ເດືອນນີ້(ເມສາ)ເປັນເດືອນທີ່ຊາວລາວທັງຫຼາຍໄດ້ຮ່ວມກັນສະເຫລີມສະຫລອງບຸນກຸດສົງການ ຫຼື ບຸນປີໃໝ່ລາວຢ່າງຄຶກຄື້ນມ່ວນຊື່ນ, ຜູ້ເຖົ້າຜູ້ແກ່ເພິ່ນເຄີຍເລົ່າສູ່ຟັງວ່າ: ສະໄໝກ່ອນບໍ່ວ່າເຮົາຈະຍ່າງໄປຕາມຂອກແຄແຈຮົ້ວຂອງເຮືອນໃດ ກໍຈະໄດ້ຍິນແຕ່ສຽງແຄນປະສານສຽງກອງຫາງ,ສາບ, ແຊ່ງ, ຄ້ອງ ແລະ ໄດ້ຍິນແຕ່ສຽງຜູ້ຄົນອວຍໄຊໃຫ້ພອນເຊິ່ງກັນ ແລະ ກັນ.
ຈຸດພິເສດອັນໂດດເດັ່ນຂອງບຸນກຸດສົງການ ຫຼື ບຸນປີໃໝ່ລາວນັ້ນແມ່ນ: ມີການສະຫລອງທີ່ຫລາກຫລາຍ ແລະ ທີ່ຂາດບໍ່ໄດ້ນັ້ນກໍ່ຄືການຫົດສົງນ້ຳໃຫ້ພອນກັນ ດ້ວຍນ້ຳທີ່ສະອາດອັນເປັນສາເຫດເຮັດໃຫ້ເອີ້ນບຸນນີ້ງ່າຍໆວ່າ: “ ບຸນຫົດນ້ຳ”.
ການຂຶ້ນປີໃໝ່ສຳລັບຊາວລາວນັ້ນ ມັນກົງກັບການປ່ຽນປີ ຈ.ສ ຫຼື ຈຸນລະສັກກະລາດ ເຊິ່ງຄົນລາວໄດ້ນັບຖືມາຕັ້ງ ແຕ່ຍຸກສະໄໝ ລ້ານຊ້າງ ຕອນຕົ້ນພຸ້ນ ເວລານັ້ນຊາວ ລ້ານນາ ກໍ່ເຄີຍໃຊ້ປີ ຈ.ສ ຄືກັນກັບຊາວລ້ານຊ້າງ ຫລື ຊາວລາວ.
ການສະຫຼອງປີ ໃໝ່ລາວແຕ່ບູຮານນັ້ນ ເພິ່ນຈະຈັດຫາເຄື່ອງຂອງຕ່າງໆເພື່ອໄຫວ້ ຫຼື ເພື່ອສັກາລະຜີຟ້າ, ຜີແຖນ ແຕ່ພາຍຫລັງທີ່ໄດ້ຮັບເອົາ ພຸດທະສາສນາ ເຂົ້າມາໃນດິນແດນລາວແລ້ວການຈັດງານສະຫລອງປີໃໝ່ລາວຈຶ່ງໄດ້ປັບປ່ຽນໄປຕາມ ຍຸກສະໄໝທີ່ແທດເໝາະກັບລັກສະນະຂອງຊາວພຸດ.
ໃນປັດຈຸບັນ ຊາວລາວສ່ວນໜຶ່ງຍັງເຂົ້າໃຈຜິດວ່າ: “ ປີໃໝ່ລາວ ” ( ກຸດສົງການ ) ເປັນການປ່ຽນ ພ.ສ. (ພຸດທະສັກກະລາດ) ເຊິ່ງເປັນຄວາມເຊື່ອທີ່ບໍ່ຖືກຕ້ອງ ເພາະຄວາມຈິງແລ້ວ ມັນແມ່ນການປ່ຽນແປງຂອງປີ ຈຸນລະສັກ ກະລາດ ຫຼື ຈ.ສ. ແລະ ການຈັດງານສະເຫຼີມສະຫລອງນີ້ເອີ້ນວ່າ ” ບຸນປີໃໝ່ລາວ ຫຼື ກຸດສົງການປີໃໝ່ລາວ ” ແທນການເອີ້ນວ່າ ” ບຸນສົງການ “. ການຈັດສະຫລອງບຸນປີໃໝ່ລາວນີ້ຈະໃຊ້ຫລັກການຄຳນວນຕາມໂຫຣາສາດບູຮານລາວ ທີ່ບໍ່ໄດ້ອີງຕາມປະຕິທິນຈັນທະຣະຄະຕິ ຫຼື ບໍ່ອີງຕາມມື້ຂຶ້ນ-ມື້ແຮມ ແຕ່ຢ່າງໃດ.
ການສະຫລອງປີໃໝ່ລາວ ໂດຍທົ່ວໄປແລ້ວຈະຕົກຢູ່ລະຫວ່າງວັນທີ ໑໓, ໑໔, ໑໕ ເມສາ ຫຼື ໑໔, ໑໕, ໑໖ ເມສາ ຫລື ວັນທີ ໑໓, ໑໔, ໑໕, ໑໖ ເມສາ ຂອງປີອະທິກະຈຸຣະທິນ ຫຼື ປີທີ່ມີ ໓໖໖ ມື້. ໃນເວລາ ໓ ມື້ ຫຼື ໔ ມື້ ຂອງໄລຍະຂອງການສະຫຼອງປີໃໝ່ລາວນີ້ ມື້ທຳອິດເອີ້ນວ່າ: ມື້ສັງຂານລ່ວງ, ມື້ຕໍ່ມາກໍເປັນມື້ເນົາ; ຖ້າປີໄດມີ ໓໖໖ ມື້ ຈະມີວັນເນົາ ໒ ມື້ຕິດຕໍ່ກັນ ແລະ ມື້ສຸດທ້າຍຈະເປັນມື້ສັງຂານຂຶ້ນ(ມື້ຂຶ້ນປີໃໝ່ລາວ ຫຼື ວັນຖະເຫຼີງສົກ).
