ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບັນ​ດາ​ປະ​ເທດ​ “ເຂດ​ໂລກ​ໃຕ້” ຈະ​ສາ​ມາດ​ຄົ້ນ​ຫາ​ໂອ​ກາດຫຼາຍກວ່າ​ເກົ່າ ແລະ ໄດ້​ຮັບ​ການ​ພັດ​ທະ​ນາ​ໃຫຍ່ກວ່າ​ເກົ່າ​ຈາກ​ຕະຫຼາດ​ຈີນ

Nov 10, 2024

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 7 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນ​ລະ​ຫວ່​າງວັນ​ທີ 5 ຫາ 10 ພະ​ຈິກ​ນີ້ ໂດຍ​ມີ​ວິ​ສາ​ຫະ​ກິດ 3.496 ແຫ່ງ​ຈາກ 129 ປະ​ເທດ ແລະ ເຂດ​ແຄວ້ນ​ໃນ​ໂລກ​ເຂົ້າ​ຮ່ວມ​, ຈຳ​ນວນ​ວິ​ສາ​ຫະ​ກິດ ແລະ ປະ​ເທດ​ລລ້ວນແຕ່ຫຼາຍກວ່າ​ຄັ້ງ​ຜ່ານ​ມາ; ​ໃນ 500 ອັນ​ດັບ​ສຸດຍອດວິ​ສາ​ຫະ​ກິດ​ລະ​ດັບ​ໂລກ ແລະ ​ບໍ​ລິ​ສັດ​ນຳ​ໜ້າ​ຂະ​ແໜງ​ການ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ມີ​ເຖິງ 297 ແຫ່ງ ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ.
ໃນ​ນັ້ນ, ມີ​ວິ​ສາ​ຫະ​ກິດ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ເຂົ້າ​ຮ່ວມ​ງານ​ເປັນ​ປະ​ຈຳ. ​ແຕ່​ລະ​ປີ, ວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ຂອງ​ປະ​ເທດ​ເຫຼົ່າ​​ນີ້ ລ້ວນ​ແຕ່​ໄດ້​ນຳ​ເອົາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຕົນ​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ ເຊິ່ງເປັນ​ທັງ​ຜູ້​ເຂົ້າ​ຮ່ວມ ແລະ ເປັນ​ສັກ​ຂີ​ພິ​ຍານ ພ້ອມ​ທັງ​ແມ່ນຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ. ສຳ​ລັບປີ​ນີ້​ກໍ​ເຊັ່ນ​ດຽວ​ກັນ.
ໃນ​ງາ​ນ​ວາງ​ສະ​ແດງ​ຄັ້ງ​ນີ້, ຫໍ​ວາງ​ສະ​ແດງ​ແຫ່ງ​ຊາດ​ລາວ​ໄດ້​ເນັ້ນ​ໃສ່ “ທາ​ງ​ລົດ​ໄຟ​ຈີນ-ລາວ” ໂດຍ​ໄດ້​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ລາວ​ຈະ​ເລັ່ງ​ການ​ເຂົ້າ​ສູ່​ຕະຫຼາດ​ຈີນ ໂດ​ຍ​ຜ່ານ​ທາງ​ລົດ​ໄຟ​ຈີນ-ລາວ ເພື່ອ​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ພື້ນ. ຢູ່​ໜ້າ​ຫໍ​ວາງ​ສະ​ແດງ​ແຫ່ງ​ຊາດ​ລາວ​ແມ່ນ​ວິ​ສາ​ຫະ​ກິດ​ທີ່​ດຳ​ເນີນ​ທຸ​ລະ​ກິດ​ເອ​ເລັກ​ໂຕ​ຣ​ນິກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂ້າມ​ຊາດ​ເປັນ​ການ​ສະ​ເພາະ. ຕາມ​ຂ່າວ​ແຈ້ງວ່າ ວິ​ສາ​ຫະ​ກິດ​ແຫ່ງ​ນີ້​ເປັນ​ໜຶ່ງ​ໃນ​ໂຄງ​ການ​ທຸ​ລະ​ກິດ​ເອ​ເລັກ​ໂຕ​ຣ​ນິກ​ຊົນ​ນະ​ບົດ ທີ່​ຈີນ​ຊ່ວຍ​ເຫຼືອ​ລາວ​ພັດ​ທະ​ນາ. ໂດຍ​ຜ່ານ​ວິ​ສາ​ຫະ​ກິດ​ແຫ່ງ​ນີ້, ນັກ​ທຸ​ລະ​ກິດ​ຈີນ​ຈະ​ສາ​ມາດ​ເລືອກ​ຊື້​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ລາວ​ທາງ​ອອນ​ລາຍ ແລະ ຊຳ​ລະ​ບັນ​ຊີ​ດ້ວຍ​ບັດ​ທະ​ນາ​ຄານ​ຈີນ.
