ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸນກິນຈຽງ ຊົນເຜົ່າມົ້ງ ຢູ່ແຂວງວຽງຈັນ ຈັດຂຶ້ນດ້ວຍບັນຍາກາດທີ່ຄຶກຄື້ນ

Dec 25, 2025

ພິທີສະເຫລີມສະຫລອງບຸນກິນຈຽງຊົນເຜົ່າມົ້ງ ຈຸດສຸມ ກຸ່ມບ້ານພັດທະນາ-ນາເລົາ ຫລັກ 52 ເມືອງໂພນໂຮງ ແຂວງວຽງຈັນ ປະຈໍາປີ 2025 ໄດ້ຈັດຂຶ້ນ ໃນວັນທີ 23 ທັນວາ 2025 ດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນໂດຍມີທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ); ທ່ານ ສົມປະສົງ ສຸວົງຄໍາຈັນ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ, ເລຂາຄະນະບໍລິຫານງານພັກເມືອງໂພນໂຮງ, ມີບັນດາການນຳຂັ້ນແຂວງ-ຂັ້ນເມືອງ, ເຈົ້າກົກ-ເຈົ້າເຫລົ່າ, ຫົວໜ້າຊິ່ງຊາວ ແລະ ປະຊາຊົນບັນດາເຜົ່າ 11 ບ້ານ ພາຍໃນເມືອງເຂົ້າຮ່ວມ.
ໃນພິທີ, ທ່ານ ຈັນເພັງ ຊົ່ງ ກຳມະການແນວລາວສ້າງຊາດແຂວງວຽງຈັນ ໄດ້ລາຍງານກ່ຽວກັບຄວາມເປັນມາຂອງບຸນກິນຈຽງ (ນໍເປເຈົ່າ) ຊົນເຜົ່າມົ້ງ ໂດຍປະຕິບັດຕາມຮີດຄອງປະເພນີ ຂອງຊົນເຜົ່າມົ້ງ ຊຶ່ງໄດ້ຈັດຂຶ້ນທຸກໆປີ ທີ່ໄດ້ສືບທອດກັນມາແຕ່ດົນນານແລ້ວ ເປັນການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່, ເປັນການຕີລາຄາຜົນສໍາເລັດແຫ່ງການເກັບກູ້ຜະລິດ ຜົນລະປູກ, ຊົນເຜົ່າມົ້ງໄດ້ມີວັດທະນະທໍາ-ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງເຜົ່າ, ມີມູນເຊື້ອຕໍ່ສູ້ພິລະອາດຫານບໍ່ຍອມຈໍານົນ, ມີຄວາມອົດທົນ, ມີຄວາມກ້າຫານ, ດຸໝັ່ນ. ບຸນດັ່ງກ່າວແມ່ນ ກົງກັບເດືອນ 12 ສາກົນ ແລະ ກົງກັບແຮມ 15 ຄໍ່າຂອງເດືອນຈຽງ ເດືອນລາວ ແລະ ຈັດຂຶ້ນພາຍຫລັງເກັບກູ້ຜົນຜະລິດກະສິກໍາສໍາເລັດ, ກ່ອນຈະເຖິງບຸນນໍເປເຈົ່າ ຂອງປະຊາຊົນເຜົ່າມົ້ງ ໄດ້ມີການຫ້າງຫາກະກຽມສິ່ງທີ່ຈໍາເປັນ ເປັນຕົ້ນ ເຕົ້າໂຮມເຄື່ອງມືອອກແຮງງານທຸກຊະນິດ, ກະກຽມສະບຽງອາຫານການກິນປະເພດຕ່າງໆ ແລະ ເຄື່ອງໃຊ້ພາຍໃນຄອບຄົວເຊັ່ນ: ເຂົ້າ, ເຂົ້າປະປາ, ຜັກ, ຟືນ, ນໍ້າ, ເຄື່ອງນຸ່ງ ແລະ ອື່ນໆ ໃຫ້ພຽງພໍພາຍໃນກໍານົດ 3 ວັນ; ໃນເວລາເຮັດບຸນຕ້ອງໄດ້ຄະລໍາ 3 ວັນ ໂດຍສະເພາະ ຫ້າມໃຊ້ຈ່າຍເງິນຄໍາ, ຫ້າມໄປອອກແຮງງານ, ໄປຊອກຫາກິນ, ຫ້າມຫລິ້ນພ້າ, ມີດ ທີ່ເປັນປະເພດແຫລມຄົມ ແລະ ອື່ນໆ; ໃນໂອກາດບຸນປີໃໝ່ດັ່ງກ່າວ ຍັງເປັນເງື່ອນໄຂໃຫ້ແກ່ຊາວໜຸ່ມ, ຍິງໜຸ່ມ (ບ່າວ-ສາວ) ໄດ້ພົບໜ້າພໍ້ຕາ ແລະ ມີໂອກາດຊອກຫາຄູ່ຄອງ ເພື່ອສ້າງຄອບຄົວ.
May be an image of text May be an image of one or more people, dais and text
ໂອກາດນີ້, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ກ່າວວ່າ: ການສະເຫລີມສະຫລອງບຸນປີໃໜ່ ຂອງພີ່ນ້ອງຊົນເຜົ່າມົ້ງ ແມ່ນເປັນບຸນໜຶ່ງທີ່ມີຄວາມໝາຍສໍາຄັນ ໃນຊີວິດວັດທະນະທໍາ ຮີດຄອງປະເພນີອັນເປັນມູນເຊື້ອທີ່ດີງາມ ໄດ້ໜູນວຽນມາຄົບຮອບອີກວາລະໜຶ່ງ ທັງເປັນການປະກອບສ່ວນໃນການອະນຸລັກ ແລະ ສົ່ງເສີມດ້ານວັດທະນະທໍາຮີດຄອງປະເພນີຂອງຊົນເຜົ່າ, ການສະເຫລີມສະຫລອງບຸນນໍ່ເປເຈົ່າປີນີ້ ໃຫ້ດໍາເນີນແບບກະທັດຮັດເບົາບາງ ຖືເນື້ອໃນຄວາມໝາຍເປັນຈຸດສຸມ ແນໃສ່ປະຕິບັດນະໂຍບາຍການປະຢັດ ແລະ ຫລຸດຜ່ອນການຟຸມເຟືອຍ. ພ້ອມນີ້, ໃນພິທີຍັງໄດ້ມອບໃບຍ້ອງຍໍ ໃຫ້ຜູ້ອຸປະຖໍາງານດັ່ງກ່າວ ພ້ອມທັງຮັບຊົມການສະແດງສິລະປະ-ວັນນະຄະດີ ແລະ ຮ່ວມໂຍນໝາກຄອນຕາມປະເພນີ ຕື່ມອີກ.
May be an image of one or more people and text
ຂ່າວ: ສນຊ