ພິທີເປີດບຸນນະມັດສະການພະທາດສາມປາງ ບ້ານທາດສາມປາງເມືອງສຸຂຸມາ ແຂວງຈຳປາສັກ ຈັດຂຶ້ນໃນຕອນແລງຂອງວັນທີ 12 ມັງກອນ 2025 ໂດຍການເຂົ້າຮ່ວມຂອງພຣະອາຈານໃຫຍ່ມະຫາສຸວັນ ຈັນທະລາດ ຄະນະບໍລິຫານງານປະຈໍາສູນກາງ ອພສ ປະທານ ອພສ ແຂວງຈໍາປາສັກ, ທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ພ້ອມດ້ວຍມວນ ຊົນເຂົ້າຮ່ວມ.
ໃນພິທີ ໄດ້ມີຂະບວນແຫ່ດ້ວຍກ້ອນກຳລັງຕ່າງໆ ເປັນຕົ້ນ: ນຳ ພາໜ້າຂະບວນແມ່ນຂະບວນພະສົງສະມະເນນ, ຕໍ່ດ້ວຍຂະບວນຄະນະນຳຂອງແຂວງ, ເມືອງ, ພະແນກການ, ຂະບວນເຖົ້າແກ່ມົນໂທຖືຂັນໝາກເບັງ ນຸ່ງຖືສຸພາບຮຽບຮ້ອຍ ເກົ້າຜົມບ໋ຽງແພ ຕະ ຫຼອດຮອດ ຂະບວນອົງການຈັດຕັ້ງບ້ານ ແລະຂະບວນ ນັກຮຽນ ຢ່າງຄຶກຄື້ນມ່ວນຊື່ນ.







