ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບັນຍາກາດປ່ອນບັດເລືອກຕັ້ງ ສສຊ-ສສ ນວ ຢູ່ໜ່ວຍເລືອກຕັ້ງວັດໜອງບອນ

Feb 22, 2026

ບັ້ນປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ໄດ້ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ໃນວັນທີ 22 ກຸມພາ 2026 ນີ້, ສະເພາະບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຈັດຂຶ້ນທີ່ວັດໜອງບອນ ເປັນໜ່ວຍທີ 18 ໂດຍມີ ທ່ານ ນາງ ບຸນຄໍາ ວໍລະຈິດ ຄະນະເລຂາທິການສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍປະຊາຊົນລາວຜູ້ມີສິດເລືອກຕັ້ງ ໄດ້ພ້ອມພຽງກັນໄປໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດເລືອກເອົາ ສສຊ ແລະ ສສຂ ຢ່າງຄຶກຄື້ນ.
May be an image of suit May be an image of dais, temple and text
ທ່ານ ນາງ ພວງມະໄລ ພົງພາວັນ ເລຂາພັກບ້ານໜອງບອນໄດ້ໃຫ້ຮູ້ວ່າ: ບ້ານໜອງບອນມີ 1 ຈຸດປ່ອນບັດເລືອກຕັ້ງ, ມີ 477 ຫລັງຄາເຮືອນ, ມີ 305 ຄອບຄົວ, ມີ 48 ໜ່ວຍ, ມີພົນລະເມືອງທັງໝົດ 1.391 ຄົນ, ຍິງ 718 ຄົນ. ໃນນັ້ນ, ມີຜູ້ມີສິດເລືອກຕັ້ງທັງໝົດ 1.112 ຄົນ, ຍິງ 631 ຄົນ, ຊຶ່ງປະຊາຊົນພາຍໃນບ້ານ ກໍໄດ້ພ້ອມພຽງຮຽງໜ້າກັນ ເຂົ້າມາປ່ອນບັດເລືອກຕັ້ງຢ່າງຄຶກຄື້ນ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ, ສະຫງົບ, ປອດໄພ.
May be an image of dais, temple and text May be an image of one or more people, temple and text
ໃນໂອກາດນີ້, ທ່ານ ນາງ ບົວວອນ ສຸກລາແສງ ເລຂາພັກເມືອງໄຊເສດຖາ, ຄະນະກໍາມະການຮັບຜິດຊອບການເລືອກຕັ້ງຂັ້ນເມືອງ ໄດ້ໃຫ້ສໍາພາດວ່າ: ສໍາລັບບັນຍາກາດທົ່ວເມືອງໄຊເສດຖາ ໃນບັ້ນປ່ອນບັດເລືອກຕັ້ງຄັ້ງນີ້, ເຫັນໄດ້ວ່າປະຊາຊົນສ່ວນໃຫຍ່ໄດ້ມີຄວາມຕື່ນໄປໃຊ້ສິດເລືອກຕັ້ງ, ແຕ່ລະໜ່ວຍໄດ້ເລີ່ມເປີດຫີບປ່ອນບັດແຕ່ 06:00 ໂມງ, ເຮັດໃຫ້ປະຊາຊົນຜູ້ມີສິດເຂົ້າມາປ່ອນບັດເລືອກຕັ້ງຢ່າງຄຶກຄື້ນ. ນີ້ສະແດງໃຫ້ເຫັນວ່າ ຜ່ານມາທົ່ວເມືອງໄຊເສດຖາ ໄດ້ເອົາໃຈໃສ່ລົງໂຄສະນາ ແລະ ພົບປະພໍ່ແມ່ປະຊາຊົນພາຍໃນເມືອງ ເພື່ອໃຫ້ພົນລະເມືອງລາວຜູ້ມີສິດເລືອກຕັ້ງໄດ້ເຂົ້າໃຈເຖິງເຫດການການເມືອງໜຶ່ງທີ່ສຳຄັນ ໃນທຸກໆ 5 ປີ ບັ້ນປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ກໍຄື ບັ້ນປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ເພື່ອເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ພ້ອມທັງເປັນຕົວແທນນຳເອົາຄຳເຫັນ, ຄຳສະເໜີ ຂອງປະຊາຊົນ ກໍຄື ບັນຫາຕ່າງໆ ທີ່ປະຊາຊົນໃຫ້ຄວາມສົນໃຈ ນຳໄປສະເໜີຕໍ່ໃນສະພາແຫ່ງຊາດ ເພື່ອກ້າວໄປສູ່ການປັບປຸງແກ້ໄຂ ໃຫ້ເປັນຮູບປະທຳ ແນໃສ່ປະກອບສ່ວນພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ຮຸ່ງເຮືອງສີວິໄລ.
May be an image of dais and text May be an image of dais and text
ທົ່ວເມືອງໄຊເສດຖາ ມີໜ່ວຍບ່ອນບັດທັງໝົດ 98 ໜ່ວຍ, ມີຈຸດເຄື່ອນທີ 48 ໜ່ວຍ, ມີຜູ້ໃຊ້ສິດເລືອກຕັ້ງທັງໝົດ 130.000 ກວ່າຄົນ. ສະເພາະ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ມີຜູ້ລົງສະໝັກທັງໝົດ 25 ທ່ານ, ເລືອກເອົາ 19 ທ່ານ ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງໄຊເສດຖາ, ມີຜູ້ລົງສະໝັກຮັບເລືອກຕັ້ງ ທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.
ຂ່າວ-ພາບ: ຂັນໄຊ