ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸນນະມັດສະການພະທາດຫລວງຈະຈັດຂຶ້ນ 11-15 ພະຈິກນີ້

Nov 6, 2024

ບຸນນະມັດສະການພະທາດຫລວງ ແລະ ງານ​ວາງ​ສະ​ແດງ​ສິນ​ຄ້າ ປະຈຳປີ 2024 ຈະຈັດຂຶ້ນ ໃນລະຫວ່າງ ວັນທີ 11-15 ພະ ຈິກນີ້ ເຊິ່ງຈະຈັດຂຶ້ນຢູ່ສອງສະຖານທີ່ຄືທຸກປີຜ່ານມາ.
ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໃຫ້ຮູ້ໃນໂອກາດຮ່ວມກັບຄະນະຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 5 ພະຈິກ 2024 ນີ້ວ່າ: ບຸນນະມັດສະການພະທາດຫລວງປີນີ້ ຈະຈັດໃຫ້ມີຫລາກຫລາຍກິດຈະກໍາທີ່ໜ້າສົນໃຈຢູ່ເດີ່ນ​ພະ​ທາດ​ຫລວງ, ເດີ່ນສະ​ໜາມຫລວງ ແລະ ງານວາງ​ສະ​ແດງ​ຂາຍ​ສິນ​ຄ້າ ຈະຈັດຢູ່​ສູນ​ການ​ຄ້າ​ ລາວ-ໄອ​ເຕັກ ນະຄອນຫລວງວຽງຈັນ ເຊິ່ງພິ​ທີ​ເປີດ​ງານ​ບຸນຢ່າງເປັນທາງການ ຈະຈັດຂຶ້ນ ໃນວັນທີ 11 ພະ ຈິກ ແລະ ຈະດຳເນີນ ໄປຈົນຮອດວັນທີ 15 ພະຈິກ ໂດຍຈະມີ ການ​ຄົບ​ງັນ​ຕາມ​ປະ​ເພ​ນີອັນດີງາມຂອງຊາດລາວເຮົາ ເປັນຕົ້ນ, ວັນ​ທີ 13 ເວ​ລາ 16:00 ໂມງ ຈະມີ ພິ​ທີ​ສູດ​ປະ​ລິ​ຕຕະມຸງຄຸນ ທີ່​ພ​ຣະ​ທາດຫລວງ, ວັນ​ທີ 14 ເວ​ລາ 13:30 ໂມງ ຈະມີພິ​ທີ​ແຫ່ຜາສາດ​ເຜິ້ງ, ວັນ​ທີ 15 ເວ​ລາ 07:00 ໂມງ ຈະມີພິ​ທີ​ໃສ່​ບາດ​ຖວາຍ​ສັງ​ກະ​ທານ, ເວ​ລາ 13:00 ໂມງ ຈະມີພິ​ທີ​ແຫ່​ລູກ​ຄີ ແລະ ການ​ແແຂ່ງຂັນ​ກິ​ລາ​ພື້ນ​ບ້ານ​ຕີ​ຄີ ແລະ ເວ​ລາ 19:00 ໂມງ ຈະມີພິ​ທີ​ວຽນ​ທຽ​ນ ແລະ ຈູ​ດ​ທູບ​ທຽນ, ບັ້ງ​ໄຟ​ສັກ​ກະ​ລະບູ​ຊາອົງ​ພ​ຣະ​ທາດ.
ທັງນີ້, ເພື່​ອອະ​ນຸ​ລັກ​ຮັກ​ສາ ແລະ ສົ່ງ​ເສີມ​ວັດ​ທະ​ນະ​ທຳ ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ ບຸນນ​ະ​ມັດ​ສະ​ການ​ພພະ​ທາດຫລວງຂອງ​ຊາວ​ລາວ ​ກໍ​ຄື ​ຊາວ​ນະ​ຄອນຫລວງວຽງຈັນ ທີ່​ເຄີຍ​ສືບ​ທອດ​ກັນ​ມາ​ແຕ່​ບຸ​ຮານ​ນະ​ການ ໃຫ້​ມີ​ຄວາມ​ໂດດ​ເດັ່ນ ແລະ ເປັນ​ທີ່​ຮັບ​ຮູ້​ໃນ​ເວ​ທີ​ສາ​ກົນ, ທັງ​ເປັນ​ການ​ສ້າງ​ໂອ​ກາດ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 2 ວາ​ລະ​ແຫ່ງ​ຊາດ​ ກໍ​ຄື ຟື້ນ​ຟູ​ເສດ​ຖະ​ກິດ ດ້ວຍ​ຮຸບ​ການ​ຊຸກ​ຍູ້​ສົ່ງ​ເສີ່ມ​ການ​ທ່ອງ​ທ່ຽວ, ສົ່ງ​ເສີມ​ການ​ຄ້າ, ສິນ​ຄ້າ​ຄອບ​ຄົວ​ຕົວ​ແບບ ​ທີ່​ຈະ​ກ້າວ​ເປັນ​ສິນ​ຄ້າ​ໂອ​ດ໋ອບ ທີ່​ໄດ້​ກາ​ໝາຍ​ແຫ່ງ​ຊາດ ແລະ ສິນ​ຄ້າ​ຂອ​ງວັນ​ດາ​ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ ແລະ ກາງ ໄດ້​ມາ​ວາງ​ສະ​ແດງ, ຈຳ​ໜ່າຍ​ສິນ​ຄ້າ​ ທັງ ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໃຫ້​ປະ​ຊາ​ຊົນ​ຊາວ​ນະ​ຄອນຫລວງວຽງ​ຈັນ ແລ​ະ ແຂ​ກ​ຕ່າງ​ປະ​ເທດ​ໄດ້​ເຫັນ ແລະ ໄດ້​ຊົມ​ໃຊ້​ສິນ​ຄ້າ, ພ້ອມ​ທັງ​ເປັນ​ການ​ແລກ​ປ່ຽນ​ບົດ​ຮຽ​ນ ແລະ ປະ​ສົບ​ການ​ຕຕ່າງໆຂອງ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ດ້ວຍ​ກັນ.
