ບຸນມະໂຫລານດົນຕຣີອາຊຽນ-ເກົາຫຼີ ປະຈໍາປີ 2024
ພິທີເປີດງານບຸນມະໂຫລານດົນຕຣີອາຊຽນ-ເກົາຫຼີ ປະຈຳປີ 2024 ຈັດຂຶ້ນໃນວັນທີ 1 ພະຈິກ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ (ຖວທ) ທ່ານ Jung Yung Soog ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ລາວ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.

ທ່ານ ນາງ ດາລານີ ພົມມະວົງສາ ກ່າວວ່າ: ງານມະໂຫລານຄັ້ງນີ້ຈັດຂຶ້ນເພື່ອເປັນການຊຸກຍູ້ວິໄສທັດຮ່ວມກັນໃນການເຊື່ອມໂຍງ ແລະ ຢືດຢຸ່ນຂອງອາຊຽນ ເຊິ່ງສະທ້ອນໃຫ້ເຫັນເຖິງຫົວຂໍ້ຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພ້ອມ ທັງສະເຫຼີມສະຫຼອງ 35 ປີແຫ່ງການສ້າງຕັ້ງການພົວພັນຄູ່ເຈລະ ຈາອາຊຽນ-ສ.ເກົາຫຼີ ແລະ ລະດັບຍຸດທະສາດຮອບດ້ານ ທີ່ໄດ້ ຮັບຮອງເອົາໂດຍບັນດາຜູ້ນຳໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ເມື່ອບໍ່ດົນຜ່ານມານີ້ ແລະ ສອດຄ່ອງກັບປີທ່ອງທ່ຽວລາວ 2024 ເຊິ່ງງານບຸນນີ້ເປັນສ່ວນໜຶ່ງຂອງງານວາງສະແດງວັດທະນະທຳນະ ຄອນອາຊຽນຄັ້ງທີ7 ໃຫ້ມີບັນຍາກາດຟົດຟື້ນ.
ການຈັດງານຄັ້ງນີ້ເປັນການຢັ້ງຢືນເຖິງພະລັງແຫ່ງການແລກ ປ່ຽນດ້ານວັດທະນະທຳດ້ານສິປະດົນຕຣີ ເພື່ອເຮັດໃຫ້ອາ ຊຽນ-ສ.ເກົາຫລີ ໄດ້ໃກ້ຊິດກັນກວ່າເກົ່າ ພ້ອມນີ້ຍັງເປັນການສະເຫຼີມສະຫຼອງຄວາມສວຍງາມທີ່ເປັນເອກະລັກສະເພາະຂອງແຕ່ລະວັດທະນະທຳ, ຊຸກຍູ້ຄວາມເຂົ້າໃຈອັນເລິກເຊິ່ງ ເປັນເອກະ ພາບ ແລະ ການຮ່ວມມື ເພີ່ມທະວີການແລກປ່ຽນດ້ານເຕັກນິກ ແລະ ວັດທະນະທຳລະຫວ່າງບັນດາສິລະປິນໃນທົ່ວພາກພື້ນໃຫ້ຫຼາຍຂຶ້ນ.
ພາຍໃນງານຄັ້ງນີ້ ໄດ້ມີການສະແດງສິລະປະດົນດຣີຈາກ 10 ປະເທດອາຊຽນ, ໃນນີ້ ສະເພາະ ສປປ ລາວ ໄດ້ມີວົງດົນຕຣີແບັກອາຍ ແລະ ຕ່າຍອາກາດ ເຂົ້າຮ່ວມສະແດງ.
ສໍາລັບບຸນມະໂຫລານດົນຕຣີອາຊຽນ-ເກົາຫຼີ ປະຈໍາປີ 2024 ຈະດຳເນີນໄປຮອດວັນທີ 4 ພະຈິກນີ້ ຕິ່ງຈະສໍາເລັດ.





