ພິທີສອບເສັງນັກຮຽນເກັ່ງ ສາຍສາມັນສຶກສາ ຂັ້ນ ປ 5, ມ 4 ແລະ ມ 7 ປະຈໍາສົກຮຽນ 2024-2025 ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ສໍາເລັດລົງໃນຕອນບ່າຍວັນທີ 19 ກຸມພາ 2025 ນີ້, ພາຍຫຼັງທີ່ໄດ້ດໍາເນີນເປັນເວລາ 1ວັນ. ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອໍານວຍການໂຮງຮຽນ, ຄະນະຮັບຜິດຊອບການສອບເສັງ, ຄູນໍາພາ, ຜູ້ປົກຄອງນັກຮຽນ ແລະ ນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ.
ຜ່ານການສອບເສັງ ຊັ້ນປະຖົມສຶກສາ ປ.5 ວິຊາພາສາລາວ ທີ 1 ທ້າວ ຊີນາທິບ ສຸນາເຄນ ປະຖົມນະພັດສອນ, ທີ 2 ນາງ ມົດແດງ ຈັນທະວົງ ປະຖົມດົງສາມແສນ ແລະ ທີ 3 ນາງ ນໍ້າທິບ ປັນຍາສິດ ປະຖົມຫ້ວຍເປັດ. ວິຊາ ຄະນິດສາດ ທີ 1 ນາງ ໄໝເງິນ ສຸຜາລີ ປະຖົມນະພັດສອນ, ທີ 2 ທ້າວ ແຕັກ ວັນນະສີ ປະຖົມຫ້ວຍເປັດ ແລະ ທີ 3 ທ້າວ ອານິກກອນ ສັນຕິພາບ ປະຖົມປົ່ງແດງ. ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ທີ 1 ນາງ ລຸ້ງລະດາ ຈະເລີນຄຸນ ປະຖົມນະພັດສອນ, ທີ 2 ທ້າວ ອາດອດ ພັນທະວົງ ປະຖົມປົ່ງແດງ ແລະ ທີ 3 ນາງ ມາລີນ່າ ແຈ້ງສະຫວ່າງ ປະຖົມເວີນຄໍາ. ຊັ້ນມັດທະຍົມຕອນຕົ້ນ ມ. 4 ວິຊາ ພາສາລາວ-ວັນນະຄະດີ ທີ 1 ນາງ ອານຸຝົນ ຫັດພະພອນ ມສ ແກ່ນທ້າວ, ທີ 2 ນາງ ອັນຊັນ ສອນສຸພາບ ມສ ເມືອງໝໍ ແລະ ທີ 3 ນາງ ວິໄລລັກ ຄໍາປ້ອງ ມສ ບ້ານໜອງ. ວິຊາ ຄະນິດສາດ ທີ 1 ນາງ ພາວິກອນ ໂຄດປະທິບ ມສ ແກ່ນທ້າວ, ທີ 2 ນາງ ວິໄລພອນ ພັນທະໄລ ມສ ບ້ານໜອງ ແລະ ທີ 3 ນາງ ຈິນໜີ້ ຈັນມະນີ ມສ ປາກແຄມ. ວິຊາ ຟິຊິກສາດ ທີ 1 ນາງ ລັດສະໝີ ແສງຈັນ ມສ ແກ່ນທ້າວ, ທີ 2 ນາງ ວິທະຍາ ຈັນທະວົງ ມສ ບ້ານໜອງ ແລະ ທີ 3 ນາງ ຈູໜີ້ ແກ້ວມະນີ ມ ຕົ້ນວັງປາ. ວິຊາ ເຄມີສາດ ທີ 1 ນາງ ທິຕິນັນ ສິນລະສາ ມສ ແກ່ນທ້າວ, ທີ 2 ນາງ ແຊັດ ວິໄລສັກ ມ ຕົ້ນວັງປາ ແລະ ທີ 3 ນາງ ແພມ ອ່ອນຈັນ ມສ ປາກແຄມ. ຊັ້ນມັດທະຍົມຕອນປາຍ ມ. 7 ວິຊາ ພາສາລາວ-ວັນນະດີ ທີ 1 ນາງ ໄພ່ ພານທອງ ມສ ດອນເມນ, ທີ 2 ນາງ ໄພລິນ ເມືອງມະນີ ມສ ຫ້ວຍເລິກ ແລະ ທີ 3 ທ້າວ ເບຍ ແກ້ວມະນີ ມສ ເມືອງໝໍ. ວິຊາ ຄະນິດສາດ ທີ 1 ທ້າວ ພີລະພົນ ສຸພັນທອງ ມສ ແກ່ນທ້າວ, ທີ 2 ນາງ ມິ້ນ ສຸກວິຫານ ມສ ບ້ານໜອງ ແລະ ທີ 3 ນາງ ເອເຊຍ ສີແສງລັດ ມສ ດອນເມນ, ວິຊາ ຟິຊິກສາດ ທີ 1 ທ້າວ ໂຈ້ ສີບຸນເຮືອງ ມສ ເມືອງໝໍ, ທີ 2 ນາງ ຫຸມພັນ ພູມສະຫວັດ ມສ ແກ່ນທ້າວ ແລະ ທີ 3 ນາງ ແພວາລິນ ແກ້ວມະນີ ມສ ຫ້ວຍເລີກ. ວິຊາ ເຄມີສາດ ທີ 1 ທ້າວ ໂຊຫຼ້າ ແສງຈັນທະວົງ ມສ ເມືອງໝໍ, ທີ 2 ທ້າວ ຫຸມແພງ ພູມສະຫວັດ ມສ ແກ່ນທ້າວ ແລະ ທີ 3 ນາງ ຕຸກຕາ ໄຊຍະລາດ ມສ ຫ້ວຍເລີກ.
ຂ່າວ: ແກ່ນທ້າວ.



