ບຸນຊ່ວງເຮືອ ປະຈຳປີ 2024 ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຈັດຂຶ້ນລະຫວ່າງວັນທີ 15-18 ຕຸລາ 2024
ວັນທີ 18 ຕຸລາ ເຊິ່ງເປັນມື້ສຸດທ້າຍ ໄດ້ມີການແຂ່ງຂັນຊ່ວງເຮືອປະເພນີ 55 ສີພາຍ ຍິງ-ຊາຍ ໂດຍມີ ການນຳພັກ, ລັດ, ນະຄອນຫລວງ, ເມືອງ ພ້ອມດ້ວຍ ມວນຊົນ ທັງພາຍໃນ ແລະ ຕ່າງປະເທດທ່ຽວຊົມຢ່າງຄຶກຄື້ນ.
ໃນປີນີ້, ຄະນະກຳມະການຈັດງານບຸນ ໄດ້ຈັດສັນພື້ນທີ່ຈັດງານ ຢ່າງເປັນລະບຽບຮຽບຮ້ອຍ ໂດຍໄດ້ກໍານົດເອົາຈຸດປ່ອຍເຮືອ ຢູ່ເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ລົງໄປຫາຜາມໄຊ ໜ້າວັດຈັນ, ມີເຮືອເຂົ້າຮ່ວມແຂ່ງຂັນ ທັງໝົດ 9 ລຳ ໃນນັ້ນ, ເຮືອຊ່ວງປະເພນີຊາຍ 55 ສີພາຍ ມີ 6 ລຳ ແລະ ເຮືອປະເພນີຍິງ 55 ສີພາຍ 3 ລຳ.
ຜົນການແຂ່ງຂັນ:
+ ເຮືອປະເພນີ 55 ສີພາຍຊາຍ:
– ຊະນະເລີດ : ເຮືອຊ່ວງທະນາຄານຮ່ວມພັດທະນາ JDB – ບໍລິສັດ ແສງເພັດ ເກັບກູ້ລະເບີດ
– ອັນດັບທີ2: ເຮືອຊ່ວງທະນາຄານພັດທະນາລາວ LDB
– ອັນດັບທີ3 : ເຮືອຊ່ວງ ບໍລິສັດ ແສງຈະເລີນໄຊ ກຣຸບ ຂ.ບໍລິຄຳໄຊ
– ອັນດັບທີ4: ເຮືອຊ່ວງເຈົ້າແມ່ປະກາສິດ – ບໍລິສັດ ສຸດໃຈ ທ່ອງທ່ຽວ ຈຳກັດຜູ່ດຽວ ບ.ໂຄກຊາຍ .ຫາດຊາຍຟອງ ນວ
+ປະເພດເຮືອຍິງ:
– ອັນດັບທີ1: ເຮືອຊ່ວງທິດາສາຍແວວນ້ອງນາວິນອູ່ໂຊກໄຊ ບ.ຖິ່ນເພຍ ມ.ຫາດຊາຍຟອງ ນວ
– ອັນດັບທີ2: ເຮືອຊ່ວງ ບໍລິສັດ 3B ນະຄອນນາວາ ບ.ທ່ານາ ມ.ຫາດຊາຍຟອງ ນວ
ສໍາລັບ ລາງວັນຊະນະເລີດ ໄດ້ຮັບຂັນເງິນ 1 ໜ່ວຍມູນຄ່າ 27,5 ລ້ານກີບ, ພ້ອມເງິນສົດ 40 ລ້ານກີບ, ລາງວັນທີ 2 ໄດ້ຮັບຂັນເງິນ 1 ໜ່ວຍມູນຄ່າ 11,5 ລ້ານກີບ, ພ້ອມເງິນລາງວັນ 30 ລ້ານກີບ, ອັນດັບ 3 ໄດ້ຮັບຂັນເງິນ 1 ໜ່ວຍມູນຄ່າ 11,5 ລ້ານກີບ ພ້ອມເງິນລາງວັນ 25 ລ້ານກີບ ແລະ ອັນດັບ 4 ໄດ້ຮັບເງິນລາງວັນ 20 ລ້ານກີບ.



