ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸນມະໂຫລານຍີ່ປຸ່ນ 2025

Feb 17, 2025

ເອກອັກຄະຣາຊະທູດ ຍີ່ປຸ່ນປະຈຳລາວ ຈັດບຸນມະໂຫລານຍີ່ປຸ່ນ 2025 ເພື່ອສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະ ຫວ່າງລາວ ແລະ ຍີ່ປຸ່ນ ໃນວັນທີ 14-15 ກຸມພານີ້ ທີ່ສູນການຄ້າພາກຊັນ, ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຊຶໂຕມຸ ໂຄອິຊຶມິ ເອກອັກຄະຣາຊະທູດ ຍີ່ປຸ່ນປະຈຳລາວ, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວວັດ, ທະນາທຳ ແລະ ທ່ອງທ່ຽວ ແລະ ພາກສ່່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບຸນມະໂຫລານຍີ່ປຸ່ນ ແມ່ນເທດສະການຍີ່ປຸ່ນທີ່ໃຫຍ່ທີ່ສຸດໃນປະເທດລາວ ຊຶ່ງຈັດຂຶ້ນທຸກໆ 2 ປີ ຫຼື 3 ປີ ນັບຕັ້ງແຕ່ປີ 2011 ຜ່ານມາ, ງານປີນີ້ມີນັກສະແດງເທິງເວທີ ແລະ ກິດຈະກໍາທີ່ຫຼາກຫຼາຍມາມອບຄວາມສຸກໃຫ້ກັບຜູ້ຊົມ, ສຳລັບວັນທີ 14 ກຸມ ພາ ເລີ່ມຕົ້ນການສະແດງເຕັ້ນໂດຍ ເລື່ອງລາວ Dance Company ທີ່ສ້າງຕັ້ງໂດຍນັກເຕັ້ນຜູ້ມີຊື່ສຽງ 2 ຄົນຄື C-LII ຈາກປະເທດລາວ ແລະ Asako ຈາກປະເທດຍີ່ ປຸ່ນ, ອຸກົງ ທາກາຟູຈິ (UkonTakafuji) ນັກຟ້ອນພື້ນເມືອງຍີ່ປຸ່ນທີ່ມີຊື່ສຽງລະດັບໂລກນໍາເອົາການສະແດງສົດ Shishimai (ລະບໍາສິງໂຕ) ສຸດອະລັງການມາໃຫ້ຮັບຊົມ. ນັກຮ້ອງເພງປ້ອບຍີ່ປຸ່ນ krage ກໍມາປະກົດຕົວເປັນຄັ້ງທໍາອິດທີ່ ປະເທດລາວ ພ້ອມກັບຄວາມສາມາດໃນການແຕ່ງເພງ ແລະ ການສະແດງທີ່ເປັນເລີດ, ໃນວັນທີ 15 ກຸມພາຜ່ານມາ ການສະແດງ. ທີມນັກສະແດງ “Matsuri” (ເທດສະການ) ທີ່ລວມມີນັກຮຽນປະຖົມ ແລະ ມັດທະຍົມ ຈະມາສະແດງຄວາມສາມາດທາງດົນຕີ, ການເຕັ້ນ ແລະ ສິລະປະປ້ອງກັນຕົວ. ໂມລິ ຊູຊຸກິ (Mohri Suzuki), ໜຶ່ງໃນນັກຂຽນຕົວອັກສອນທີ່ມີອະນາຄົດໄກທີ່ສຸດຂອງຍີ່ປຸ່ນ ຈະມາເປີດຕົວຄັ້ງທໍາ ອິດໃນລາວກັບການສະແດງຂຽນຕົວອັກສອນອັນຊົງພະລັງດ້ວຍຈິດວິນຍານທີ່ວ່າ “ຖ້າຈິດໃຈຖືກຕ້ອງ ແປງກໍຍ່ອມຖືກຕ້ອງ”, ພາຍໃນງານຍັງມີການເປີດຮ້ານວາງສະແດງ, ກິດຈະກໍາວັດທະນະທໍາ, ເທດສະ ການອາຫານຍີ່ປຸ່ນ ແລະ ອື່ນໆ.
ທ່ານ ຊຶໂຕມຸ ໂຄອິຊຶມິ ກ່າວວ່າ: ສາຍພົວພັນການທູດລະຫວ່າງຍີ່ປຸ່ນ ແລະ ລາວ ສ້າງຕັ້ງຂຶ້ນໃນວັນທີ 5 ມີນາ 1955. ຕະຫຼອດ 7 ທົດສະວັດທີ່ຜ່ານມາ, ສາຍພົວພັນສອງຊາດເຮົາໄດ້ຂະ ຫຍາຍຕົວຢ່າງໝັ້ນຄົງໂດຍໄດ້ບັນລຸຂີດໝາຍສໍາຄັນໃນຫຼາກຫຼາຍຂົງເຂດຢ່າງກວ້າງຂວາງ, ລວມທັງການ ຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແລະ ການ ແລກປ່ຽນດ້ານບຸກຄົນ ແລະ ວັດທະ ນະທໍາ, ເພື່ອສືບຕໍ່ຄວາມກ້າວໜ້າອັນພົ້ນເດັ່ນນີ້, ໃນເດືອນມັງກອນທີ່ຜ່ານມາ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ພະນະທ່ານ ອິຊີບະ ຊິເງລຸ ນາຍົກລັດ ຖະມົນຕີຍີ່ປຸ່ນ ໄດ້ຕົກລົງ ເຫັນດີຍົກລະດັບສາຍພົວ ພັນລະຫວ່າງຍີ່ປຸ່ນ ແລະ ລາວເປັນ “ຄູ່ຮ່ວມ ຍຸດທະສາດຮອບດ້ານ”, ຍີ່ປຸ່ນຈະສືບຕໍ່ເຮັດວຽກຢ່າງໃກ້ ຊິດກັບລາວເພື່ອສົ່ງເສີມຄວາມພະຍາຍາມໃນ ຫຼາຍດ້ານ ແລະ ການຮ່ວມມືທີ່ຍືນຍາວຂອງພວກເຮົາ. ເພື່ອເນັ້ນຢໍ້າເຖິງມິດຕະພາບ ແລະ ການຮ່ວມ ມືທີ່ຍືນຍາວຂອງພວກເຮົາ.
ຂ່າວແຈ້ງຕື່ມອີກວ່າ: ໃນອາທິດດຽວກັນ ທີ່ບ້ານພັກເອກອັກຄະຣາຊະທູດຍີ່ປຸ່ນປະຈຳນະຄອນ ຫຼວຽງຈັນ ໄດ້ຈັດໃຫ້ມີການສະເຫຼີມສະຫຼອງວັນເກີດ ສົມເດັດພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ ນາຣຸຮີໂຕະ ຄົບຮອບ 65 ປີ ແລະ ສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຍີ່ປຸ່ນ, ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານ ສະມາຄົມມິດຕະພາບລາວ-ຍີ່ປຸ່ນ ພ້ອມດ້ວຍແຂກຖືກເຊີນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
Cr: ສຳນານ, ໜັງສືພິມປະຊາຊົນ