ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນໍ້າອູເຂດເມືອງງອຍ ຍື່ງຂຶ້ນສູງເລີ່ມກະທົບຜູ້ຢູ່ໃກ້ແຄມຝັ່ງ

Sep 12, 2024

(11.9.24) ເວລາປະມານ 15:00 ມີລາຍງານຈາກທ້ອງຖິ່ນວ່າ: ລະດັບນໍ້າອູເຂດ ບ້ານໜອງຂຽວ, ສົບຮຸນ ເມືອງງອຍ ແຂວງຫລວງພະບາງຂຶ້ນສູງໃກ້ເຂດອັນຕະລາຍ.
ອີງຕາມການລາຍງານຂອງກົມອຸຕຸນິຍົມ ແລະ ອຸກທົກກະສາດ ໃຫ້ຮູ້ວ່າ: ໃນໄລຍະວັນທີ 10-13 ກັນຍາຈະມີຝົນຕົກໜັກຢູ່ແຂວງພາກເໜືອ. ສຳລັບແຂວງຫລວງພະບາງ ປະລິມານນໍ້າຝົນພາຍໃນ 24 ຊົ່ວໂມງ 12 ໂມງມືນີ້ ຫາ 12 ໂມງມື້ອື່ນ ວັດແທກໄດ້ຢູ່ທີ່ 81.4 ມມ ເປັນປະລິມານນໍ້າຝົນຫລາຍທີ່ສຸດ ອາດສົ່ງຜົນໃຫ້ສາຍນໍ້າຕ່າງໆເພີ່ມລະດັບສູງຂຶ້ນ ແລະ ເກີດມີນໍ້າຖ້ວມກະທັນ ຫັນໄດ້.
ສະນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນ ທີ່ມີບ້ານລຽບຕາມລ້ອງນ້ຳອູ ເຝົ້າລະວັງຢ່າໃກ້ຊິດ ແລະ ໃຫ້ເກັບມ້ຽນເຄື່ອງຂອງທີ່ຈຳເປັນ, ນຳເອົາສັດລ້ຽງໄວ້ບ່ອນທີ່ສູງ ແລະ ບ່ອນທີ່ປອດໄພ.
ພາບ: Laos Window