ໃນຖານະເປັນບຸນກຸດຈີນຄັ້ງທີ 2 ຫຼັງຈາກທີ່ບຸນກຸດຈີນໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທໍາຂອງອົງການອຸຍແນັສໂກ ສປຊ, ຕະຫຼາດບຸນກຸດຈີນປີມະເມຍປີນີ້ສາມາດເວົ້າໄດ້ວ່າ “ເຕັມພະລັງຂັບເຂື່ອນຢ່າງສຸດຂີດ”.
ໃນໄລຍະພັກບຸນກຸດຈີນ, ຈຳນວນຄົນເດີນທາງຂ້າມເຂດແຄວ້ນໃນທົ່ວປະເທດຈີນມີຫຼາຍກວ່າ 2,8 ຕື້ເທື່ອຄົນ, ສະເລ່ຍ 311 ລ້ານຄົນຕໍ່ມື້, ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ມູນຄ່າການຈຳໜ່າຍສະເລ່ຍຕໍ່ມື້ຂອງວິສາຫະກິດຂາຍຍ່ອຍ ແລະ ວິສາຫະກິດກິນດື່ມທີ່ສຳຄັນຂອງຈີນເພີ່ມຂຶ້ນ 5,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ອົງການກວດກາຄົນເຂົ້າ-ອອກເມືອງໃນທົ່ວປະເທດຈີນໄດ້ກວດກາຄົນເຂົ້າ-ອອກເມືອງ 17.796.000 ເທື່ອຄົນ, ສະເລ່ຍ 1.977.000 ເທື່ອຄົນຕໍ່ມື້; ມູນຄ່າການຂາຍປີ້ເຂົ້າຊົມຮູບເງົາໃນໄລຍະບຸນກຸດຈີນມີຫຼາຍກວ່າ 5,7 ຕື້ຢວນ, ມູນຄ່າການຂາຍປີ້ເຂົ້າຊົມຮູບເງົາຂອງຈີນໃນປີ 2026 (ລວມທັງການຂາຍປີ້ລ່ວງໜ້າ) ຈັດຢູ່ໃນອັນດັບໜຶ່ງຂອງໂລກເປັນການຊົ່ວຄາວ……ຂໍ້ມູນທີ່ຄຶກຄື້ນດັ່ງກ່າວເປັນການເປີດສາກທີ່ດີໃຫ້ແກ່ປີເລີ່ມຕົ້ນ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15” ຂອງຈີນ.

ການບໍລິໂພກທີ່ຄຶກຄື້ນເປັນພິເສດໃນບຸນກຸດຈີນປີມະເມຍປີນີ້ ແມ່ນຍ້ອນໄດ້ຮັບຜົນປະໂຫຍດຈາກນະໂຍບາຍ ແລະ ທ່າແຮງຕະຫຼາດຂະໜາດໃຫຍ່ພິເສດ. ກອງປະຊຸມວຽກງານເສດຖະກິດສູນກາງຈີນທີ່ຈັດຂຶ້ນໃນທ້າຍປີຜ່ານມາໄດ້ກຳນົດເອົາ “ຍຶດໝັ້ນຄວາມຕ້ອງການພາຍໃນເປັນຕົວຂັບເຄື່ອນຕົ້ນຕໍ ແລະ ການສ້າງຕະ ຫຼາດພາຍໃນທີ່ເຂັ້ມແຂງ” ເປັນບຸລິມະສິດໃນວຽກງານຈຸດສຸມຂອງປີນີ້. ກ່ອນບຸນກຸດຈີນ, ກະຊວງການຄ້າຈີນ ແລະອົງການອື່ນໆ ລວມທັງໝົດ 9 ອົງການ ໄດ້ຮ່ວມກັນຈັດກິດຈະກຳພິເສດ “ຊື້ເຄື່ອງຢ່າງມ່ວນຊື່ນໃນບຸນກຸດຈີນ” 2026 ເພື່ອກະຕຸ້ນທ່າແຮງບົ່ມຊ້ອນຂອງຄວາມຕ້ອງການພາຍໃນໂດຍຜ່ານມາດຕະການຕ່າງໆ.
ບຸນກຸດຈີນປີມະເມຍປີນີ້ທີ່ຄຶກຄື້ນມ່ວນຊື່ນ ໄດ້ເຮັດໃຫ້ໂລກສຳຜັດກັບພະລັງຂັບເຄື່ອນຂອງເສດຖະກິດຈີນ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ອົງການຈັດຕັ້ງສາກົນຫຼາຍແຫ່ງໄດ້ປັບການຄາດຄະເນການເຕີບໂຕຂອງເສດຖະກິດຈີນເພີ່ມຂຶ້ນ, ພ້ອມທັງກ່າວວ່າຈະຖືຄອງຊັບສິນຂອງຈີນໃນສັດສ່ວນທີ່ສູງກວ່າປົກກະຕິ. ຍ້ອນແນວນັ້ນ, ໃນໄລຍະຜ່ານມາ, ວິສາຫະກິດ ແລະ ອົງກອນຕ່າງປະເທດຈຳນວນຫຼວງຫຼາຍ ໄດ້ຕິດຕາມຜູ້ນຳຂອງປະເທດຕົນເດີນທາງມາຢ້ຽມຢາມຈີນດ້ວຍຄວາມກະຕືລືລົ້ນ ເພື່ອສ້າງຖານທີ່ໝັ້ນລ່ວງໜ້າຢູ່ຕະຫຼາດຈີນ.