ນອກນີ້ແລ້ວ ບຸນປີໃໝ່ລາວຍັງຕິດພັນກັບຄຳວ່າ: “ສັງຂານຕ໌” (ສັງ-ຂານ) ເຊິ່ງເປັນຄຳສັບມາຈາກພາສາປາລີ ມີຄວາມໝາຍສະເພາະຕົວຫລາຍຄວາມໝາຍເຊັ່ນ: ການເສື່ອມ, ການໝົດ, ການສິ້ນສຸດ ຫຼື ໝາຍເຖິງການປ່ຽນໃໝ່.
ຄຳວ່າ: “ສັງຂານຕ໌” ນີ້ໄດ້ຕິດພັນກັບເລື່ອງເລົ່າ ຫລື ນິທານນາງສັງຂານ ເຊິ່ງເປັນທິດາທັງເຈັດ(໗)ຂອງທ້າວ ກະບິນລະພົມ(ກບິລພຣົມ) ທີ່ພວກເຮົາເອີ້ນວ່າ: “ນາງສັງຂານຕ໌” ເຊິ່ງແປຄວາມໝາຍວ່າ: ຜູ້ຜັດປ່ຽນການເວລາ ເຊິ່ງທິດາທັງເຈັດນາງຂອງກະບິນລະພົມນັ້ນ ມັນມີໝາຍຕິດພັນກັບເຈັດວັນໃນຮອບສັບປະດາ.
ສ່ວນຄຳວ່າ: “ ສົງການ ຫຼື ສົງກຣານຕ໌ ” (ສົງ-ກຣານ)ເປັນຄຳມາຈາກສັບໃນພາສາ ສັນສະກຣິຕ ທີ່ຊາວຂະເມ ແລະ ສະຫຍາມ ພາກັນນິຍົມໃຊ້, ເຊິ່ງຈະມີຄວາມໝາຍດຽວກັນກັບຄຳວ່າ: “ ສັງຂານ ” ທີ່ຊາວລ້ານຊ້າງ ແລະ ລ້ານນາ ນິຍົມໃຊ້ມາແຕ່ປາງປະຖົມ. ວັນສັງຂານຕ໌ຣ່ວງ: “ຣ່ວງ”ໃນທີ່ນີ້ ໝາຍເຖິງ “ຕົກຫລົ່ນ” (“ລ່ວງ” ແປວ່າ ລ່ວງເກີນ ຫຼື ຜ່ານໄປ).
ວັນສັງຂານລ່ວງ ແມ່ນມື້ທໍາອິດຂອງການສະຫລອງປີໃໝ່ລາວ ໃນມື້ນີ້ ຊາວບ້ານຈະເລີ່ມມີການຫ້າງຫາກະກຽມດອກໄມ້, ເຄື່ອງຫອມ, ປັດກວາດເຮືອນຊານໃຫ້ສະອາດງາມຕາ, ຈັດແຕ່ງພາຫວານ, ພາເຂົ້າໄປວັດ; ຫລັງຈາກຖວາຍເພນແລ້ວ ພຣະສົງຈະອັງເຊີນພຣະພຸດທະຮູບລົງຈາກບັນລັງ ຫລື ບຸດສະບົກ ຫລື ຮ້ານພະ ໃຫ້ພຸດທະ ສາສະນິກະຊົນໄດ້ຫົດສົງ ດ້ວຍນໍ້າອົບນ້ຳຫອມທີ່ຈັດຕຽມມາ ເພື່ອເປັນສິຣິມົງຄົນແກ່ຕົນ ແລະ ຄອບຄົວ. ຫລັງຈາກສົງພະແລ້ວ ພໍ່ເຮືອນແມ່ຊານຈະພ້ອມ ກັນກັບຕ່າວເມືອເຮືອນ ເພື່ອອາຣາດທະນາ ພຣະພຸດທະຮູບທີ່ບູຊາຄູ່ເຮືອນລົງຈາກຮ້ານຈາກຫິ້ງມາຫົດສົງ ແລະ ຂໍພອນໃຫ້ເປັນມົງຄົນແກ່ເຮືອນຊານຂອງຕົນນຳອີກ.
