ໃນຕອນຮຸ່ງເຊົ້າຂອງວັນພຸດ ວັນທີ 7 ພຶດສະພາ 2025, ອາຊີໃຕ້ ໄດ້ເຫັນເຫດການໃຫຍ່ຮ້າຍແຮງທີ່ມີຜົນກະທົບຕໍ່ຄວາມປອດໄພຕໍ່ໝັ້ນຄົງຂອງພາກພື້ນ. ອິນເດຍ, ພາຍໃຕ້ “ການດຳເນີນການສິນທຸ” ໄດ້ຍິງລູກສອນໄຟ, ໃຊ້ໂດຣນ ແລະ ການ ໂຈມຕີທາງອາກາດໃສ່ພື້ນທີ່ທີ່ມີພົນລະເມືອງອາໄສຢູ່ໃນເຂດປັນຈາບ ແລະ ອາຊາດຈັມມູ, ລວມເຖິງເຂດກັສເມຍ ເຮັດໃຫ້ຜູ້ບໍລິສຸດເສຍຊີວິດ 26 ຄົນ, ໃນນີ້ ລວມທັງຜູ້ຍິງ ແລະ ເດັກນ້ອຍ. ປາກິດສະຖານ ກ່າວວ່າ: ການໂຈມຕີເປົ້າໝາຍທີ່ບໍ່ແມ່ນທາງການທະຫານ ເຊັ່ນ: ໂບດ, ເຮືອນຊານ, ແລະ ພື້ນຖານໂຄງລ່າງສາທາລະນະ ຖືເປັນການທໍາການກະທໍາທີ່ບໍ່ຖືກຕ້ອງ ແລະ ບໍ່ແມ່ນການປ້ອງກັນຕົວ.
ອິນເດຍ ອ້າງວ່າການກະທຳຄັ້ງນີ້ແມ່ນການຕອບໂຕ້ທີ່ເຊື່ອມໂຍງກັບການໂຈມຕີທີ່ເກີດຂຶ້ນຢູ່ເມືອງປາຮານກັມໃນກັສເມຍທີ່ອິນເດຍຍຶດຄອງຢູ່. ຂະນະທີ່ປາກິດສະຖານໄດ້ຕອບໂຕ້ຢ່າງວ່ອງໄວ. ພາຍໃນເວລາບໍ່ພໍເທົ່າໃດຊົ່ວໂມງ, ເຮືອບິນສູ້ຮົບ ແລະ ໂດຣນຂອງອິນເດຍຖືກຍິງຕົກ. ສະຖານທີ່ທາງທະຫານຢູ່ໃກ້ເສັ້ນຄວບຄຸມໄດ້ຮັບຄວາມເສຍຫາຍ. ການຕອບໂຕ້ດ້ວຍກຳລັງເຫຼົ່ານີ້ ແມ່ນດຳເນີນການພາຍໃຕ້ມາດຕາ 51 ຂອງກົດບັດສະຫະປະຊາຊາດທີ່ເຮັດໜ້າທີ່ເປັນການຂັດຂວາງ ແລະ ການປະກາດວ່າ ປາກິດສະຖານບໍ່ຍອມຈໍານົນຕໍ່ການຮຸກຮານໂດຍບໍ່ມີເຫດຜົນ.
ຄ່າໃຊ້ຈ່າຍຈາກເຫດການໃນຄັ້ງນີ້ ໄດ້ສົ່ງຜົນກະທົບໄປຫຼາຍກວ່າການປະທະກັນ. ການຈະລາຈອນທາງອາກາດຖືກລົບກວນ, ການບິນພົນລະເມືອງຈາກປະເທດເຂດອ້ອມຂ້າງໄດ້ຮັບຄວາມສ່ຽງ ແລະ ເຮືອບິນທາງການຄ້າຂອງປາກິດສະຖານຖືກ ຕ້ອງຢຸດການບິນທາງພາກເໜືອ ເຮັດໃຫ້ຊີວິດຂອງປະຊາຊົນປາກິດສະຖານຕົກຢູ່ໃນຄວາມສ່ຽງ ແລະ ສົ່ງຜົນກະທົບຕໍ່ສະ ຖຽນລະພາບຂອງພາກພື້ນ ແລະ ມາດຕະຖານສາກົນ ອີກດ້ວຍ.
