ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸນວັດທະນະທຳແຫ່ງຊາດສະເຫຼີມສະຫຼອງຜົນສຳເລັດການກໍ່ສ້າງເຂດການຮ່ວມມືເສດຖະກິດ ລາວ-ຈີນ

Oct 3, 2024

ບຸນວັດທະນະທຳແຫ່ງຊາດ ທີ່ ບໍ່ຫານ, ສປ ຈີນ ຈັດຂຶ້ນຢ່າງຄຶກຄື້ນໃນລະຫວ່າງວັນທີ 1-3 ຕຸລາ 2024 ນີ້, ໂດຍມີຫຼາຍກິດຈະກຳ ເພື່ອຊຸກຍູ້ການຄ້າ ແລະ ແລກ ປ່ຽນວັດທະນະທຳລະຫວ່າງສອງປະເທດ ລາວ-ຈີນ, ຈີນ-ລາວ ທັງເປັນການຮ່ວມກັນສະເຫຼີມສະຫຼອງຜົນສຳເລັດອັນສະຫງ່າງາມໃນການກໍ່ສ້າງເຂດການຮ່ວມມືເສດຖະ ກິດ ຈີນ-ລາວ (ບໍ່ຫານ-ບໍ່ເຕ່ນ) ແລະ ຊຸກຍູ້ການເຊື່ອມໂຍງວັດທະນະທໍາຂອງປະຊາ ຊົນ ລາວ-ຈີນ ໂດຍສະເພາະຢູ່ເຂດຊາຍແດນ ບໍ່ຫານ-ບໍ່ເຕ່ນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ທັງເປັນການກໍ່ສ້າງສູນຈັດສັນອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ.
ງານຄັ້ງນີ້ ຈັດຂຶ້ນເປັນຄັ້ງທຳອິດ, ໃນນັ້ນ ມີກິດຈະກຳເປີດເສັ້ນທາງການຄ້າປະຕູແຫ່ງຊາດ, ບຸນດົນຕຣີສາກົນບໍ່ຫານຄັ້ງທຳອິດ, ບຸນກາເຟສາກົນ ແລະ ກິດຈະກຳອື່ນໆ ທີ່ມວນຊົນໃຫ້ຄວາມສົນໃຈ ແລະ ເຂົ້າທ່ຽວຊົມເປັນຈຳນວນຫຼວງຫຼາຍ.
ສະເພາະ ສປປ ລາວ ມີ ກຸ່ມບໍລິສັດ ທ່ອງທ່ຽວ ວັດທະນະທຳລາວມະຫາຊົນ, ສະມາ ຄົມກາເຟລາວ ແລະ ບັນດາ ຮ້ານກາເຟ ລາວ ອັນດັບຕົ້ນໆ ຂອງປະເທດເຂົ້າຮ່ວມ. ພາຍໃນງານຍັງມີການສະແດງສິລະປະແລກປ່ຽນວັດ ທະນະທຳ, ສີລະປະດົນຕີສາກົນ, ກິລາ, ງານປະກວດຕ່າງໆ ທີ່ສ່ອງແສງເຖີງການຢູ່ຮ່ວມກັນດ້ວຍວັດທະນະທຳຮີດຄອງປະເພນີອັນດີງາມ ແລະ ຮ່ວມກັນສາສ້າງພັດທະນາປະເທດຊາດ ຈະເລີນງອກງາມຍິ່ງໆ ຂຶ້ນ.
ທີ່ມາ: ໜັງສືພິມກອງທັບ