເຖິງປັດຈຸບັນ ຖືເປັນມໍລະດົກທາງພູມປັນຍາທີ່ລໍ້າຄ່າ ເນື່ອງຈາກບັນຈຸເນື້ອຫາສາລະທີ່ກວ້າງຂວາງເຊັ່ນ: ປະຫວັດສາດ, ວັນນະຄະດີ, ພາສາສາດ, ຢາພື້ນເມືອງ, ພະທໍາຄໍາສອນ ຂອງສາສະໜາ ຕະຫລອດຮອດຄໍາພີດີກາທີ່ສໍາຄັນຕ່າງໆ ເຊິ່ງຖືກເກັບຮັກສາໄວ້ຕາມຫໍສະໝຸດ ແລະ ວັດວາອາຮາມໃນຂອບເຂດທົ່ວປະເທດ.
ທ່ານ ນາງ ດາລານີ ພົມມະວົງສາ ໃຫ້ຮູ້ອີກວ່າ: ນັບເປັນເວລາດົນນານແລ້ວ ທີ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຮ່ວມມືກັບຫລາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ໃນການເຄື່ອນໄຫວວຽກເກັບກໍາ, ເກັບຮັກສາ, ຂຶ້ນບັນຊີ ແລະ ປະລິວັດຈັດພິມອອກຈໍາໜ່າຍ. ເນື່ອງຈາກໜັງສືຜູກໃບລານຂອງລາວມີຈໍານວນຫລາຍ ແລະ ມີຂອບເຂດທີ່ກວ້າງຂວາງ ດັ່ງຂໍ້ມູນການຄົ້ນຄວ້າສໍາຫລວດ ຂອງຫໍສະໝຸດແຫ່ງຊາດ ນະຄອນຫລວງວຽງຈັນ ຕັ້ງແຕ່ປີ 1992 ເຖິງປີ 2002 ໜັງສືໃບລານ ທົ່ວປະເທດລາວ ມີ 8 ແສນກວ່າຜູກ ໃນເວລານັ້ນ ປັດຈຸບັນນີ້ ກໍມີຫລຸດໜ້ອຍຖອຍລົງ ຍ້ອນເຫດຜົນຫລາຍປະການຄື: ການເກັບຮັກສາຕົ້ນສະບັບ ບໍ່ໄດ້ດີເທົ່າທີ່ຄວນ ເປັນຕົ້ນ ປ່ອຍໃຫ້ປວກ, ໜູ ຫລື ສັດອື່ນໆກັດ ກໍ່ໃຫ້ເກີດຄວາມເສຍຫາຍ ແລະ ສູນເສຍ ຈາກໄພພິບັດຕ່າງໆ ເຊັ່ນ: ໄຟໄໝ້, ນໍ້າຖ້ວມ ແລະ ອື່ນໆ.
ໂຄງການສ້າງລະບົບຄຸ້ມຄອງຂໍ້ມູນດີຈິຕອນ ທາງດ້ານວັດທະນະທຳ ແລະ ຍົກລະດັບຂີດຄວາມສາມາດ ຂອງບຸກຄະລາກອນ ໃນຂະແໜງວັດທະນະທຳ ຢູ່ ສປປ ລາວ ເປັນໂຄງການຊ່ວຍເຫລືອທາງການເພື່ອການພັດທະນາ ຂອງສາທາລະນະລັດ ເກົາຫລີ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສ ເກົາຫລີ ໄດ້ມອບໃຫ້ສູນວັດທະນະທຳອາຊີ ເປັນຜູ້ຈັດຕັ້ງປະຕິບັດ ໂດຍມີມູນຄ່າ 3 ຕື້ວອນ, ໄລຍະໂຄງການ 4 ປີ, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2022 ເປັນຕົ້ນມາຈົນເຖິງປີ 2025 ເຊິ່ງໄດ້ປະກອບສ່ວນໃຫ້ການປະຕິບັດນະໂຍບາຍ ການຕ່າງປະເທດຂອງພັກ ແລະ ລັດຖະບານ ໃນການເປີດກວ້າງການຮ່ວມມືກັບສາກົນ ບົນພື້ນຖານສັນຕິພາບ ເອກະລາດ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອຂົນຂວາຍການຊ່ວຍເຫລືອດ້ານທຶນຮອນ ແລະ ເຕັກນິກວິຊາການ ມາປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ, ໜຶ່ງໃນນັ້ນ ກໍແມ່ນການປະກອບສ່ວນຊ່ວຍເຫລືອຢ່າງຈິງໃຈ ຈາກລັດຖະບານ ແຫ່ງ ສາທາລະນະລັດ ເກົາຫລີ.
ຂ່າວ-ພາບ: ທະນູທອງ