ທ່ານ ນາງ ວຽງພອນ ແກ້ວຄູນສີ ກ່າວອີກວ່າ: ເພື່ອຊຸກຍູ້ສົ່ງເສີມປີທ່ອງທ່ຽວລາວ 2024 ກໍຄື ເຮັດໃຫ້ງານບຸນນະມັດ ສະການ ພະທາດຫລວງ ໃນປີນີ້, ດຳເນີນໄປດ້ວຍຜົນສຳເລັດ ຮັກສາໄດ້ວັດທະນະທຳອັນດີງາມຄະ​ນະ​ຮັບ​ຜິດ​ຊອບ ກໍຄື ນະ​ຄອນ​ຫລວງວຽງ​ຈັນ ​ໄດ້​ຈັດໃຫ້ມີ​ຫລາກ​ຫລາຍ​ກິດ​ຈະ​ກຳ ທີ່​​ໜ້າ​ສົນ​ໃຈ​ ນັບ​ແຕ່​ຮ້ານ​ຄ້າ​ທາງເຂົ້າ​​ຈາກ​ໄຟ​ແດງ ບ້ານໜອງບອນ ຈະຕົບ​ແຕ່ງ​ເປັນ​ເອ​ກະ​ລັກ​ຂອງ​ລາວ, ສິນ​ຄ້າ​ລາວ ເປັນ​ສ່ວນ​ຫລາຍ, ປະ​ຕູ​ໂຂງທາງ​ເຂົ້າງານ ຕົບ​ແຕ່ງ​ປະ​ດັບ​ປະດາ​ດ້ວຍ​ແຄນ ແລະ ກອງ​ຫາງ ທີ່​ເປັນ​ເອ​ກະ​ລັກ​ວັດ​ທະ​ນະ​ທຳ ລາວທີ່​ໂດດ​ເດັ່ນ, ທາງ​ເຂົ້າຮ້ານວາງ​ສະ​ແດງ​ສິນ​ຄ້າ ໂອດອບ ຕົບ​ແຕ່ງ​ປະ​ດັບ​ປະ​ດາ​ດ້ວຍ ວັດ​ຖຸ​ພັນ​ຈາກພາຍ​ໃນ ແລະ ຈະ​ເຫັນ​ຕິບ​ເຂົ້າ​ໃຫຍ່ ສອງ​ດ້ານ​ຂ້າງ, ຮ້ານຄ້າ​ໂອດອບ ​ຈາກ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ທີ່​ມີສິນ​ຄ້າ​ຫລວງ​ຫລາຍ, ພິ​ເສດ ຮ້ານ​ພາ​ມີ​ລຽນ ຈະ​ຕົບ​ແຕ່ງ​ປະ​ດັບ​ປະ​ດາ ຜາ​ສາດ​ເຜີ້ງ, ພາ​ຂວັນ​ໃຫຍ່, ວາງສະແດງປະຫວັດ​ພະ​ທາດ​ຫລວງວຽງ​ຈັນ, ປະ​ຫວັດ​ລູກ​ຄີ ແລະ ເຄື່ອງ​ປະ​ດັບປະ​ດາ ຕ່າງໆ ທີ່​ໜ້າ​ສົນ​ໃຈ. ສຳລັບ ທາງ​ເຂົ້າ ໜ້າ​ສະ​ພາ​ແຫ່ງ​ຊາດ ​ຈະ​ຕົບ​ແຕ່ງ ເປັນ​ບ່ອນ​ຢ່າງ​ຫລິ້ນ ປະ​ດັບ​ປະ​ດາ​ດອກ​ໄຟ, ໂຄມ​ໄຟ ແລະ ມີ​ຈຸດ​ຖ່າຍ​ຮູບ ທີ່​ຈົບ​ງາມ. ນອກນັ້ນ, ຈຸດ​ສູນ​ລວມ ຈະມີ​ເວ​ທີ​ກາງ ເເພື່ອໄວ້​ໃນ​ການ​ສະ​ແດງ​ກິດ​ຈະ​ກຳ, ສິ​ລະ​ປະ ຕ່າງໆ ອາດ​ຈະ​ມີ​ສິລະ​ປິນ​ຈາກ​ຕ່າງ​ປະ​ເທດ ມາ​ສະ​ແດງ​ຮ່ວມ​ບາງ​ລາຍ​ການ ໃນ​ທຸກໆ ຄືນ​ ນັບ​ແຕ່ມື້​ເປີດ​ງານ​ບຸນ ​ຈົນ​ຮອດມື້​ປິດ​ງານ.