ບຸນກຸດຈີນໄດ້ກາຍເປັນບຸນປະເພນີທົ່ວໂລກ

ບຸນກຸດຈີນເປັນບຸນປະເພນີທີ່ເກົ່າແກ່ ແລະ ສໍາຄັນທີ່ສຸດຂອງຈີນ. ໃນທ້າຍປີ 2023, ບຸນກຸດຈີນໄດ້ຖືກຮັບຮອງເປັນວັນພັກລັດຖະການຂອງອົງການສະຫະປະຊາຊາດ. ໃນທ້າຍປີ 2024, “ບຸນກຸດຈີນ–ພຶດຕິກໍາທາງສັງຄົມຂອງຊາວຈີນໃນການສະເຫຼີມສະຫຼອງບຸນກຸດຈີນ” ໄດ້ຖືກອົງການຢູເນັສໂກ ສປຊ ຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທໍາທີ່ບໍ່ແມ່ນວັດຖຸຂອງມວນມະນຸດ ເຊິ່ງໝາຍຄວາມວ່າ ບຸນກຸດຈີນ ແລະ ວັດທະນະທໍາຈີນໄດ້ຮັບການຍອມຮັບຢ່າງກວ້າງຂວາງໃນຂອບເຂດທົ່ວໂລກ.
ໃນຫຼາຍມື້ຜ່ານມາ, ປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ໄດ້ພາກັນຈັດງານວາງສະແດງ, ການສະແດງ ແລະ ການເຄື່ອນໄຫວທີ່ສໍາຜັດກັບມໍລະດົກວັດທະນະທໍາທີ່ບໍ່ແມ່ນວັດຖຸ ເຊິ່ງລວມທັງການເຊີດສິງໂຕ-ເຊີດມັງກອນ, ການຈູດໝາກກະໂພກ, ກິນເຂົ້າສາມັກຄີ, ງານມະໂຫລະສົບ ແລະອື່ນໆ, ປະຊາຊົນທົ່ວໂລກໄດ້ສໍາຜັດກັບບັນຍາກາດສະຫຼອງບຸນກຸດຈີນຢ່າງມີຄວາມສຸກ ແລະ ເບີກບານມ່ວນຊື່ນ. ທ່ານນາງອາວເດຣ ອາຊູໄລ ຜູ້ອໍານວຍການໃຫຍ່ອົງການຢູເນັສໂກ ສປຊ ກ່າວຄໍາອວຍພອນບຸນກຸດຈີນວ່າ: ຫຼັງຈາກໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທໍາທີ່ບໍ່ແມ່ນວັດຖຸຂອງມວນມະນຸດແລ້ວ, ບຸນກຸດຈີນໄດ້ກາຍເປັນບຸນປະເພນີຂອງໂລກ ແລະ ສົ່ງສັນຍານແຫ່ງຄວາມມ່ວນຊື່ນ ແລະ ສັນຕິພາບໃຫ້ແກ່ທົ່ວໂລກ.
ໃນຂະນະດຽວກັນ, ໂດຍຜ່ານບຸນກຸດຈີນ ໂລກໄດ້ເຫັນຈີນທີ່ເປີດກວ້າງ ແລະ ກວມລວມ ພ້ອມທັງເປັນສັກຂີພິຍານໃຫ້ແກ່ຄວາມມີຊີວິດຊີວາຂອງການພັດທະນາຂອງຄວາມທັນສະໄໝແບບຈີນ. ງານລາຕີບຸນກຸດຈີນຂອງ CMG ໃນປີນີ້ກໍໄດ້ສ່ອງແສງໃຫ້ເຫັນເຖິງຈຸດນີ້ຢ່າງເຕັມທີ່. ໃນທົ່ວໂລກມີສື່ມວນຊົນ 2.900 ກວ່າແຫ່ງຂອງ 200 ກວ່າປະເທດ ແລະ ເຂດແຄວ້ນໄດ້ຖ່າຍທອດສົດ ແລະ ລາຍງານຂ່າວກ່ຽວກັບງານລາຕີດັ່ງກ່າວ ໂດຍມີການເຂົ້າຊົມການສະແດງ ຫຼື ກົດເຂົ້າອ່ານຂ່າວຫຼາຍກວ່າ 1,738 ຕື້ເທື່ອ.
ຄວາມກະຕືລືລົ້ນຂອງການສະຫຼອງບຸນກຸດຈີນຂອງຊາວຈີນ, ຄວາມຫວັງໃນການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງຊາວຈີນ ແລະ ຈິດໃຈຂອງຊາວຈີນທີ່ວ່າທົ່ວໂລກເປັນຄອບຄົວດຽວກັນ ກໍາລັງເຜີຍແຜ່ໄປສູ່ທົ່ວໂລກໂດຍຜ່ານບຸນກຸດຈີນ. ບຸນກຸດຈີນບໍ່ພຽງແຕ່ເປັນຂອງຈີນເທົ່ານັ້ນ ແຕ່ຍັງເປັນຂອງໂລກອີກດ້ວຍ.
Cr: CMG



