ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຣູໄນ ດາຣູຊາລາມ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

Jul 4, 2024

ໃນວັນທີ 4 ກໍລະກົດ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຮັບເງິນສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈາກລັດຖະບານ ບຣູໄນ ດາຣູຊາລາມ ຈໍານວນ 300,000 ໂດລາສະຫະລັດ ໂດຍແມ່ນ ທ່ານ Roslan Haji Yacub, ເອກອັກຄະຣາຊະທູດ ແຫ່ງ ບຣູໄນ ດາຣູຊາລາມ ປະຈໍາ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານບຣູໄນ ມອບເງິນສະໜັບສະໜູນດັ່ງກ່າວ.
ການສະໜັບສະໜູນໃນຄັ້ງນີ້ ແມ່ນຈະນໍາໃຊ້ເຂົ້າໃນວຽກງານການດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.