ວັນທີ 14 ກຸມພາ 2025 ທີ່ໂຮງແຮມຈຳປາສັກແກຣນ ນະຄອນປາກເຊ, ແຂວງຈຳປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບ ຜົນສໍາເລັດການເປັນປະທານອາຊຽນ ຂອງ ສປປ ລາວ 2024 ໃຫ້ແກ່ຂະແໜງການກ່ຽວຂ້ອງຂອງພາກກາງ ແລະ ພາກໃຕ້ ໂດຍການເປັນປະທານຮ່ວມ ຂອງ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະ ມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ ແລະ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງ ແຂວງຈຳປາສັກ. ມີ ຕາງໜ້າຈາກ ແຂວງຄຳມ່ວນ, ສະຫວັນນະເຂດ,ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນເນັ້ນໃສ່ການເຜີຍແຜ່ກ່ຽວ ກັບ:
(1) ຜົນສໍາເລັດ ແລະ ໝາກຜົນ ທີ່ໄດ້ຮັບການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ຂອງເສົາຄໍ້າເສດຖະກິດ ແລະ ແຜນຍຸດທະສາດການເຊື່ອມໂຍງເສດຖະກິດອາຊຽນ ປີ 2026-2030
(2) ເຜີຍແຜ່ ກ່ຽວກັບ ແຜນວຽກບູລິມະສິດ ທີ່ຖືກຮັບຮອງ ໃນໄລຍະການເປັນປະທານອາຊຽນ ຂອງ ສປປ ລາວ 2024 ແລະ ການຜັນຂະຫຍາຍ ໃຫ້ກັບທ້ອງຖີ່ນ.
(3) ຮັບຟັງການລາຍງານ ກ່ຽວກັບ ການເຄື່ອນໄຫວວຽກງານການຮ່ວມມື ແລະ ເຊື່ອມໂຍງເສດຖະກິດກັບຕ່າງປະເທດ ຂອງ 06 ແຂວງພາກໃຕ້ ແລະ ການແລກປ່ຽນຄໍາຄິດເຫັນ.
(4) ການປະຕິບັດສິດທິພິເສດທາງການຄ້າ ແລະ ການເຂົ້າເຖິງຕະຫລາດ ຂອງ ສປປ ຈີນ ແລະ ສັນຍາການຄ້າສອງຝ່າຍ ສປປ ລາວ ແລະ ຫວຽດນາມ.
ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ໃນເທື່ອນີ້ ໂດຍພາຍໃຕ້ ຄຳຂວັນທີ່ວ່າ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຂອງອາຊຽນ” ASEAN: Enhancing Connective and Resilience , ໄດ້ສ້າງໂອກາດໃນການເພີ່ມທະວີການຮ່ວມມື ແລະ ການເຊື່ອມໂຍງດ້ານເສດຖະກິດຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ສົ່ງເສີມການຜະລິດສິນຄ້າ ແລະ ບໍລິການທີ່ຫຼາກຫຼາຍ, ຊຸກຍູ້ການພັດ ທະນາເສດຖະກິດດິຈິຕອນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດໃນພາກພື້ນອາຊຽນໃຫ້ມີຄວາມເຂັ້ມແຂງ, ຍືນຍົງ ແລະ ມີສ່ວນຮ່ວມ ທີ່ນັບມື້ນັບເພີ່ມຂຶ້ນ ໃນການເປັນປະທານອາຊຽນຄັ້ງນີ້, ສປປ ລາວ ໄດ້ກຳນົດເອົາ 14 ແຜນວຽກບູລິມະສິດ ພາຍໄຕ້ 03 ກຸ່ມຍຸດທະສາດ ເຊີ່ງ 14 ແຜນວຽກບູລິມະສິດ.
Cr: ເກດສະໜາ






