ພິທີແນະນໍາດັດຊະນີນະໂຍບາຍ ທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ (SME) 2024 ທີ່ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 20 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳແລະການຄ້າ (ອຄ) ມີລັດຖະມົນຕີເສດຖະກິດອາຊຽນ ທ່ານ Satvinder Singh ຮອງເລຂາທິການໃຫຍ່ອາຊຽນ ເພື່ອປະຊາຄົມເສດຖະກິດອາຊຽນ, ທ່ານ Tetsuya Watanabe ປະທານສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາ ເວັນອອກ (ERIA) ແລະ ບັນດາຜູ້ແທນຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ມະໄລທອງ ກົມມະສິດ ໃຫ້ຮູ້ວ່າ: ການແນະນໍາດັດຊະນີນະໂຍບາຍ SME ຫຼື SME Index Policy ອາຊຽນ 2024 ແມ່ນເຫດການສໍາຄັນ ທີ່ຈັດຂຶ້ນຄຽງຄູ່ກັບກອງປະຊຸມລັດຖະ ມົນຕີເສດຖະກິດອາຊຽນ ຄັ້ງທີ 56 ເພື່ອເປັນຂີດໝາຍສະເຫຼີມສະຫຼອງຄວາມສຳຄັນ ຂອງການສະໜັບສະໜູນ SME ໃຫ້ແກ່ເສດຖະກິດພາກພື້ນອາຊຽນ.
SMEs ແລະ MSMEs ແມ່ນກະດູກສັນຫຼັງຂອງເສດຖະກິດອາຊຽນ ໃນພາກພື້ນອາຊຽນມີ SMEs 70 ລ້ານກວ່າແຫ່ງ ກວມເອົາ 97-99% ຂອງການປະກອບການທັງໝົດ ສ້າງລາຍຮັບໄດ້ ປະມານເຄິ່ງໜຶ່ງຂອງ GDP ຂອງອາຊຽນ ກວມເອົາ 20% ຂອງການສົ່ງອອກທັງໝົດ ແລະ ສ້າງວຽກເຮັດງານທຳໃຫ້ຫຼາຍກວ່າ 80% ຂອງ 180 ລ້ານຕໍາແໜ່ງ ສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງ SME ໃນການປະກອບສ່ວນສະໜັບສະ ໜຸນຄວາມຈະເລີນຮຸ່ງເຮືອງຂອງອາຊຽນ.
ເພື່ອເສີມຂະຫຍາຍບົດບາດດັ່ງກ່າວ ແຜນປະຕິບັດງານຍຸດທະສາດ ກ່ຽວກັບການພັດທະນາ SME (SAPSMED) 2016-2025 ໄດ້ຮັບການພັດທະນາ ໂຄງການສໍາຄັນຕ່າງໆໄດ້ຖືກຈັດຕັ້ງປະຕິບັດ ພາຍໃຕ້ການຮ່ວມ ມື ແລະ ການສະໜັບສະ ໜູນຈາກຄູ່ຮ່ວມຍຸດທະສາດຂອງພວກເຮົາ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ SMEs ຂອງອາຊຽນນັບແຕ່ການເຂົ້າເຖິງດ້ານການເງິນ ການເຂົ້າເຖິງຕະຫຼາດ ແລະ ການເປັນສາກົນ ການຍົກສູງປະສິດທິຜົນ ການພັດທະນາຜູ້ປະກອບການ ລວມເຖິງມຸມມອງຂອງການເປັນມິດຕໍ່ສິ່ງແວດລ້ອມ ແລະ ການຮ່ວມກຸ່ມ.
ສື່ສິ່ງພິມນີ້ ເຮັດໃຫ້ເຮົາຮູ້ເຖິງເຫດການສໍາຄັນ ທີ່ບັນລຸໄດ້ໃນການສົ່ງເສີມ SME ໃນໄລຍະ 6 ປີຜ່ານມາ ແລະ ບາງຊ່ອງວ່າງ ທີ່ຕ້ອງໄດ້ຮັບການປັບປຸງເພີ່ມຕື່ມ ໂດຍສະເພາະ ການອໍານວຍຄວາມສະດວກໃນການຟື້ນຕົວຈາກໂລກລະບາດ ແລະ ການປັບ ປຸງປະສິດທິພາບທາງທຸລະກິດໃນໄລຍະເສດຖະກິດໂລກມີຄວາມສັບສົນ ລະບົບຕ່ອງໂສ້ການສະໜອງທົ່ວໂລກ ແລະ ຄວາມເຄັ່ງຕຶງທາງດ້ານພູມສາດ.
ຈາກການປະເມີນທີ່ລະອຽດຢູ່ໃນ ASPI ຄະນະກຳມາທິການອາຊຽນ ພາກສ່ວນກ່ຽວຂ້ອງ ແລະ ບັນດາຄູ່ຮ່ວມພັດທະນາ ສາມາດສ້າງນະໂຍບາຍ ທີ່ຄົບຖ້ວນ ແລະ ມີປະສິດທິພາບຫຼາຍຂຶ້ນ ທີ່ກ່ຽວຂ້ອງກັບການເພີ່ມປະສິດທິພາບຂອງການນຳໃຊ້ພື້ນຖານໂຄງລ່າງທີ່ມີຢູ່ ລວມທັງປະສົບການ ຄວາມຮູ້ດ້ານການຜະລິດ ແລະ ລະບົບການຂົນສົ່ງສຳເລັດຮູບ ເພື່ອຮັບປະກັນຄວາມເຂັ້ມແຂງຂອງ SME ຫວັງຢ່າງຍິ່ງວ່າ ASPI 2024 ຈະຖືກນຳໃຊ້ເປັນເອກະສານອ້າງອີງ ທີ່ເປັນຮູບປະທໍາ ເພື່ອແນໃສ່ສ້າງນະໂຍບາຍສົ່ງເສີມ SME ທັງໃນລະດັບຊາດ ແລະ ພາກພື້ນ ແລະ ຫວັງວ່າ ຈະໄດ້ຮັບຮູ້ຜົນສຳເລັດອັນໃຫຍ່ຫຼວງຂອງການສົ່ງເສີມ SME ໃນອາຊຽນ ໃນ ASPI ສະບັບຕໍ່ໄປ.






