ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ໃຫ້ຮູ້ວ່າ: ລາຍການນີ້ ຈັດຂຶ້ນເພື່ອປະຕິບັດ ຕາມແຜນພັດທະນາກິລາບານສົ່ງລາວ ສົ່ງເສີມໃຫ້ກິລາບານສົ່ງນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ແນໃສ່ສ້າງນັກກິລາໃຫ້ມີຄວາມແຂງແກ່ນ ສາມາດກ້າວເປັນນັກກິລາທີມຊາດ ກຽມຮ່ວມ ງານຕ່າງໆລະດັບພາກພື້ນ ແລະ ສາກົນ ໂດຍສະເພາະ ງານກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ໃນປີ 2025.
ລາຍການນີ້ ທັງສອງປະເພດແມ່ນແຂ່ງຂັນຮອບດຽວ ທຸກທີມຈະໄດ້ພົບກັນໝົດ ແລ້ວຄັດເລືອກເອົາທີມທີ່ມີຄະແນນດີສຸດເປັນແຊ້ມ ຈະແຂ່ງຂັນໃນວັນເສົາ ແລະ ອາທິດ ເຊິ່ງເງິນລາງວັນລວມເກືອບ 300 ບ້ານກີບ, ຄາດວ່າຈະຈັດຂຶ້ນໃນທ້າຍເດືອນກັນຍານີ້
1. ກະຊວງປ້ອງກັນປະເທດ ຫລື ກອງທັບ
2. ລາວສະກາຍເວ
3. ໂກຣ-ອັບ (Grow-UP)
4. ອິນເທັນເຊີນ
5. ວຽງຈັນ ວີຊີ
6. ສັນນິວາດ ວີຊີ
7. ແບັກບັດເຕີຟາຍ (Black Butterfly)
8. ຈັນທິລາດ ວີຊີ
9. ນະຄອນຫຼວງ ຫລື ອິນທະສອນ ວີຊີ
10. ເອັມພີຊີ ບລູ ຮາວາຍ.
1. ກອງທັບ
2. ກົມໃຫຍ່ການເມືອງກອງທັບ
3. ວຽງຈັນ ວີຊີ
4. ເອັສເອັນເຄ ວີຊີ
5. ເອັສອີຊີ ວີຊີ






