ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸກຄົນໃນວົງການການເມືອງ ແລະ ວົງການການຄ້າອາເມຣິກາຢ້ຽມຢາມຈີນຢ່າງໜາແໜ້ນຖືເປັນເລື່ອງບໍ່ທຳມະດາ

Mar 26, 2025

ໃນຖານະເປັນບຸກຄົນໃນວົງການການເມືອງທີ່ເດີນທາງມາຢ້ຽມຢາມຈີນຄົນທຳອິດ ພາຍຫຼັງລັດຖະບານຊຸດໃໝ່ຂອງອາເມຣິກາຂຶ້ນດຳລົງຕຳແໜ່ງ, ການເດີນທາງມາຢ້ຽມຢາມຈີນຂອງທ່ານສະຕີຟ ໄດນສ໌ ສະມາຊິກສະພາສູງສະຫະລັດອາເມຣິກາທີ່ສັງກັດພັກຣີພັບບລິກໄດ້ດຶງດູດຄວາມສົນໃຈຈາກຄົນທັງຫຼາຍ. ວັນທີ 23 ມີນານີ້, ຜູ້ນຳຂັ້ນສູງຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານສະຕີຟ ໄດນສ໌ ພ້ອມດ້ວຍຄະນະ ໂດຍໄດ້ກ່າວຢ່າງກົງໄປກົງມາ ແລະ ຈະແຈ້ງວ່າ: ໃນໄລຍະທີ່ການພົວພັນຈີນ-ອາເມຣິກາພົບຄວາມຫຍຸ້ງຍາກລຳບາກ, ຍິ່ງຕ້ອງການຮັກສາ ແລະ ຂະຫຍາຍການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດໃຫ້ດີ ພ້ອມທັງເພີ່ມຄວາມໝັ້ນທ່ຽງໃຫ້ແກ່ການພົວພັນລະຫວ່າງສອງປະເທດຢ່າງຕໍ່ເນື່ອງ; ສົງຄາມການຄ້າຈະບໍ່ມີຝ່າຍໃດຊະນະ. ດ້ານໜຶ່ງ, ຈີນໄດ້ເຕືອນໃຫ້ອາເມຣິກາຢ່າເຮັດສົງຄາມການຄ້າດຸເດືອດຍິ່ງຂຶ້ນ, ອີກດ້ານໜຶ່ງໄດ້ກ່າວເນັ້ນໜັກອີກເທື່ອໜຶ່ງວ່າ ທາດແທ້ຂອງການພົວພັນດ້ານເສດຖະກິດການຄ້າຈີນ-ອາເມຣິກາແມ່ນຢູ່ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ໃນເວລາໃກ້ຄຽງກັບການເດີນທາງມາຂອງທ່ານສະຕີຟ ໄດນສ໌, ຜູ້ຮັບຜິດຊອບຂອງວິສາຫະກິດທີ່ມີຊື່ສຽງຂອງອາເມຣິກາຫຼາຍແຫ່ງ ເຊັ່ນ: Qualcomm, Apple, The Blackstone Group ເປັນຕົ້ນ ກໍໄດ້ເດີນທາງມານະຄອນຫຼວງປັກກິ່ງຂອງຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືຂັ້ນສູງດ້ານການພັດທະນາຂອງຈີນ ປະຈຳປີ 2025. ມີນັກວິເຄາະເຫັນວ່າ: ໃນໄລຍະທີ່ລັດຖະບານອາເມຣິກາຍົກລະດັບສົງຄາມການຄ້າທົ່ວໂລກ, ມີເຈົ້າໜ້າທີ່ວິສາຫະກິດອາເມຣິກາເດີນທາງມາຢ້ຽມຢາມຈີນຕາມໆກັນ, ນີ້ໄດ້ສະແດງໃຫ້ເຫັນວ່າ: ວິສາຫະກິດເຫຼົ່ານີ້ລ້ວນແຕ່ສະໜັບສະໜູນແນວຄວາມຄິດການຄ້າທົ່ວໂລກແບບເປີດກວ້າງ ແລະ ຫວັງວ່າ ການຮ່ວມມືດ້ານເສດຖະກິດການຄ້າຈີນ-ອາເມຣິກາສາມາດຮັກສາຄວາມໝັ້ນທ່ຽງຄືເກົ່າ.
ສິ່ງທີ່ສຳຄັນກວ່ານັ້ນກໍຄື: ໃນໄລຍະມໍ່ໆມານີ້, ລັດຖະບານຈີນໄດ້ວາງນະໂຍບາຍສຳຄັນຕ່າງໆກ່ຽວກັບການເປີດປະຕູສູ່ພາຍນອກ ແລະ ດຶງດູດການລົງທຶນຈາກຕ່າງປະເທດ ເຊິ່ງເຮັດໃຫ້ວິສາຫະກິດອາເມຣິກາເຊື່ອໝັ້ນວ່າ: ພື້ນຖານການພັດທະນາເສດຖະກິດຂອງຈີນມີທ່າອ່ຽງໄປທາງທີ່ດີຂຶ້ນຢ່າງບໍ່ມີການປ່ຽນແປງ ແລະ ການລົງທຶນຢູ່ຈີນຈະໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ.
ຄົນທີ່ມີສະຕິດີລ້ວນແຕ່ຮູ້ດີວ່າ: ການປັບຂຶ້ນພາສີເພື່ອສ້າງກຳແພງການຄ້າຈະທຳລາຍການຄ້າເສລີຂອງໂລກ, ທຳລາຍລະບົບຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ການສະໜອງທົ່ວໂລກ ທີ່ອາເມຣິກາເພິ່ງພາອາໄສຢູ່ເຊັ່ນດຽວກັນ ລວມເຖິງທຳລາຍຜົນປະໂຫຍດຢູ່ທົ່ວໂລກຂອງທຶນ ແລະ ວິສາຫະກິດອາເມຣິກາເຊັ່ນດຽວກັນ.