ບຸນພຣະທາດ ທ່າພະນົມປະຖົມລັດຕະນະເຈດີ ທີ່ ເມືອງອຸທຸມພອນປະຈໍາປີ 2025

ວັນທີ 10 ກຸມພາ 2025 ທີ່ບ້ານດົງທ່າ ເມືອງອຸທຸມພອນ, ແຂວງສະຫວັນນະເຂດໄດ້ຈັດພິທີເປີດບຸນພຣະທາດ ທ່າພະນົມ ປະຖົມລັດຕະນະເຈດີ ຂື້ນຢ່າງເປັນທາງການ.
ບຸນນະມັດສະການ ພຣະທາດທ່າພະນົມປະຖົມລັດຕະນະເຈດີ ແມ່ນໄດ້ຈັດຂື້ນທຸກໆປີໃນເດືອນ 03 ຂື້ນ 15 ຄໍ່າ,ເພື່ອເປັນການອະນຸລັກ ປົກປັກຮັກສາ ຮີດຄອງປະເພນີອັນດີງາມຂອງຊາດໄວ້ໃຫ້ ຄົນຮຸ້ນລູກ,ຮຸ້ນຫຼານໄດ້ສືບທອດປະເພນີອັນດີງາມນີ້ໄວ້ ຕະຫຼອດໄປ ຫຼື ໄດ້ສຶກສາຄົ້ນຄວ້າ,ຄຽງຄູ່ກັນນີ້ ປະຊາຊົນບັນດາເຜົ່າ ຍັງມີສິລະ ປະວັດທະນະທໍາທີ່ດີງາມ ບໍ່ວ່າຈະເປັນວັດທະນະທໍາທາງດ້ານວັດຖຸ ກໍ່ຄື ວັດທະນະທໍາທາງດ້ານຈິດໃຈ,ສິ່ງທີ່ສະແດງອອກໃຫ້ເຫັນນັ້ນ ກໍ່ແມ່ນຫົວຄິດປະດິດສ້າງ ທາງດ້ານ ສິລະປະ ສະຖາປັດຕະຍະກໍາ,ປະຕິມາກໍາ ແລະ ຈິດຕະກໍາທີ່ສວຍສົດ ງົດງາມທັງວິຈິດງາມຕາ ມາຕັ້ງແຕ່ສະໄໝບັນພະບູລຸດ.
ຈາກນັ້ນ ບັນດາທ່ານທີ່ເຂົ້າຮ່ວມ ຍັງໄດ້ຮັບຊົມ ການສະແດງ ສິລະປະ-ວັນນະ ຄະດີ ຈາກກຸ່ມບ້ານ ແລະ ນ້ອງນັກຮຽນປະຖົມ ແລະ ມັດທະຍົມສົມບູນດົງທ່າ ດ້ວຍບັນຍາກາດອັນເບີກບານມ່ວນຊື່ນ.
Cr: ບຸນຊູ ພົມມະເທບ