ໃນ​ຊຸມ​ປີ​ຜ່ານ​ມາ, ຄຽງ​ຄູ່​ກັບ​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ຈີນ- ລາວ, ປະ​ສິດ​ທິ​ພາບ​ການ​ຂົນ​ສົ່ງ​ສິນ​ຄ້າ​ລາວ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ແລະ ໄດ້ຫຼຸດ​ຕົ້ນ​ທຶນ​ດ້ານ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງວິ​ສາ​ຫະ​ກິດ ເຊິ່ງ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ລາວ​ຊະ​ນິດ​ຕ່າງໆ ເຊັ່ນ: ໝາກ​ກ້ວຍ, ໝາກ​ຖົ່ວ​ລຽນ, ມັນ​ຕົ້ນ ແລະ​ອື່ນໆ​ໄດ້​ເຂົ້າ​ສູ່​ຕະຫຼາດ​​ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ. ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ຈີນ, ລັດ​ຖະ​ບານ​ລາວ​ຫວັງ​ວ່າ ຈະ​ສ​າ​ມາດ​ຊຸກ​ຍູ້​ການ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຍືນ​ຍົງ ໂດ​ຍ​ຜ່ານ​ທາງ​ລົດ​ໄຟ​ຈີນ-ລາວ ແລະ ສົ່ງ​ເສີມ​ໃຫ້​ຊາວ​ກະ​ສິ​​ກອນເພີ່ມ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ສູ່​ຈີນ. ໂດຍ​ຜ່ານ​ຈາກ​ການ​ເຂົ້າ​ຮ່ວມ​ງາ​ນ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ, ຊາ​ພັນ​ປີ, ເບຍ​ລາວ, ກາ​ເຟ​ລາວ​ເປັນ​ຕົ້ນ​ ລ້ວ​ນ​ແຕ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າ​ຈີນ.
ໄທ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ເປັນ 7 ຄັ້ງ​ລຽນ​ຕິດ​ແລ້ວ, ປີ​ນີ້​ມີ​ວິ​ສາ​ຫະ​ກິດ​ໄທຫຼາຍກວ່າ 80 ແຫ່ງ​ໄດ້​ມາ​ເຂົ້າ​ຮ່ວມ​ງານ ໂດຍ​ໄດ້​ພົວ​ພັນ​ເຖິງ​ຂະ​ແໜງ​ການ​ອາ​ຫານ, ຮູບ​ເງົາ, ການ​ທ່ອງ​ທ່ຽວ, ​ເຄື່ອງ​ປະ​ດັບ, ຜະ​ລິດ​ຕະ​ພັນ​ໝູນ​ວຽນ​ໃນ​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ຜະ​ລິດ​ຕະ​ພັນ​ບຳ​ລຸງ​ສຸ​ຂະ​ພາບ ແລະ​ອື່ນໆ. ທ່ານ​ພິ​ໄຊ ນາ​ຣິບ​ທະ​ພັນ ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ການ​ຄ້າ​ຄົນ​ໃໝ່​ຂອງ​ໄທ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ງານວ​າງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ນີ້​ວ່າ: ການ​ຮ່ວມ​ມື​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ລະ​ຫວ່າງ​ປະ​ເທດ​ພວມ​ພັດ​ທະ​ນາ​ແມ່ນ​ສຳ​ຄັນ​ທີ່​ສຸດ. ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​​ຢ່າງຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ໃຫ້​ຜະ​ລິດ​ຕະ​ພັນ​ໄທ​ເຂົ້າ​ສູ່​ຕະຫຼາດ​ຈີນ​ໃຫ້ຫຼາຍ ກວ່າ​ເກົ່າ, ໄທ​ຈະ​ສຸມ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ກັບ​ຈີນ​ຕື່​ມ​ອີກ.