ວັນເນົາ: “ເນົາ” ຄຳນີ້ແປວ່າ: ຈຶ້ງຢູ່, ບໍ່ຍົກຍ້າຍ, ບໍ່ເຄື່ອນທີ່. ນອກນີ້ ວັນເນົາຍັງໝາຍເຖິງວັນຢູ່ລະຫວ່າງ ກາງຂອງການປ່ຽນປີ ຈ.ສ ຫລື ຈຸນລະສັກກະລາດ. ມື້ເນົານີ້ ພຣະສົງສາມະເນນ ຈະເນົາຢູ່ໃນວັດ ເພື່ອສູດມົງຄຸນໃຫ້ພອນ(ສູດລົດນ້ໍາ), ຝ່າຍຄາລະວາດກໍຈະພ້ອມພາກັນຈັດແຫ່ນາງສັງຂານ ທີ່ໄດ້ປະກວດຄັດເລືອກມາແລ້ວ, ແລະ ການແຫ່ມະໂຫລະສົບຕ່າງໆ ປະເພນີນີ້ນິຍົມປະຕິບັດຄ້າຍຄືກັນໃນທົ່ວປະເທດ. ແຕ່ທີ່ພິເສດກວ່າໝູ່ແມ່ນຢູ່ແຂວງຫລວງພະບາງ ເພາະເພິ່ນມີການອັງເຊີນເອົາອົງພຣະ “ພຸດທະລາວັນ” (ພຣະບາງ) ອອກໃຫ້ມວນຊົນໄດ້ສັກກາລະບູຊາ ແລະ ຫົດສົງ.
ຂະບວນແຫ່ພະບາງນີ້ເອີ້ນວ່າ ແຫ່ຫວໍ່ ອັນປະກອບມີຂະບວນແຫ່ອົງພຣະບາງ, ປູ່ເຍີ-ຍ່າເຍີ, ພຣະສົງສາມະເນນ, ພຸດທະຄຳພີ, ຂະບວນນາງແກ້ວ, ຕົວລະຄອນໃນເລື່ອງພະລັກ-ພະລາມ, ຂະບວນມະໂຫລີ-ປີ່ພາດ, ຂະບວນແຫ່ສຽນ(ຫົວ)ທ້າວກະບິນລະພົມ, ນາງສັງຂານ, ຂະ ບວນບ່າວສາວ ແລະ ຂະບວນມະຫາຊົນຢ່າງອະເນກອະນັນຕາທີ່ຍິ່ງໃຫຍ່ ເຊິ່ງນັບວ່າ ເປັນພິທີແຫ່ທີ່ງົດງາມ ແລະ ຍິ່ງໃຫຍ່ທີ່ສຸດ.
ວັນສັງຂານຕ໌ຂຶ້ນ: ເປັນມື້ຂຶ້ນປີໃໝ່ລາວ ແລະ ປີຈຸນລະສັກກະລາດ ຈະເລື່ອນຕົວເລກຂຶ້ນອີກໜຶ່ງປີໃນປີນີ້ກໍແມ່ນເລື່ອນຈາກປີຈຸນລະສັກກະລາດ ໑໓໘໕ເປັນ ໑໓໘໖ ແລະ ກໍເປັນມື້ສຸດທ້າຍຂອງການສະຫລອງປີໃໝ່ລາວ. ນອກນີ້ແລ້ວມື້ສັງຂານຂຶ້ນ ຫລື ມື້ຂຶ້ນປີໃໝ່ ຍັງເປັນວັນໂຮມຍາດຕິພີ່ນ້ອງ ເຊິ່ງຊາວລາວຈະຖືເອົາໂອກາດນີ້ ເປັນການສົມມາຜູ້ມີພະຄຸນຂອງຕົນ ອັນມີ ພໍ່-ແມ່, ຜູ້ເຖົ້າຜູ້ແກ່ປະຈຳວົງຕະກູນ ແລະ ບຸກຄົນທີ່ເຮົາເຄົາລົບ.
ການສົມມາ ຄືການຍອມຮັບສຳນຶກຜິດ ໃນສິ່ງທີ່ຕົນໄດ້ລະເມີດ, ໄດ້ລ່ວງເກີນ ຫຼື ປະພຶຕຜິດຕໍ່ບຸກຄົນທີ່ຢູ່ສູງກວ່າຕົນ ບໍ່ວ່າຈະເປັນກາຍ,ວາຈາ,ໃຈ. ໃນພິທີນີ້ ບັນດາລູກຫລານຈະ ແຕ່ງຂັນຫ້າ ເພື່ອຂໍຂະມາພໍ່ແມ່, ຜູ້ເຖົ້າຜູ້ແກ່ ແລະ ບຸກຄົນທີ່ຕົນເຄົາລົບ ພ້ອມທັງຂໍລະໂທດ ອັນຈະເປັນບາບ ເປັນກໍາໃຫ້ແກ່ຕົນໃນພາຍພາກໜ້າ ຈາກນັ້ນກໍຂໍຫົດສົງລ້າງສ່ວຍພວກເພິ່ນ. ກຸສົນອຸບາຍນີ້ ຄົນບູຮານໄດ້ໃຫ້ຄວາມໝາຍໄວ້ ໒ ຢ່າງຕົ້້ນຕໍຄື:
໑. ການຮູ້ຕື່ນດ້ວຍສຳນຶກຂອງຕົນເອງ ຕໍ່ການກະທຳທີ່ອາດເປັນບາບ-ເປັນກຳ ຈະຖືເປັນການລ້າງບາບລ້າງກຳທີ່ດີທີ່ສຸດ, ທັງໄດ້ຮັບການໃຫ້ອະໄພໂທດ ແລະ ການເຂົ້າສູ່ການດຳເນີນຊີວິດໃນປີໃໝ່ຢ່າງໃສສະອາດ.
໒. ເປັນໂອກາດທີ່ຈະຕັກເຕືອນຕົນເອງວ່າ: ໃນເຮືອນຊານທີ່ຕົນອາໄສຢູ່ນັ້ນບໍ່ມີພະອົງໃດຈະສັກສິດປູນປານພະອໍລະຫັນຜູ້ເປັນບຸບຜະກອນ ຫລື ບຸບຜະກາລີ ຫຼື ພໍ່ແມ່ ທີ່ເປັນຜູ້ເບິ່ງແຍງ, ລ້ຽງດູເຮົາມາ ແຕ່ມື້ເກີດ.
