ບຸນວັດທະນະທຳ ສ.ເກົາຫຼີ – ລາວ 2024

ສະຖານທູດ ສ.ເກົາຫຼີ ປະຈຳລາວ ໄດ້ຈັດງານບຸນວັດທະນະທໍາ ເກົາຫຼີ-ລາວ 2024 ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫຼວງ ວຽງຈັນ ໃນລະຫວ່າງວັນທີ 1-2 ພະຈິກ 2024. ເຂົ້າຮ່ວມພິທີເປີດການຄັ້ງນີ້ ມີທ່ານ Jung Yung Soo ທ່ານເອກອັກຄະ ລັດຖະທູດ ສ. ເກົາຫຼີ ປະຈຳລາວ, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫຼ່ງຂ່າວ ວັດທະນະ ທຳ ແລະ ທ່ອງ ທ່ຽວ ພ້ອມດ້ວຍແຂກຖືກເຊີນ.
ບຸນວັດທະນະທໍາ ສ.ເກົາຫຼີ-ລາວ 2024 ເປັນເຫດການໜື່ງຮ່ວມສະຫຼອງຜົນສຳເລັດຂອງ ສປປ ລາວ ທີ່ໄດ້ເປັນປະທານອາຊຽນ ປີ 2024 ທີ່ມີກິດຈະກໍາທາງວັດທະນະທໍາ ເຊັ່ນ: ການລອງຊຸດ Hanbok (ຊຸດພື້ນເມືອງຂອງເກົາຫຼີ) ຊົມ ແລະ ຊີມອາຫານເກົາຫຼີຍອດນິຍົມເຊັ່ນ: ກິມບັບ ເຕົ່າບັອກກີ ແຈ໊ກແຊ ດັກຈຸງ ແລະ ການຫຼິ້ນເກມພື້ນເມືອງເກົາຫຼີ ພ້ອມນີ້ ຍັງມີຮ້ານໂຄສະນາໂດຍອົງການລັດຖະບານ ສ ເກົາຫຼີ ເຊັ່ນ: KOTRA , KOICA , K-EXIM , KOFIH , K-LAB , EPS Center ໄດ້ນຳສະເໜີໂຄງການທ້ອງຖິ່ນຂອງເຂົາເຈົ້າໃນລາວ ແລະ ຫຼາຍບໍລິ ສັດຂອງ ສ ເກົາຫຼີ ໄດ້ວາງສະແດງສິນຄ້າເກົາຫຼີ ເຊັ່ນ: ເຄື່ອງເສີມຄວາມງາມ, ອາຫານ ແລະ ສິນຄ້າອື່ນໆ ນອກຈາກນີ້ ພາຍໃນງານ ຍັງຈັດໃຫ້ມີການສາທິດການເຮັດ Kimchi ການແຂ່ງຂັນຖາມ -ຕອບ ພາສາເກົາຫຼີ ພ້ອມຮ່ວມມ່ວນຊື່ນໄປກັບການສະແດງ Taekwondo ແລະ K-pop ແລະ ກິດຈະກຳອື່ນໆອີກຫຼາຍຢ່າງ.
ທ່ານ Jung Yung Soo ໄດ້ສະແດງຄວາມຂອບໃຈຕໍ່ການ ຮ່ວມມືຂອງລັດຖະບານລາວ ໃນການຈັດກອງປະຊຸມສຸດຍອດທີ່ກ່ຽວຂ້ອງຂອງອາຊຽນ ຄັ້ງທີ 44 ແລະ 45 ວ່າ: ການພົບປະລະຫວ່າງທ່ານປະທານາທິບໍດີ ສ.ເກົາຫຼີ ທ່ານ Yoon Suk Yeol ແລະ ທ່ານ ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແມ່ນໂອກາດເພື່ອສະແດງຄວາມຊົມເຊີຍຕໍ່ການພົວພັນທາງການທູດຄົບຮອບ 29 ປີ ລະຫວ່າງສອງປະເທດ ແລະ ປຶກສາຫາລືກ່ຽວກັບການຜັນຂະຫຍາຍການຮ່ວມມືໃນຕໍ່ໜ້າ ພ້ອມເນັ້ນ ຫວັງວ່າ ງານຄັ້ງນີ້ຈະ ເປັນການປະກອບສ່ວນເສີມສ້າງສາຍ ພົວ ພັນ ຮ່ວມມືລະຫວ່າງສອງປະເທດ ສ. ເກົາຫຼີ ແລະ ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເປັນເວທີການຮຽນຮູ້ແລກປ່ຽນວັດທະນະ ທຳ ປະສົບການທັກສະຕ່າງໆ ເຊິ່ງກັນ ແລະ ກັນ ຜ່ານຫຼາກຫຼາຍກິດຈະກຳພາຍ ໃນງານຄັ້ງນີ້.
ທ່ານ ໂພສີ ແກ້ງມະນີວົງ ກ່າວວ່າ: ສອງປະເທດ ລາວ-ສ. ເກົາ ຫຼີ ມີມູນເຊື້ອສາຍພົວພັນ ຮ່ວມມືກັນມາດົນນານ ແລະ ໄດ້ໃຫ້ ການສະໜັບສະໜູນຊ່ວຍເຫຼືອເຂົ້າໃນຫຼາຍວຽກງານ, ຂະແໜງ ການຂອງລາວ. ພິເສດແມ່ນການຊ່ວຍເຫຼືອສະໜັບສະໜູນ ໃນການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ທີ່ຜ່ານມາ ແລະ ກິດຈະກຳຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນ ເຮັດໃຫ້ສາຍພົວພັນຮ່ວມມືຂອງສອງປະເທດທີ່ມີມາແລ້ວນັ້ນ ໄດ້ ຮັບການເພີ່ມພູນຄູນສ້າງເກີດດອກອອກຜົນຍິ່ງໆ.





