ນໍ້າຖ້ວມຊຸ ຢູ່ເມືອງຫລາ ເສຍຫາຍ 70 ກວ່າລ້ານກີບ

ວັນທີ 17 ພຶດສະພາ 2024 ຜ່ານມານີ້, ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍຊົ່ວໂມງ ຢູ່ເມືອງຫລາ ເຮັດໃຫ້ນໍ້າຫ້ວຍແຫລ ແລະ ນໍ້າຫລາ ໄຫລຊຸ ເຂົ້າຖ້ວມ ຈຸດບໍລິການກວດ ກາເອກະສານຊົ່ວຄາວ (ຫລັກ 24) ເຮັດໃຫ້ເຮືອນປ້ອມຍາມ 1 ຫລັງ, ຫ້ອງນໍ້າ 1 ຫ້ອງ, ເນື້ອທີ່ດິນຖືກຖົມຈຳນວນໜຶ່ງ ແລະ ປ້ຳນ້ຳມັນ ຖືກນ້ຳຖ້ວມ ສ້າງຜົນເສຍຫາຍທັງໝົດ 70 ກວ່າລ້ານກີບ.
ທີ່ມາ: ຖວທ ເມືອງຫລາ




