ໃນວັນທີ 12 ກັນຍາ 2024 ນ້ຳຂອງໄດ້ຍຶ້ງຂຶ້ນຍູ້ນ້ຳຈັນລົ້ນຝັ່ງຢູ່ເຂດ ບ້ານປາກຈັນ ເມືອງໝື່ນ ແຂວງວຽງຈັນ ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມຫ້ອງການບ້ານ ແລະ ເຮືອນຂອງພໍ່ແມ່ປະຊາຊົນຈຳນວນໜຶ່ງ.
ຕອນເຊົ້າຂອງວັນທີ 13 ກັນຍາ 2024ນີ້ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ, ທັງເປັນປະທານຄະນະກຳມະການຄຸ້ມຄອງໄພພິ ບັດແຂວງວຽງຈັນ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ເກັບກຳຂໍ້ມູນ ແລະ ໄດ້ຊີ້ນຳໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ບ້ານ ໃຫ້ພ້ອມກັນຕິດຕາມ, ເຝົ້າລະວັງ ລະດັບນ້ຳຢ່າງເອົາໃຈ ໃສ່ ເພາະຄາດວ່າ ລະດັບນ້ຳຂອງອາດຈະເພີ່ມຂຶ້ນສູງກວ່າເກົ່າອີກ 4-5 ວັນທາງໜ້າ ເພຶ່ອເຮັດໃຫ້ ການເຄື່ອນຍ້າຍສັດລ້ຽງ ແລະ ເຄື່ອງເຮືອນໃຫ້ທັນການເພຶ່ອເຮັດໃຫ້ ພໍ່ແມ່ປະຊາຊົນໄດ້ບໍ່ໄດ້ຮັບຜົນເສຍຫາຍຫຼື ໄດ້ຮັບຜົນເສຍຫາຍໜ້ອຍທີ່ສຸດ, ພ້ອມທັງຈັດກຳລັງ ປກສ-ປກຊ ປ້ອງກັນເວນຍາມໃນຕອນກາງຄືນເພຶ່ອປ້ອງ ກັນກຸ່ມຄົນບໍ່ດີອາດຈະສວາຍໂອກາດລັບເອົາຊັບສິນທີ່ມີຄ່າຂອງພ່ໍແມ່ນປະຊາຊົນ.
ໃນໂອກາດນີ້ ທາງຄະນະກຳມະການຄຸ້ມຄອງໄພພິບັດແຂວງວຽງຈັນ ໄດ້ມອບນ້ຳດື່ມກາຫົວເສືອຈຳນວນໜຶ່ງ ໃຫ້ກອງຮ້ອຍທະຫານຊາຍແດນ233ເມືອງໝື່ນແລະອຳຍາດການປົກຄອງບ້ານປາກຈັນ ເພຶ່ອນຳໃຊ້ເຂົ້າໃນວຽກງານໄພພິບັດອີກດ້ວຍ.
ພາບ-ຂ່າວ: ບຸນມາ ແກ້ວບຸດດາ