ສິ່ງ​ທີ່​ຄວນ​ເວົ້າ​ເຖິງ​ນັ້ນ​ກໍ​ຄື: ມີ 37 ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ​ໃນ​ໂລກ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ປີ​ນີ້, ຝ່າຍ​ເຈົ້າ​ພາບ​ຍັງ​ໄດ້​ສະ​ໜອງ​ຮ້ານ​ວາງ​ສະ​ແດງ​ທີ່​ບໍ່​ເສຍ​ຄ່າ​ເຊົ່າ 120 ກວ່າ​ບ່ອນ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂອງ​ປ​ະ​ເທດ​ເຫຼົ່າ​ນີ້. ທີ່​ຈິງ​ແລ້ວ, ນັບ​ແຕ່​ຄັ້ງ​ປະ​ຖົມ​ມະ​ລືກ​ເປັນ​ຕົ້ນ​ມາ, ງານ​ວາງ​ສະ​ແດ​ງ​ດັ່ງ​ກ່າວ​ກໍ​ໄດ້​ອຳ​ນ​ວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ມາ​ໂດຍ​ຕະຫຼອດ. 7 ປີ​ຜ່ານ​ມາ, ຜະ​ລິດ​ຕະ​ພັນ​ຂອງ​ປະ​ເທດ​​ດດ້ອຍພັດ​ທະ​ນາ ໄດ້​ເຂົ້າ​ສູ່​ຕະຫຼາດ​ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ ໂດຍ​ຜ່ານ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ ເຊິ່ງ​ໄດ້​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ປະ​ເທດ​ເຫຼົ່າ​ນີ້​ໃຫ້​ສູງ​ຂຶ້ນ.
ນອກ​ນີ້, ຈີນ​ຍັງ​ຈະ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕໍ່​ປະ​ເທດ​​ດ້ອຍ​ພັດ​ທະ​ນາ​ໃນ​ໂລກ​ຕື່ມ​ອີກ. ນັບ​ແຕ່​ວັນ​ທີ 1 ທັນ​ວາ​ປີ​ນີ້​ເປັນ​ຕົ້ນ​ໄປ, ຈີນ​ຈະ​ຍົກ​ເວັ້ນ​ພາ​ສີ 100% ​ຕໍ່​ຜະ​ລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​ຈາກ​ປະ​ເທດ​ດ້ອຍ​ພັດ​ທະ​ນາໃນ​ໂລກ ເຊິ່ງ​ລວມ​ທັງ​ລາວ. ນີ້​ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ ທີ່​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປ​ະ​ເທດ​ຈີນໄດ້​ປະ​ກາດ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສຸດຍອດ​ປັກ​ກິ່ງ​ຂອງ​ເວ​ທີ​ເປິກ​ສາ​ຫາ​ລື​ຈີນ-ອາ​ຟ​ຣິ​ກາ​ປີ 2024.
ຈີນ​ ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ ແລະ ເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ “ເຂດ​ໂລກ​ໃຕ້”, ຈີນ​ໄດ້​ຍຶດ​ໝັ້ນ​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ໃຕ້-ໃຕ້​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍຶດ​ໝັ້ນ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ເພື່ອ​ເຮັດ​ໃຫ້​ໝາກ​ຜົນ​ການ​ພັດ​ທະ​ນາ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃຫ້​ໄດ້​ຢ່າງ​ທ່ຽງ​ທຳ​ກວ່າ​ເກົ່າ. ໂດຍ​ຜ່ານ​ຈາກ​ງານ
ງານວ​າງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ເນັ້ນ​ໃສ່​ການ​ຮ່ວມ​ມື​ກັນ, ບັນ​ດາ​ປະ​ເທດ​ “ເຂດ​ໂລກ​ໃຕ້” ຈະ​ສາ​ມາດ​ຄົ້ນ​ຫາ​ໂອ​ກາດຫຼາຍກວ່າ​ເກົ່າ ແລະ ໄດ້​ຮັບ​ການ​ພັດ​ທະ​ນາ​ໃຫຍ່ກວ່າ​ເກົ່າ​ຈາກ​ຕະຫຼາດ​ຈີນ.
ທີ່ມາ: CMG