ຈຸດເດັ່ນອີກຢ່າງໜຶ່ງ ຂອງການສະຫລອງໃນມື້ຂຶ້ນປີໃໝ່ນີ້ກໍ່ຄື(ບາງບ້ານ) ຜູ້ຄົນຈະພາກັນແຫ່ລົງຫາດລົງດອນ ເພື່ອຕົບທາດຊາຍ ຫຼື ຕົບພະຊາຍ ອັນໝາຍເຖິງການຕົບປັ້ນສັນແຕ່ງດິນຊາຍໃຫ້ເປັນທາດ ແຕ່ງເອ້ດ້ວຍທຸງທິວສັດພາຫານະປະຈຳນາງສັງຂານ, ສັດ ໑໒ ຣາສີ, ພຣະປະຈຳວັນເກີດ ແລະ ລິງລາຍມົງຄົນຕ່າງໆ ເພື່ອເປັນການບູຊາຜູ້ຮັກສາແຫລ່ງນ້ຳ; ສ່ວນຢູ່ວັດ ອອກຕົນຍາດໂຍມຈະຖວາຍດິນຊາຍໃຫ້ແກ່ວັດ ເພື່ອຕົບປະທາຍ ຫຼື ພະທາດຊາຍ ແລະ ໄດ້ນໍາໃຊ້ໃນວຽກງານຂອງວັດ ເຊິ່ງໄດ້ຮ່ວມເປັນສ່ວນໜຶ່ງໃນການຈັດສ້າງຖາວອນວັດຖຸໃຫ້ຄົງຢູ່ເປັນແກ່ນສານໃນພຸດທະສາສະນາ.
ໃນຕອນຄ້າຍແລງຂອງວັນດຽວກັນນີ້, ພຣະສົງໃນວັດຈະລັ່ນຄ້ອງໄຊ ແລະ ຕີກອງໃຫຍ່ ເພື່ອເຕືອນບອກເຖິງການຂຶ້ນປີໃໝ່ລາວ; ສ່ວນຝ່າຍຄາລະວາດ ຈະພ້ອມກັນອາລາດທະນານິມົນອົງພະພຸດທະຮູບ ທີ່ມີໄວ້ບູຊາໃນເຮືອນໃນຊານມາເຊັດຂັດໃຫ້ເງົາງາມກ່ອນຈະນໍາຂຶ້ນສູ່ຫິ້ງ-ຮ້ານ ທີ່ຈັດແຕ່ງດ້ວຍເຄື່ອງຫອມ, ດອກໄມ້, ທູບທຽນ ແລ້ວຈຶ່ງພາລູກຫລານໄຫວ້ພະຮັບສິນໃນຕອນຫົວຄ່ຳ ຈຶ່ງຖືວ່າຄົບຖ້ວນບໍລິບູນໃນການສະຫລອງບຸນປີໃໝ່ລາວ.
ຄວາມເປັນມາຂອງນາງສັງຂານ ໄດ້ມີມາດົນແລ້ວ ໂດຍມີເລື່ອງເລົ່າສືບຕໍ່ກັນມາວ່າ: ພະຍາກະບິນລະພົມ ໄດ້ທ້າສະໝອງລອງປັນຍາ ກັບ ທຳມະບານກຸມມານ ເຊິ່ງເປັນນັກປາດຜູ້ຮຽນຈົບໄຕຣເພດ ເຊິ່ງປະກອບມີຄວາມຮູ້ຂັ້ນສູງສາມຢ່າງເຊັ່ນ: ໂຫລາສາດ, ຄຣຸສາດ ແລະ ພາສາສາດ.
ມີເລື່ອງເລົ່າສືບຕໍ່ກັນມາວ່າ: ແຕ່ປາງກ່ອນມີບຸດຊາຍເສດຖີຄົນນຶ່ງຊື່ວ່າ: “ທຳມະບານກຸມານ” ຮຽນຈົບວິຊາໄຕຣເພດ ເປັນນັກປາດຜູ້ມີປັນຍາສະຫຼາດຫຼັກແຫຼມເໜືອກວ່າເພື່ອນມະນຸດດ້ວຍກັນ ສາມາດຮູ້ຮອດພາສາຂອງສັດ ໃນນັ້ນລວມທັງພາສານົກ; ເມື່ອມີຄົນມາຖາມປັນຫາໃດບໍ່ວ່າຈະເປັນຄະຕິໂລກ ຫຼື ຄະຕິທຳ ເຂົາສາມາດແກ້ໄດ້ໝົດ.