ເບື້ອງຫຼັງເຫດການນີ້ຄືຄວາມເປັນຫ່ວງທີ່ເລິກເຊິ່ງກວ່າ: ເລື່ອງເວລາ, ການເລືອກຕັ້ງຂອງອິນເດຍທີ່ກຳລັງຈະເກີດຂຶ້ນໃນໄວໆ ນີ້, ເຊິ່ງບໍ່ມີໃຜສາມາດກ້າປະຕິເສດຄວາມອາດເປັນໄປໄດ້ທີ່ວ່າຄວາມຂັດແຍ້ງຄັ້ງນີ້ຖືກອອກແບບມາເພື່ອຈຸດປະສົງທາງການເມືອງ ຫຼື ບໍ່. ສິ່ງທີ່ໜ້າເປັນຫ່ວງຍິ່ງກວ່ານັ້ນແມ່ນການໂຈມຕີຕໍ່ໂຄງການພະລັງງານນ້ຳ Neelum–Jhelum ແລະ ການຈໍາກັດການໄຫຼຂອງນໍ້າແມ່ນໍ້າສິນທຸໄປປາກິດສະຖານ ເຊິ່ງຖືເປັນການລະເມີດສົນທິສັນຍາກ່ຽວກັບແມ່ນ້ຳສິນທຸປີ 1960 ແລະ ການໃຊ້ນໍ້າເປັນອາວຸດນີ້ຖືເປັນ “ສົງຄາມສິ່ງແວດລ້ອມ”.
ປາກິດສະຖານ ຕ້ອງການສັນຕິສຸກ, ແຕ່ຈະບໍ່ຍອມຮັບສັນຕິພາບທີ່ຖືກບັງຄັບຈາກປະເທດອື່ນ ແລະ ຮຽກຮ້ອງໃຫ້ມີການສືບສວນສາກົນທີ່ເປັນອິດສະຫຼະ, ແບ່ງປັນຮູບພາບດາວທຽມ ແລະ ສົ່ງເອກະສານຢ່າງເປັນທາງການໃຫ້ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ. ທາງເລືອກຕໍ່ໄປບໍ່ຄວນຖືກກຳນົດໂດຍກຳລັງທະຫານ, ແຕ່ຕ້ອງແມ່ນກົດໝາຍ ແລະ ຈັນຍາບັນທີ່ລະອຽດຈະແຈ້ງ.
ຄວາມຂັດແຍ້ງທີ່ເກີດຂຶ້ນໄດ້ປ່ຽນແປງການແຂ່ງຂັນໃນລະດັບພາກພື້ນກາຍເປັນວິກິດການລະດັບໂລກ. ນີ້ບໍ່ແມ່ນບັນ ຫາຂອງສອງຝ່າຍອີກຕໍ່ໄປ ແຕ່ເປັນການທົດສອບຄວາມໝັ້ນຄົງຂອງສາກົນ. ໂລກຕ້ອງຕັດສິນໃຈວ່າ ຈະໃຫ້ຄວາມຮຸນແຮງໄດ້ຮັບຜົນປະໂຫຍດຈາກຄວາມເປັນກາງ? ຫຼື ຈະຢືນຢູ່ຝ່າຍກົດໝາຍ, ອຳນາດອະທິປະໄຕ ແລະ ຄວາມສັກສິດຂອງຊີວິດປະຊາ ຊົນ? ຄຳຕອບ, ຈະຊັກຊ້າ ຫຼື ໄວ, ຈະກຳນົດຫຼາຍກວ່າອະນາຄົດຂອງອາຊີໃຕ້ ເທົ່ານັ້ນ.
ຄວາມຂັດແຍ້ງລະຫວ່າງອິນເດຍ ແລະ ປາກິດສະຖານ ເຮັດໃຫ້ບັນດາປະເທດໂລກ ຫລື ປະຊາຄົມໂລກ ຕ່າງສະແດງຄວາມເປັນຫ່ວງ ແລະ ຮຽກຮ້ອງໃຫ້ສອງຝ່າຍແກ້ໄຂບັນຫາຢ່າງສັນຕິ. ໃນນີ້ ສໍາລັບຈີນ, ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຕອບຄໍາຖາມນັກຂ່າວໃນໂອກາດຖະແຫຼງຂ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຈີນ ເປັນຫ່ວງຕໍ່ສະຖານະການທີ່ເກີດຂຶ້ນໃນປັດຈຸບັນນີ້. ອິນເດຍ ແລະ ປາກິດສະຖານ ເປັນປະເທດບ້ານໃກ້ເຮືອນຄຽງທີ່ບໍ່ສາມາດແຍກອອກໄປໄດ້, ລ້ວນແຕ່ເປັນປະເທດໃກ້ຄຽງຂອງຈີນ. ຈີນ ຄັດຄ້ານລັດທິກໍ່ການຮ້າຍທຸກຮູບແບບ. ທັງຮຽກຮ້ອງໃຫ້ອິນເດຍ ແລະ ປາກິດສະຖານ ຖືເອົາສະຖານະການໂດຍລວມແຫ່ງສັນຕິພາບ ແລະ ຄວາມໝັ້ນຄົງເປັນສິ່ງສຳຄັນ, ຮັກສາຄວາມໃຈເຢັນ ແລະ ຄວາມອົດກັ້ນ, ທັງຫຼີກລ່ຽງການກະທຳທີ່ຈະເຮັດໃຫ້ສະຖານະການສັບສົນຂຶ້ນຕື່ມອີກ.


