ບຸນກຸດຈີນປີທຳອິດ ຫຼັງຈາກຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທໍານາມມະທໍາໂລກ ໄດ້ສ້າງເງື່ອນໄຂໃໝ່ທີ່ດີໃຫ້ແກ່ການພັດທະນາເສດຖະກິດ ປີມະເສັງ ຂອງຈີນ

ບຸນກຸດຈີນປີນີ້ ເປັນປີທຳອິດຫຼັງຈາກຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທໍານາມມະທໍາໂລກ, ຄວາມກະຕືລືລົ້ນດ້ານການບໍລິໂພກຂອງປະຊາຊົນຈີນໄດ້ເປັ່ງອອກມາແບບລວມສູນ. ໃບສັ່ງຊື້ສິນຄ້າພາຍໃຕ້ຫົວຂໍ້ “ມໍລະດົກວັດທະນະທຳນາມມະທຳ” ຢູ່ບາງເວັບໄຊ ຫຼື ແອັບທາງອິນເຕີເນັດໄດ້ເພີ່ມຂຶ້ນ 12 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ພາເຂົ້າສາມັກຄີໃນຕອນຄ່ຳມື້ສົ່ງທ້າຍປີເກົ່າຢູ່ຮ້ານອາຫານຈຳນວນໜຶ່ງແມ່ນຈອງຍາກທີ່ສຸດ; ຜູ້ເດີນທາງພາຍໃນປະເທດຈີນ ມີເຖິງ 501 ລ້ານເທື່ອຄົນ ແລະ ຄ່າໃຊ້ຈ່າຍມີເຖິງ 677 ຕື້ 2 ລ້ານຢວນ, ຕ່າງໄດ້ເພີ່ມຂຶ້ນ 5,9% ແລະ 7,0% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຕາມລຳດັບ; ພາກສ່ວນກວດກາຄົນເຂົ້າ-ອອກເມືອງ ໄດ້ກວດຄົນເຂົ້າ-ອອກເມືອງທັງຊາວຈີນ ແລະ ຊາວຕ່າງປະເທດເຖິງ 14.366.000 ເທື່ອຄົນ, ເພີ່ມຂຶ້ນ 6,3%; ຍອດມູນຄ່າການຈຳໜ່າຍປີ້ຮູບເງົາ ແລະ ຜູ້ຊົມຮູບເງົາໃນໄລຍະບຸນກຸດຈີນປີນີ້ລ້ວນແຕ່ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ຍອດມູນຄ່າຈຳໜ່າຍປີ້ຮູບເງົາຂອງຕະຫຼາດຮູບເງົາຈີນໄດ້ລື່ນກາຍອາເມຣິກາເໜືອ ແລະ ຂຶ້ນເປັນອັນດັບໜຶ່ງຂອງໂລກ. ຕະຫຼາດການບໍລິໂພກໃນໄລຍະບຸນກຸດຈີນທີ່ເຕັມໄປດ້ວຍຄວາມຄຶກຄື້ນ ໄດ້ສ້າງເງື່ອນໄຂທີ່ດີໃຫ້ແກ່ການພັດທະນາເສດຖະກິດປີມະເສັງຂອງຈີນ.
ການເລີ່ມຕົ້ນທີ່ດີຂອງການບໍລິໂພກໃນໄລຍະບຸນກຸດຈີນ ເຮັດໃຫ້ຄົນທັງຫຼາຍໄດ້ຮັບຮູ້ເຖິງຈັງຫວະການພັດທະນາເສດຖະກິດຂອງຈີນ. ໃນໄລຍະມໍ່ໆມານີ້, ອົງການກອງທຶນເງິນຕາສາກົນ ໄດ້ປັບຂຶ້ນການຄາດຄະເນ ການເຕີບໂຕຂອງເສດຖະກິດຈີນ ໃນປີ 2025 ແລະ ປີ 2026. ໃນຫຼາຍມື້ຜ່ານມາ, ບັນດາບໍລິສັດທຶນຕ່າງປະເທດ ເຊັ່ນ: ບໍລິສັດຊາໂນຟີ ຂອງຝຣັ່ງ, ບໍລິສັດຟອກສະເວເກີນຂອງເຢຍລະມັນ ແລະອື່ນໆ ໄດ້ພາກັນເພີ່ມການລົງທຶນຢູ່ຈີນ, ອົງການທຶນຕ່າງປະເທດຫຼາຍແຫ່ງ, ໃນນີ້ ລວມທັງທະນາຄານຮົງກົງ-ຊຽງໄຮ້ ໄດ້ປະກາດ ການຄາດຄະເນການລົງທຶນທົ່ວໂລກ ປີ 2025 ແລະ ສືບຕໍ່ຕີລາຄາໄປໃນດ້ານດີຕໍ່ຕະຫຼາດຂອງຈີນ.
ການວາງແຜນພັດທະນາປະຈຳປີ ແມ່ນຢູ່ກັບລະດູໃບໄມ້ປົ່ງ. ໂດຍຜ່ານບຸນກຸດຈີນ, ຊາວໂລກໄດ້ເຫັນປະເທດຈີນທີ່ເປີດປະຕູສູ່ພາຍນອກ ແລະ ກວມລວມກວ່າເກົ່າ, ເຫັນພະລັງຊີວິດ ແລະ ຄວາມມີຊີວິດຊີວາຂອງເສດຖະກິດຈີນ. ຄຽງຄູ່ກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ຈີນ ຈະຊຸກຍູ້ໃຫ້ເສດຖະກິດຂອງຕົນນັບມື້ຟື້ນຕົວດີຂຶ້ນຢ່າງຕໍ່ເນື່ອງ, ພັດທະນາຕົນເອງ, ນຳເອົາຜົນປະໂຫໂຫຍດມາສູ່ໂລກ ດ້ວຍຄວາມໝັ້ນໜຽວ ແລະ ນັບມື້ຫຼາຍຂຶ້ນກວ່າເກົ່າ.



