ບຸນນະມັດສະການພະທາດມາຫລ້າ ປະຈໍາປີ 2025

ບຸນນະມັດສະການພະທາດມາຫລ້າ ບ້ານນາຄອງ ເມືອງທຸລະຄົມ ແຂວງວຽງຈັນ ຈັດຂຶ້ນໃນລະຫວ່າງວັນທີ 10-12 ກຸມພາ 2025.
ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ, ໃຫ້ຮູ້ວ່າ: ການຈັດບຸນນະ ມັດສະການພະທາດມາຫລ້າຂອງເມືອງທຸລະຄົມ ຖືເປັນປາງບຸນໃຫຍ່ທີ່ສໍາຄັນຂອງເມືອງ ໂດຍການຄົ້ນຄວ້າ ແລະ ນໍາສະເໜີຂອງອົງການປົກຄອງບ້ານນາຄອງ, ຄະນະກຸ່ມບ້ານນາຄອງ, ເຈົ້າອະທິການວັດພະທາດມາຫລ້າ ຕໍ່ການນໍາເມືອງ ເພື່ອຫ້າງຫາກະກຽມຄວາມພ້ອມໃຫ້ແກ່ງານທີ່ຈະຈັດຂຶ້ນ ໃຫ້ມີເນື້ອໃນຄວາມໝາຍຄວາມສໍາຄັນ ຕິດພັນກັບວັນສໍາຄັນຂອງຊາດ, ຂອງພັກ, ສ່ອງແສງເຖິງວັດທະນະທໍາຮີດຄອງປະເພ ນີອັນດີງາມຂອງຊາດ, ວັດທະນະທໍາທີ່ເປັນເອກະລັກຂອງຊາວເມືອງ, ຮັບປະກັນໃຫ້ງານດັ່ງກ່າວມີຮູບການ ແລະ ເນື້ອໃນຈົບງາມ, ເພື່ອໂຄສະນາໃຫ້ທົ່ວສັງຄົມຮັບຮູ້, ມາຮ່ວມງານ, ທັງເປັນການໂຄສະນາ, ສົ່ງເສີມ, ດຶງດູດການທ່ອງທ່ຽວ, ກະຕຸ້ນເສດ ຖະກິດ ແລະ ກະຈາຍລາຍໄດ້ສູ່ຊຸມຊົນ, ເປັນການປຸກລະດົມເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ ທີ່ເຫລື້ອມໃສ ສັກກາລະບູຊາພະທາດມາຫລ້າ ແລະ ເພື່ອຍາດແຍ່ງທຶນຮອນເຂົ້າໃນການບູລະນະສ້າງສາວັດແຫ່ງນີ້ໃຫ້ຮຸ່ງເຮືອງຄູ່ບ້ານຄູ່ເມືອງຍາວນານອີກຕໍ່ໄປ.
ບຸນນະມັດສະການພະທາດມາຫລ້າ ເປັນປາງບຸນມະໂຫລານທີ່ປະທັບໃຈ ໃນແຕ່ ລະປີມີຄົນມາຮ່ວມງານຢ່າງຫລວງຫລາຍ, ເນື່ອງຈາກພາກສ່ວນກ່ຽວຂ້ອງນັບແຕ່ຂັ້ນເມືອງຮອດຂັ້ນບ້ານ, ພາກສ່ວນຕ່າງໆໃນສັງຄົມ ໄດ້ພ້ອມພຽງຮຽງໜ້າກັນມາມີສ່ວນຮ່ວມໃນງານ, ເປັນຈຸດນັດພົບປະຈໍາປີຂອງຄົນເຊື້ອສາຍເມືອງທຸລະຄົມ, ເມືອງອ້ອມຂ້າງ ໄດ້ມາທ່ອງທ່ຽວ, ຈັບຈ່າຍຊື້ສິນຄ້າ, ມ່ວນຊື່ນ, ຮ່ວມທໍາບຸນ, ພົບປະສາມັກ ຄີ, ເປັນສະພານບຸນ ຖວາຍວັດຖຸ-ປັດໄຈ, ຕັກບາດຢາດນໍ້າຂໍພອນພະທາດໃຫ້ຢູ່ດີມີແຮງ, ໜ້າທີ່ວຽກງານຈະເລີນກ້າວໜ້າ ແລະ ອື່ນໆທີ່ເປັນມົງຄຸນຕໍ່ຊີວິດ.
ວັດພະທາດມາຫລ້າ ແມ່ນມໍລະດົກວັດທະນະທໍາມິ່ງເມືອງ ເກົ່າແກ່ສັກສິດຂອງຊາວເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງສ້າງຂຶ້ນສໍາເລັດລຸນພະທາດຫລວງວຽງຈັນ 1 ປີ ໂດຍຂະບວນຊົນເຜົ່າພວນແຂວງຊຽງຂວາງ ຮ່ວມກັບປະຊາຊົນບ້ານອ້ອມຂ້າງໃນສະໄໝກ່ອນ, ຊຶ່ງມີປະຫວັດຕິດພັນກັບວັດພະທອງ 3 ສີ, ວັດກາງຫລິ່ງຊັນ ອານາ ເຂດຕຳນານເມືອງເກົ່າຫົງທອງເມື່ອກ່ອນ, ມີປະຫວັດກ່ຽວຂ້ອງກັບການສ້າງວັດພະເຈົ້າໃຫຍ່ອົງແສນບ້ານນາລ້າ ແລະ ວັດທາດ ບ້ານໂພນໂຮງນາຝ້າຍ. ປະຫວັດຄວາມເປັນມາ ແລະ ຮີດຄອງຂອງການຈັດບຸນນະມັດສະການປະຈໍາປີຂອງວັດພະທາດມາຫລ້າ ມີມາແຕ່ດຶກດຳບັນ ສືບທອດຈາກບັນພະບຸລຸດມາແຕ່ດົນນານ, ມີໄລຍະຮຸ່ງເຮືອງ ແລະ ເສົ້າໝອງ ຕາມການເວລາ ອີງຕາມສະພາບການບ້ານເມືອງໃນສະໄໝກ່ອນ, ບາງໄລຍະມີພວກສັດຕູມາມ້າງເພທໍາລາຍ ແຕ່ກໍໄດ້ຮັບການບູລະນະປະຕິສັງຂອນຄືນມາໃໝ່ຈາກຜູ້ໃຈບຸນ, ພະສົງ-ສາມະເນນ, ພໍ່ແມ່ປະຊາຊົນບ້ານນາຄອງ, ບ້ານອ້ອມຂ້າງ ຈຶ່ງເຮັດໃຫ້ວັດພະທາດມາຫລ້າ ກໍຄືທາດມາຫລ້າຍັງຄົງຕັ້ງສູງສະຫງ່າງົດງາມ ເປັນມໍລະດົກຕົກທອດມາຈົນເຖິງທຸກວັນນີ້.