ຄວາມຊ່າລືກ່ຽວກັບທຳມະບານກຸມມານ ທີ່ມີສະຕິປັນຍາແຫຼມຄົມສາມາດແກ້ບັນຫາໄດ້ຢ່າງບໍ່ຂ້ອງບໍ່ຄານີ້ໄດ້ດັງກ້ອງໄປຮອດພະພົມຢູ່ສວງສະຫວັນ. ມີພະພົມອົງນຶ່ງຊຶ່ງເປັນເຈົ້າແຫ່ງພົມ ແລະ ເທວະດາທັງຫຼາຍຊື່ວ່າ: “ພະຍາກະບິນລະພົມ” ເມື່ອຊາບຊື່ສຽງດັ່ງກ່າວກໍຢາກທົດສອບຄວາມຮູ້ຂອງທຳມະບານກຸມມານ ຈຶ່ງໄດ້ເຫາະຈາກສະຫວັນຊັ້ນຟ້າ ລົງມາຍັງໂລກມະນຸດ ແລະ ໄດ້ພົບກັບທຳມະບານກຸມມານຢູ່ຫໍປະສາດ ໗ ຊັ້ນ ຊຶ່ງລາວໄດ້ອາໄສຢູ່ຄົນດຽວ. ພະຍາກະບິນລະພົມ ກໍໄດ້ຖາມທຳມະບານກຸມມານຢູ່ ໓ ຂໍ້ ກ່ຽວກັບ ສິລິ ຂອງຄົນວ່າ: ໃນຕອນເຊົ້າ, ຕອນສວາຍ ແລະ ຕອນຄໍ່າ ສິລິ ຂອງຄົນຢູ່ໃສ ? (ສິລິ ແມ່ນລາສີ, ຄວາມງາມ, ມົງຄຸນ ຫລື ຈຸດສໍາຄັນຂອງຮ່າງກາຍ).
ຫລັງຈາກຖາມແລ້ວ ພະຍາກະບິນລະພົມ ກໍບໍ່ໄດ້ບັງຄັບໃຫ້ທໍາມະບານກຸມມານຕ້ອງຕອບທັນທີແຕ່ກຳນົດເວລາໄວ້ ໗ ວັນ ຈຶ່ງຈະລົງມາຟັງຄຳຕອບ ໂດຍໄດ້ວາງເງື່ອນໄຂໄວ້ວ່າ: ຖ້າທໍາມະກຸມມານຕອບບໍ່ໄດ້ ຈະຖືກຕັດຄໍ ແລະ ກົງກັນຂ້າມ ຖ້າຕອບໄດ້ຕົນເອງກໍຈະຍອມໃຫ້ຕັດຄໍເຊັ່ນກັນ.
ຫຼັງຈາກພະຍາກະບິນລະພົມກັບໄປແລ້ວ ທຳມະບານກຸມມານຕ້ອງໄດ້ໃຊ້ສະໝອງຢ່າງໜັກເພື່ອຊອກຫາຄຳຕອບ ແຕ່ກໍ່ຊອກບໍ່ເຫັນ ເພາະບໍ່ມີຄຳພີດີກາເຫຼັ້ມໃດທີ່ໄດ້ກ່າວເຖິງຄຳວ່າ: “ສິລິ” ຂອງຄົນ ຈົນວັນເວລາລ່ວງເລີຍໄປ ໖ ມື້ ນັບແຕ່ທຳມະບານກຸມມານຕັ້ງໜ້າຄົ້ນຄວ້າຫາຄຳຕອບໂດຍບໍ່ມີເວລາພັກຜ່ອນຫຼັບນອນ ຫຼື ກິນເຂົ້າກິນນ້ຳ ເຮັດໃຫ້ຕົນໂຕເຂົາຈ່ອຍຜອມລ່າເຫຼືອງອ່ອນແຮງ. ເມື່ອຮູ້ໂຕວ່າຈະຕ້ອງຖືກຕັດຄໍແນ່ນອນແລ້ວ ທຳມະບານກຸມມານ ຈິ່ງຕັດ ສິນໃຈຄັ້ງສຸດທ້າຍວ່າ: “ ເຮົາເປັນຄົນລະດັບນັກປາດ ທີ່ມີຊື່ສຽງກ້ອງໂລກ ຊິຍອມໃຫ້ຕັດຄໍປະຈານໃຫ້ເສຍຊື່ສຽງເຮັດຫຍັງ ແໜງສູ້ໄປຕາຍຂ້າງໜ້າດີກວ່າ”.
ເວລາໃກ້ຄ່ຳຂອງມື້ນັ້ນ ທຳມະບານກຸມມານ ໄດ້ພາຮ່າງກາຍອັນຈ່ອຍຜອມຍ່າງໂຊຊັກໂຊເຊລົງຈາກຫໍປະສາດ ໗ ຊັ້ນ ມຸ້ງໜ້າເຂົ້າປ່າ ໂດຍໄຮ້ຈຸດໝາຍປາຍທາງ…ເມື່ອເຫັນວ່າຈະຍ່າງໄປຕໍ່ບໍ່ໄຫວ ເຂົາຈຶ່ງໂຍບນັ່ງລົງກ້ອງຕົ້ນຕານຕົ້ນໜຶ່ງ ໂດຍຄິດໄວ້ວ່າຄວາມອິດເມື່ອຍ ແລະ ຄວາມຫິວ ທີ່ເພີ້ມຂຶ້ນຊັກໄຊ້ນັ້ນຈະເຮັດໃຫ້ເຂົາຈົບຊີວິດລົງຢູ່ສະຖານທີ່ແຫ່ງນີ້, ແຕ່ເວລານັ້ນ ຢູ່ເທິງຕົ້ນຕານພັດມີແຮ້ງສອງຜົວເມຍ(ນົກອິນຊີ)ອາໄສຢູ່ ໃນຕອນເດິກສະຫງັດຂອງຄືນນັ້ນແຮ້ງສອງຜົວເມຍໄດ້ລົມກັນກ່ຽວກັບແຜນການທີ່ຈະໄປຊອກກິນອາຫານໃນມື້ໃໝ່ ໂດຍເມຍຖາມຜົວວ່າ ມື້ອື່ນພວກເຮົາຈະໄປຫາກິນທາງໃດ?
