ເນື່ອງວ່າຝົນຕົກຕິດຕໍ່ກັນເປັນເວລາຫຼາຍວັນ ບວກກັບປະລິມານແມ່ນ້ຳຂອງເພີ້ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ປະລິມານນ້ຳຫ້ວຍສາຍຕ່າງໆ ໄດ້ເພີ້ມຂຶ້ນ ແລະ ບໍ່ສາມາດລະບາຍລົງສູ່ແມ່ນ້ຳຂອງໄດ້, ມາຮອດຕອນເຊົ້າຂອງວັນທີ 12 ກັນຍາ 2024 ນີ້.
ລະດັບນໍ້າຂອງໄດ້ສືບຕໍ່ເພີ້ມຂຶ້ນສູງຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳລັ່ງໄຫຼເຂົ້າຖ້ວມຂັງຕາມບ້ານ, ເຮືອນຂອງປະຊາຊົນທີ່ອາໄສຢູ່ແຄມແມ່ນ້ຳຂອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນຕົ້ນແມ່ນ ເນື້ອທີ່ສວນປູກພືດຜັກ, ຮົ້ວສວນ, ເຮືອນຊານ, ຮ້ານອາຫານ, ເສັ້ນທາງເຂດກຸ່ມບ້ານນ້ຳຍອນ, ບ້ານຫ້ວຍຕາບ, ບ້ານໜອງຊາຍ, ເຂດກຸ່ມບ້ານພິບຸນທອງ, ກຸ່ມບ້ານດ່ານຖິ່ນ ເລີ້ມໄດ້ຮັບຜົນກະ ທົບ ແລະ ເສັ້ນທາງບໍລິເວນສາມແຍກສະພາປະຊາຊົນແຂວງບໍ່ແກ້ວ ໄປຫາ ບໍລິເວນໜ້າຫ້ອງການອົງການກວດກາພັກ-ລັດແຂວງບໍ່ແກ້ວ ນ້ຳໄດ້ຊຸກຝັງເຮັດໃຫ້ດິນເຈື່ອນເຂົ້າຫາທາງໄດ້ຮັບຄວາມເສຍຫາຍຈົນບໍສາມາດສັນຈອນໄປ-ມາຊົ່ວຄາວ.
ຕໍ່ສະພາບການດັ່ງກ່າວ ຄະນະກໍາມະການປ້ອງກັນ ແລະ ຄວບ ຄຸມໄພພິບັດຂັ້ນເມືອງ, ຂັ້ນແຂວງ ສົມທົບກັບ ຄະນະພັກ, ອົງ ການປົກຄອງບ້ານ, ສອງກຳລັງ ປກສ-ປກຊ ກຽມກໍາລັງຊ່ວຍ ເຫຼືອປະຊາຊົນ ພ້ອມທັງ ອອກແຈ້ງເຕືືອນປະຊາຊົນບັນດາເຜົ່າ ຊ່ວຍກັນຕິດຕາມເຝົ້າລະວັງ ສະພາບການທີ່ອາດຈະເກີດຂຶ້ນຢ່າງໃກ້ສິດ ໃນເບື້ອງຕົ້ນທາງກອງບັນຊາການທະຫານເມືອງຫ້ວຍຊາຍ ໄດ້ນຳກຳລັງເຂົ້າຊ່ວຍເຫຼືອປະຊາຊົນບ້ານຫ້ວຍຕາບ ຂົນເຄື່ອງໃຊ້ຕ່າງອອກຈາກເຮືອນປະຊາຊົນມາຢູ່ເຂດປອດໄພ ສ່ວນຜົນກະທົບ ແລະ ເສຍຫາຍຕ່າງໆທີ່ເກີດຂຶ້ນທາງພາກສ່ວນກ່ຽວຂ້ອງ ກໍ່ຄື ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ຈະລົງເກັບກໍາລາຍງານພາຍຫຼັງຕື່ມ.
ຂ່າວເມືອງຫ້ວຍຊາຍ: ທອງເພັດ







