ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບັນດາປະເທດ ອາຊຽນ ແລະ ຈີນ ຫາລືກ່ຽວກັບ ສິດທິມະນຸດ ແລະ ການພັດທະນາ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍໍ້າລ້ານຊ້າງ

Jul 30, 2025

ວັນທີ 28-29 ກໍລະກົດ 2025 ທີ່ໂຮງແຮມ ສຸພັດຕາ ນະຄອນຫຼວງພະບາງ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມ ສໍາມະນາ ເພື່ອແລກປ່ຽນດ້ານວິຊາການ ກ່ຽວກັບ ສິດທິມະນຸດ ແລະການພັດທະນາ ພາຍໃຕ້ຂອບການຮ່ວມມືແມ່ນໍໍ້າຂອງ-ແມ່ນໍໍ້າລ້ານຊ້າງ ,ຮ່ວມກັນຫາລື ໂຄງຮ່າງບົດຄົ້ນຄວ້າຮ່ວມ ກ່ຽວກັບ ສິດທິມະນຸດ ແລະການພັດທະນາ ລະຫວ່າງ ສປປ ລາວ ແລະ ບັນດາປະເທດຂອບການຮ່ວມມືແມ່ນໍໍ້າຂອງ-ແມ່ນໍໍ້າລ້ານຊ້າງ.
ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຟັງການບັນຍາຍຈາກ ຜູ້ຊ່ຽວຊານດ້ານສິດທິມະນຸດຂອງສະຖາບັນໃນບັນດາປະເທດອາຊຽນ ແລະ ຈີນ, ໃນຫົວຂໍ້: 1. ສິດທິມະນຸດ ແລະ ການພັດທະນາພາຍໃຕ້ກົນໄກ ສະຫະປະຊາຊາດ(ສປຊ) ແລະພາກພື້ນ, 2. ການເຊື່ອມສານສິດທິມະນຸດ ແລະ ການພັດທະນາເຂົ້າໃນນະໂຍບາຍລັດ ແລະ ກົດຫມາຍ, 3. ຮັບຟັງຮ່າງບົດຄົ້ນຄວ້າຮ່ວມ ກ່ຽວກັບ ສິດທິມະນຸດ ແລະການພັດທະນາ ລະຫວ່າງ ສປປ ລາວ ແລະ ບັນດາປະເທດຂອບການຮ່ວມມື ແມ່ນໍໍ້າຂອງ-ແມ່ນໍໍ້າລ້ານຊ້າງ ແລະບາດກ້າວຕໍ່ໄປ ແລະແຜນໃນຕໍ່່ຫນ້າຮ່າງບົດຄົ້ນຄວ້າຮ່ວມກ່ຽວກັບ ສິດທິມະນຸດ ແລະ ການພັດທະນາ ລະຫວ່າງ ສປປ ລາວ ແລະ ບັນດາປະເທດຂອບການຮ່ວມມືແມ່ນໍໍ້າຂອງ-ແມ່ນໍໍ້າລ້ານຊ້າງ; ຈຸດປະສົງການຫາລືໃນຫົວຂໍ້ເຫລົ່ານັ້ນ ເພື່ອຈະນໍາເອົາ ສິດທິມະນຸດ ເຊື່ອມສານ ເຂົ້າໃນນະໂຍບາຍພັດທະນາ ແລະ ພາກປະຕິບັດຕົວຈິງ, ໂດຍສະເພາະ ນໍາສະເຫນີແບ່ງປັນປະສົບການ, ການແລກປ່ຽນຂໍໍ້ມູນ ແລະ ສິ່ງທ້າທາຍບັນດາປະເທດຂອບການຮ່ວມມື ແມ່ນໍໍ້າຂອງ-ແມ່ນໍໍ້າລ້ານຊ້າງ ພາຍໃຕ້ການພັດທະນາເສດຖະກິດ ແລະ ສິດທິມະນຸດ.
May be an image of 3 people, dais and text May be an image of 6 people and table
May be an image of 8 people, dais and text that says 'Human HumanRights Rights and Davelopment ndDevelpmentunda under the United UnitedNations Nations andPegiondFromework and andRegional Framework F' May be an image of 7 people, lighting and table
ຈາກນັ້ນ ຕອນແລງຂອງວັນດຽວກັນ ຈິ່ງໄດ້ເປີດກອງປະຊຸມຢ່າງເປັນທາງການ ໂດຍມີທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຈ່າງ ເຊີ ຜິງ ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ, ມີບັນດາຫົວໜ້າກົມຈາກກະຊວງການຕ່າງປະເທດ ພ້ອມດ້ວຍ ພະນັກງານວິຊາການ, ຜູ້ແທນ ແລະ ຊ່ຽວຊານຈາກບັນດາປະເທດອາຊຽນ ມີ: ລາວ, ກໍາປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ຈີນ ເຂົ້າຮ່ວມ.
ທ່ານ ຮອງລັດຖະມົນຕີ ກ່າວເປີດກອງປະຊຸມຄັ້ງນີ້ ວ່າ: ເພື່ອແບ່ງປັນປະສົບການ, ຂໍ້ມູນຂ່າວສານ ແລະ ສິ່ງທ້າທາຍລະຫວ່າງ ບັນດາປະເທດ LMC ໃນການຈັດຕັ້ງປະຕິບັດແບບວິທີການພັດທະນາທີ່ອີງໃສ່ສິດທິມະນຸດເປັນພື້ນຖານ; ແລະເພີ່ມທະວີການຮ່ວມມືດ້ານສິດທິມະນຸດ ແລະ ການພັດທະນາ ພາຍໃຕ້ຂອບການຮ່ວມມື LMC. ການສຶກສາຄັ້ງນີ້ ມີຄຸນຄ່າອັນສຳຄັນໃນການປະກອບສ່ວນເຂົ້າໃນການສົນທະນາ ດ້ານນະໂຍບາຍຂອງພາກພື້ນ ແລະ ການວາງແຜນພັດທະນາຕົວຈິງໃນບັນດາປະເທດພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (LMC) ຄື: ສປ ຈີນ, ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ. ໃນຂະນະທີ່ພາກພື້ນມີການພັດທະນາຢ່າງວ່ອງໄວ, ມັນເປັນສິ່ງສຳຄັນທີ່ຈະຮັບປະກັນການເຕີບໂຕດ້ານເສດຖະກິດ ປະກອບສ່ວນຊຸກຍູ້ການປົກປ້ອງສິດທິມະນຸດ ແລະ ຄວາມຍຸຕິທຳໃນສັງຄົມ.
ໂອກາດດັ່ງກ່າວນີ້ ທ່ານ ຮອງເຈົ້າແຂວງ ກໍໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຍັງໄດ້ຍົກໃຫ້ເຫັນສະພາບທີ່ຕັ້ງ ແລະ ພູມສາດຂອງ ແຂວງຫຼວງພະບາງ ຕໍ່ຜູ້ແທນຈາກບັນດາປະເທດທີ່ເຂົ້າຮ່ວມຊາບຕື່ມອີກ.
ກອງປະຊຸມສໍາມະນາ ເພື່ອແລກປ່ຽນດ້ານວິຊາການ ກ່ຽວກັບ ສິດທິມະນຸດ ແລະການພັດທະນາ ພາຍໃຕ້ຂອບການຮ່ວມມືແມ່ນໍໍ້າຂອງ-ແມ່ນໍໍ້າລ້ານຊ້າງ ດໍາເນີນ ເປັນເວລາ 2 ວັນ ຈິ່ງສໍາເລັດ.
ຂ່າວ: ເພັດສາຄອນ ສິມມະວົງ