ຜົວ: ມື້ອື່ນພວກເຮົາບໍ່ຕ້ອງບິນໄປຫາກິນໄກໃຫ້ເມື່ອຍດ໋ອກ ຖ້າກິນຊີ້ນມະນຸດຢູ່ໃນ
ເມືອງນີ້ແຫລະ.
ເມຍ: ຊິມີຊີ້ນມະນຸດມາແຕ່ທາງໃດໃຫ້ພວກເຮົາໄດ້ກິນ?
ຜົວ: ມື້ອື່ນນີ້ພະຍາກະບິນລະພົມ ຊິລົງມາຕັດຄໍທຳມະບານກຸມມານ ແລ້ວພວກເຮົາ
ກໍຈະໄດ້ກິນຊີ້ນເຂົາ
ເມຍ: ພະຍາກະບິນລະພົມຈະຕັດຄໍທຳມະບານກຸມມານດ້ວຍເຫດອັນໃດ ?
ຜົວ: ກໍດ້ວຍເຫດທີ່ວ່າ ທຳມະບານກຸມມານຕອບບັນຫາຂອງພະຍາກະບິນລະພົມບໍ່
ໄດ້
ເມຍ: ພະຍາກະບິນລະພົມໄດ້ທຳມະບານກຸມມານແນວໃດ ຖາມຍາກແທ້ຫວ໋ະ ຂັ້ນ
ນັກປາດຄືທຳມະບານກຸມມານກໍ່ຍັງຕອບບໍ່ໄດ້ ?
ຜົວ: ມັນຊິຍາກຫຍັງເດ້ ແຕ່ທຳມະບານກຸມມານບໍ່ໄດ້ຮຽນເຖິງເລື່ອງນີ້ກໍ່ເລີຍຕອບ
ບໍ່ໄດ້. ກໍພຽງເພິ່ນຖາມວ່າ: ສິລິ ຂອງຄົນໃນຕອນເຊົ້າ, ຕອນສວາຍ ແລະ ຕອນ
ຄໍ່າ ນັ້ນຢູ່ໃສ ?
ເມຍ: ຄັນຊັ້ນເຈົ້າຮູ້ບໍ່ວ່າທັງ ໓ ເວລານັ້ນ ສິລິ ຂອງຄົນຢູ່ໃສ?
ຜົວ: ກໍຮູ້ຫັ້ນແລ້ວ ງ່າຍໆ
ເມຍ: ຄັນຊັ້ນເວົ້າໃຫ້ຂ້ອຍຟັງແດ່ດູ
ຜົວ: ເວົ້າບໍ່ໄດ້ດອກ ເດິກດື່ນແລ້ວ… ນອນສາ…
ເມຍ: ບໍ່! ຄັນເຈົ້າບໍ່ເວົ້າໃຫ້ຂ້ອຍຟັງຂ້ອຍຊິກັ້ນໃຈຕາຍປະເຈົ້າໂລດລະ…
ຜົວ: ເວົ້າກະເວົ້າ! ຄືວ່າຕອນເຊົ້າ ສີຣິຂອງຄົນ(ລາສີ)ຈະຢູ່ທີ່ໜ້າ ຄົນຈຶ່ງຕ້ອງລ້າງ
ໜ້າທຸກໆເຊົ້າ, ຕອນທ່ຽງ ສີຣິ ຂອງຄົນ(ລາສີ)ຈະຢູ່ທີ່ໜ້າເອິກ ຄົນຈຶ່ງອາບນ້ຳ
ແລະເອົາເຄື່ອງຫອມປະພົມທີ່ໜ້າເອິກ, ສ່ວນຕອນຄ່ຳ ສີຣິຂອງຄົນ(ລາສີ)ຈະ
ຢູ່ທີ່ຕີນ ຄົນເຮົາຈຶ່ງຕ້ອງລ້າງຕີນກ່ອນເຂົ້ານອນ.
ເນື່ອງຈາກ ທຳມະບານກຸມມານ ຮູ້ພາສານົກ ດັ່ງນັ້ນ ຄຳສົນທະນາຂອງ ແຮ້ງສອງຜົວເມຍ ຈຶ່ງປຽບເໝືອນສິ່ງສັກສິດຊ່ວຍໃຫ້ເຂົາລອດພົ້ນຈາກຄວາມຕາຍໄດ້; ເຂົາຟ້າວລຸກຈາກກ້ອງຕົ້ນຕານແລ່ນກັບຄືນສູ່ຫໍປະສາດ ດ້ວຍຄວາມສຸກໃຈຢ່າງຫາອັນປຽບບໍ່ໄດ້.
