ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸນປີໃໝ່ລາວ 3 ມື້ ມີອຸບັດເຫດເກີດຂຶ້ນກວ່າ 160 ລາຍ ເສຍຊີວິດ 15 ຄົນ.

Apr 17, 2025

ການສະເຫຼີມສະຫຼອງປີໃໝ່ລາວ ພສ 2568 ວັນທີ 14-15-16 ເມສາ 2025 ພຽງໄລຍະ 3 ວັນມີອຸບັດເຫດເກີດຂຶ້ນຫຼາຍກວ່າ 160 ລາຍ ມີພາຫະນະເປ່ເພເກືອບ 300 ຄັນ ແລະ ມີຜູ້ເສຍຊີວິດ 15 ຄົນ.
ອີງຕາມການສະຫຼຸບຂອງພະແນກສືບສວນ-ສອບສວນຄະດີອຸບັດເຫດ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2568 ທົ່ວປະເທດມີອຸບັດເຫດຂຶ້ນ 169 ລາຍ ແລະ ມີຜູ້ເສຍຊວິດ 15 ຄົນ ຄື:
– ວັນທີ 14 ເມສາ 2025 ເກີດຂຶ້ນ 62 ລາຍ ມີພາຫະ ນະເປ່ເພ 106 ຄັນ ໃຫ້ການບໍ່ໄດ້ 2 ຄັນ ມີຄົນໄດ້ຮັບບາດເຈັບ 97 ຄົນ ໃນນັ້ນບາດເຈັບເລກນ້ອຍ 48 ຄົນ ບາດເຈັບສົມຄວນ 38 ຄົນ ບາດເຈັບສາຫັດ 11 ຄົນ ແລະ ເສຍຊີວິດ 9 ຄົນ ໃນນັ້ນແຂວງທີ່ມີຄົນເສຍຊີວິດ ແຂວງໄຊຍະບູລີ 1 ຄົນ ແຂວງຫຼວງພະບາງ 2 ຄົນ ແຂວງບໍລິຄຳໄຊ 2 ຄົນ ແຂວງວຽງຈັນ 1 ຄົນ ແຂວງຫົວພັນ 1 ຄົນ ແຂວງອັດຕະປື 1 ຄົນ ແລະ ແຂວງສາລະວັນ 1 ຄົນ.
– ວັນທີ 15 ເມສາ 2025 ເກີດຂຶ້ນທັງໝົດ 63 ລາຍ ມີພາຫະນະເປ່ເພ 109 ຄັນ ໃຊ້ການບໍ່ໄດ້ 2 ຄັນ ມີຄົນໄດ້ຮັບບາດເຈັບ 116 ຄົນ ໃນນັ້ນບາດເຈັບເລກນ້ອຍ 55 ຄົນ ບາດເຈັບສົມຄວນ 49 ຄົນ ບາດເຈັບສາຫັດ 12 ຄົນ ແລະ ເສຍຊີວິດ 5 ຄົນ ແຂວງທີ່ມີຜູ້ເສຍຊີວິດມີແຂວງວຽງຈັນ 2 ຄົນ ແຂວງສະຫວັນນະເຂດ 2 ຄົນ ແລະ ແຂວງອຸດົມໄຊ 1 ຄົນ.
– ວັນທີ 16 ເມສາ 2025 ເກີດຂຶ້ນທັງໝົດ 44 ລາຍ ມີພາຫະນະເປ່ເພ 75 ຄັນ ໃຊ້ການບໍ່ໄດ້ 1 ຄັນ ມີຄົນໄດ້ຮັບບາດເຈັບ 89 ຄົນ ໃນນັ້ນບາດເຈັບເລັກນ້ອຍ 47 ຄົນ ບາດເຈັບສົມຄວນ 31 ຄົນ ບາດເຈັບສາຫັດ 11 ຄົນ ແລະ ເສຍຊີວິດ 1 ຄົນ ແຂວງທີ່ມີຜູ້ເສຍຊີວິດມີນະຄອນຫຼວງວຽງຈັນ 1 ຄົນ.
ຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່