(30.9.24) ບັນດາບໍລິສັດ, ຮ້າງຮ້ານ, ນິຕິບຸກຄົນ ແລະພາກສວ່ນອື່ນໆ ໄດ້ນໍາເອົາເງິດສົດ, ວັດຖຸປັດໄຈ, ເຄື່ອງໃຊ້ຊອຍ, ຕ່າງໆມອບຊ່ວຍເຫຼືອແຂວງຫົວພັນ ໃນນີ້ກຸ່ມບໍລິສັດບຸນທະວີຊັບ 200 ລ້ານກີບ, ບໍລິສັດຈີ່ເອີນລາວ 20 ລ້ານກີບ, ຄອບຄົວ ທ່ານ ນາງສິ່ນ ພູນມີໄຊ , ຄອບຄົວ ທ່ານ ອາພູ່ -ນາງ ກົມ ຊື້-ຂາຍເງິນ,ຄໍາ, ວັດຖຸມີຄ່າ ຕະຫຼາດຊໍາເໜືອ ຄອບຄົວລະ 1 ລ້ານກີບ, ຄອບຄົວ ທ່ານພອນສີ (ແອດ)ຮ້ານສ້ອມແປງລົດໃຫ່ຍ ມອບນໍ້າດື່ມ ມູນຄ່າ 3 ລ້ານ 6 ແສນກີບ, ບໍລິສັດ ອີ້ຫຼຽນການຄ້າຂາເຂົ້າ-ຂາອອກຈໍາກັດ ມອບໄຂ່ໄກ່ ຈໍານວນ 100 ແຕະ ມູນຄ່າ 6 ລ້ານ 7 ແສນກີບ, ບໍລິສັດ ນີວໂຮມເຟືອງຢຸງ ມອບ 15 ລ້ານກີບ,ຈໍານວນເຄື່ອງທີ່ໄດ້ຮັບແມ່ນຈະໄດ້ແຈກຍາຍຊ່ວຍເຫຼືອໃຫ້ບັນດາຄອບຄົວ, ສໍານັກງານຫ້ອງການທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້.