ເຊົ້າມື້ຖ້ວນເຈັດ ພະຍາກະບິນລະພົມກໍລົງມາຟັງຄຳຕອບ ເມື່ອໄດ້ຟັງການຕອບບັນຫາທັງສາມຂໍ້ຂອງ ທຳມະບານກຸມມານ ທີ່ຕອບໄດ້ຢ່າງຖືກຕ້ອງແລ້ວ ເຮັດໃຫ້ພະຍາກະບິນລະພົມມີຄວາມປະຫຼາດໃຈບໍ່ໜ້ອຍ, ເພື່ອບໍ່ໃຫ້ເສຍສັດຈະທີ່ຕົນໄດ້ໃຫ້ໄວ້ກັບທຳມະບານກຸມມານ ຈຶ່ງຕົກລົງໃຫ້ທຳມະບານກຸມມານ ຕັດຄໍຂອງຕົນ; ແຕ່ຍ້ອນພະຍາກະບິນລະພົມນັ້ນ ມີລິດເດດເກັ່ງກ້າເໝືອກວ່າເທວະດາ ແລະ ມະນຸດທັງຫຼາຍ ພຽງແຕ່ຫົວ ແລະ ເລືອດຂອງພະຍາກະບິນລະພົມຕົກລົງດິນກໍຈະເຮັດໃຫ້ ເກີດເປັນໄຟມະໄລກັນໄໝ້ໂລກ, ຖ້າໂຍນຫົວພະຍາກະບິນລະພົມຂຶ້ນສູ່ເວຫາກໍຈະໄໝ້ອາກາດເຮັດໃຫ້ມວນມະນຸດ ແລະ ສັດສາວາສິ່ງໝົດອາກາດຫາຍໃຈ, ຖ້າໂຍນລົງນໍ້າກໍຈະເຮັດແມ່ນໍ້າຄົງຄາມະຫາສະມຸດເຫືອດແຫ້ງເກີດໄພພິບັດ ແຫ້ງແລ້ງເປັນອັນຕະລາຍຕໍ່ມວນມະນຸດໃນທົ່ວໂລກ. ດັ່ງນັ້ນ ເພື່ອຊ່ວຍມວນມະນຸດໃຫ້ຫຼຸດພົ້ນຈາກໄພພິບັດເຫຼົ່ານັ້ນ ກ່ອນຖຶກຕັດຄໍ ພະຍາກະບິນລະພົມ ຈຶ່ງເອີ້ນເອົາທິດາທັງ ໗ ນາງ ມາພົບເປັນການດ່ວນ ເພື່ອເປັນການສັ່ງລາ.
ເມື່ອທັງ ໗ ນາງມາພ້ອມໜ້າພ້ອມຕາກັນແລ້ວ ຜູ້ເປັນພໍ່ຈິ່ງສັ່ງຄວາມວ່າ: ຕອນພໍ່ຖືກຕັດຄໍໃຫ້ພວກລູກເອົາຖາດພາຄຳມາຮອງຮັບເອົາຫົວພໍ່ໄວ້ບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ; ໃຫ້ ນາງ ທຸງສະເທວີ ຜູ້ເປັນທິດາອົງໃຫຍ່ນໍາເອົາສຽນ(ຫົວ)ຂອງພໍ່ ແລ້ວພາກັນວຽນຂວາຮອບພູເຂົາພະສຸເມນ ໓ ຮອບ ຈາກນັ້ນຈຶ່ງນໍາໄປເກັບຮັກສາໄວ້ໃນຖ້ຳຄັນທຸລີ ຢູ່ພູເຂົາໄກລາດ, ພໍເຖິງຂວບປີ ແມ່ນໃຫ້ນຳເອົາຫົວພໍ່ອອກມາຫົດສົງສ່ວຍລ້າງດ້ວຍ ນ້ຳອົບນ້ຳຫອມໃຫ້ສະອາດ.
ດ້ວຍເລື່ອງເລົ່າກັນມານີ້ເອງ ເມື່ອຮອດຍາມກຸດສົງການປີໃໝ່ແຕ່ລະປີປະຊາຊົນຊາວພວກເຮົາຈິ່ງເອົານ້ຳອົບ, ນ້ຳຫອມ ຫຼື ນ້ຳດອກໄມ້ໄປຫົດສົງພະພຸດທະຮູບ, ຫົດສົງພໍ່ແມ່ເຖົ້າແກ່, ຄູບາ-ອາຈານ ແລະ ຍາດພີ່ນ້ອງເພື່ອນຝູງ ເພື່ອຄວາມເປັນສິລິມົງຄົນ ສືບຕໍ່ກັນມາຈົນເຖິງປັດຈຸບັນ.
ເມື່ອເຖິງເດືອນຫ້າ ຟ້າລ່ວງ ຫຼື ກຸດສົງການປີໃດ ຖ້າສັງຂານລ່ວງຖືກວັນໃດ ໃຫ້ລູກສາວປະຈຳວັນນັ້ນ(ນາງສັງຂານ) ພ້ອມພາຫານະ ແລະ ບໍລິວານຂອງຕົນໄປແຫ່ເອົາຫົວພໍ່ອອກມາຈາກ ຖ້ຳຄັນທຸລີ ເພື່ອນໍາມາຫົດສົງ ແລ້ວຈິ່ງເອົາໄປໄວ້ບ່ອນເກົ່າ ໂດຍຜັດປ່ຽນກັນຕາມວັນເວລາ ຫລື ຕາມວັນມະຫາສົງການ(ລູກສາວຂອງພະຍາກະບິນລະພົມ ໗ ຄົນ, ແມ່ນເປັນນາງປະຈຳແຕ່ລະວັນຂອງອາທິດ, ແຕ່ລະຄົນຈະຂີ່ພາຫານະປະຈຳໂຕນັ້ນມາ ເຊິ່ງພາຫານະດັ່ງກ່າວເປັນສັດ,ນອກນີ້ຍັງມີເຄື່ອງປະດັບ ແລະ ສາຕຣາວຸດປະຈຳກາຍ ທີ່ເປັນສັນຍາລັກຂອງຕົນເອງ)ຫາກວ່າ:
໑. ມື້ມະຫາສົງການ(ສັງຂານລ່ວງ)ໄປວັນອາທິດ ແມ່ນນາງສົງການມີນາມ ທຸງສະເທວີ ຊົງພາຫຸລັດທັດດອກພິລາ ອາພອນແກ້ວປັດທະມະລາດ, ພັກສາຫານແມ່ນອຸທຸມພອນ (ໝາກເດື່ອ), ພະຫັດຂວາຊົງກົງຈັກ ພະຫັດຊ້າຍຊົງສັງຫ໌(ຫອຍ)ສະເດັດມາເທິງຫລັງຄຸດ.
໒. ມື້ມະຫາສົງການ(ສັງຂານລ່ວງ)ໄປວັນຈັນ ເປັນມື້ມະຫາສົງການ ນາງສົງການມີນາມ ໂຄລາຄະເທວີ ຊົງພາຫຸລັດທັດດອກກາງຂອງ ອາພອນແກ້ວມຸກດາຫານ(ແກ້ວໝົ່ນ) ພັກສາຫານແມ່ນນໍ້ານົມ, ພະຫັດຂວາຊົງພະຂັນ(ດາບ) ພະຫັດຊ້າຍຊົງໄມ້ຄ້ອນເທົ້າ ສະເດັດໄສຍາດ(ນອນ) ມືນພະເນດ(ຕາ)ມາເທິງຫລັງພະຍັກຂ໌(ເສືອໂຄ່ງ).
໓. ມື້ມະຫາສົງການ(ສັງຂານລ່ວງ)ໄປວັນອັງຄານ ເປັນມື້ມະຫາສົງການ ນາງສົງການມີນາມ ຣາກສະເທວີ ຊົງພາຫຸລັດທັດດອກບົວຫລວງ, ອາພອນປະດັບດ້ວຍແກ້ວໂມລາ(ແກ້ວລາຍ) ສະເຫວີຍໂລຫິດ(ເລືອດ)ເປັນພັກສາຫານ; ມືຂວາຊົງຕຣີສູນ(ຫອກສາມຫງ່າມ), ມືຊ້າຍຊົງທະນູ, ສະເດັດໄສຍາດ(ນອນຫລັບຕາ)ມາເທິງຫລັງວະຣະຫະ(ໝູ)ເປັນພາຫະນະ.
໔. ມື້ມະຫາສົງການ(ສັງຂານລ່ວງ)ໄປວັນພຸດ ເປັນມື້ມະຫາສົງການ ນາງສົງການມີນາມ ມົນທາເທວີ ຊົງພາຫຸລັດທັດດອກຈຳປາ, ອາພອນປະດັບດ້ວຍແກ້ວໄພທູນ, ພັກສາຫານ ໄດ້ແກ່ນົມເນີຍ, ພະຫັດຂວາຊົງເຂັມ ພະຫັດຊ້າຍຊົງໄມ້ເທົ້າ ສະເດັດມາເທິງຫລັງຄັດລະພະ(ລາ ຫຼື ມ້າລໍ).
໕. ມື້ມະຫາສົງການ(ສັງຂານລ່ວງ)ໄປວັນພະຫັດ ເປັນມື້ມະຫາສົງການ ນາງສົງການມີນາມ ກິລິນີເທວີ ຊົງພາຫຸລັດທັດດອກມົນທາ, ອາພອນປະດັບດ້ວຍແກ້ວມໍລະກົດ, ສະເຫວີຍຖົ່ວ ແລະ ງາ ເປັນອາຫານ, ພະຫັດຂວາຊົງຂໍຊ້າງ, ພະຫັດຊ້າຍຊົງປືນ ສະເດັດມາເທິງຫລັງຄະສະສານ(ຊ້າງ).
໖. ມື້ມະຫາສົງການ(ສັງຂານລ່ວງ)ໄປວັນສຸກເປັນມື້ມະຫາສົງການ ນາງສົງການມີນາມ ກິມິທາເທວີ ຊົງພາຫຸລັດທັດດອກຈັງກອນ ຫລື ຈົງກົນ(ດອກບົວແບ້) ອາພອນແກ້ວບຸດສະລາຄຳ(ແກ້ວເຫລືອງ) ສະເຫວີຍກ້ວຍນ້ຳ ເປັນອາ ຫານ, ພະຫັດຂວາຊົງຂັນ(ດາບ), ພະຫັດຊ້າຍຊົງພິນ(ເຄື່ອງດົນຕຣີ) ສະເດັດມາເທິງຫລັງມະຫິງສາ (ຄວາຍ).
໗. ມື້ມະຫາສົງການ(ສັງຂານລ່ວງ)ໄປວັນເສົາເປັນມື້ມະຫາສົງການ ນາງສົງການນາມ ມະໂຫທອນເທວີ ຊົງພາຫຸລັດທັດດອກສາມຫາວ, ອາພອນປະດັບດ້ວຍແກ້ວນິນລັດຕະນະ, ສະເຫວີຍຊີ້ນຊາຍເປັນອາຫານ, ພະຫັດຂວາຊົງກົງຈັກ, ພະຫັດຊ້າຍຊົງຕີສູນ(ຫອກສາມງ່າມ) ສະເດັດມາເທິງຫລັງມະຍຸລາ (ນົກຍູງ).
ເອກະສານອ້າງອີງ:
ຄັດຈາກປຶ້ມ: ໂຫຣາສາດລາວ(ມະຫາສີລາວິຣະວົງ ຮຽບຮຽງ)



