ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບຸນອອກພັນສາທີ່ຫລວງພະບາງປີນີ້ ມີຫລາຍກິດຈະກໍາຄຶກຄື້ນມ່ວນຊື່ນ

Oct 17, 2024

ບຸນອອກພັນສາທີ່ຫລວງພະບາງປີນີ້ ມີຫລາຍກິດຈະກໍາຄຶກຄື້ນມ່ວນຊື່ນ
ບຸນອອກພັນສາທີ່ຫລວງພະບາງປີນີ້ ເລີ່ມຕົ້ນແຕ່ວັນທີ 15-18 ຕຸລານີ້ ໂດຍຈັດໃຫ້ມີຫລາຍກິດຈະກໍາຄືທຸກປີຜ່ານມາ ແຕ່ປີນີ້ຈະມີຄວາມຄຶກຄື້ນກວ່າປີຜ່ານມາ ເນື່ອງຈາກມີນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າມາທ່ອງທ່ຽວຫລວງພະບາງ ເປັນຈໍານວນຫລາຍ.
ທ່ານ ວຽງທອງ ຫັດສະຈັນ, ເຈົ້ານະຄອນຫລວງພະບາງ ໃຫ້ສໍາພາດຜ່ານລາຍ ການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 15 ຕຸລານີ້ວ່າ: ບຸນອອກພັນສາ ປະຈໍາປີ 2024 ທີ່ຫລວງພະບາງ ເລີ່ມຕົ້ນແຕ່ວັນທີ 15 ຕຸລາ ເຊິ່ງເປັນມື້ກະກຽມບຸນມະຫາຊາຕ ນະມັດສະການ ພະທາດຈອມສີ ໂດຍມີການສູດປະລິຕະມຸງຄຸນ ແລະທ່ ຽວຊົມຄວາມງົດງາມໄຟແສງສີ ການໄດ້ປະທີບ (ໂຄມໄຟ) ຕາມວັດແຫຼ່ງຕ່າງໆ, ວັນທີ 16 ຕຸລາ ປະຊາຊົນບັນດາເຜົ່າໃສ່ບາດຕາມວັດແຕ່ລະແຫ່ງ, ຈາກນັ້ນ ມີພິທີທາງສາສະໜາທີ່ພະທາດຈອມສີ, ຮັບຟັງການເທດມະຫາ ຊາດຕະຫຼອດວັນ, ສ່ວນຕອນແລງສືບຕໍ່ທ່ຽວຊົມຄວາມງົດງາມ ໄຟແສງສີ ການປະດັບ (ໂຕມໂຝ) ຕາມວັດແຫ່ງຕ່າງໆ, ວັນທີ່ 17 ຕຸລາ ຕອນເຊົ້າປະຊາຊົນານຕາເຜົ່າ ສືບຕໍ່ໃສ່ບາດຕາມວັດວາອາໜາມທີ່ມີເງື່ອນໄຂ ແລະທ່ຽວຊົມຄວາມງົດງາມໄຟແສງສີ ການໄຕປະທີບ(ໂຄມໄຟ) ຕາມວັດແຫ່ງຕ່າງໆ ໃນຍາມຄໍ່າຄືນ, ແລະ ວັນທີ 18 ຕຸລາ ເປັນມື້ບຸນໄຫຼເຮືອໄຟຢູ່ໜ້າຫໍພິພິທະພັນແຫ່ງ ຊາດຫລວງພະບາງ.
ສໍາລັບການປະກວດເຮືອໄຟ ເຊິ່ງຖືກເປັນກິດຈະກໍາສໍາຄັນທີ່ສຸດພາຍໃນງານຄັ້ງນີ້, ປີນີ້ ຈະມີເຮືອໄຟເຂົ້າຮ່ວມປະກວດ 23 ລໍາ ເຊິ່ງແຕ່ລະພາກສ່ວນທີ່ຈະເຂົ້າຮ່ວມການແຂ່ງຂັນໄດ້ກະກຽມເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຄາດວ່າປີນີ້ຈະຄຶກຄື້ນເປັນພິເສດ ເພາະນອກຈາກຈະໄດ້ຊົມເຮືອໄຟງາມ, ນັກທ່ອງທ່ຽວຍັງຈະໄດ້ເລືອກຊື້ຜະລິດ ຕະພັນ ກໍຄື ສິນຄ້າທີ່ເປັນສິນຄ້າພື້ນເມືອງຂອງຫລວງພະບາງທີ່ຊາວຄ້າຂາຍມາວາງສະແດງຂາຍພາຍໃນງານຕາມສະຖານທີ່ທີ່ພາກສ່ວນກ່ຽວຂ້ອງຈັດສັນໃຫ້. ຂະນະດຽວກັນ ເຈົ້າ ໜ້າທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ວຽກງານປ້ອງກັນຄວາມສະ ຫງົບ ຈິ່ງເຮັດໃຫ້ພາຍໃນງານຮັບປະກັນໄດ້ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ.
ເຈົ້ານະຄອນຫລວງພະບາງ ໃຫ້ຮູ້ຕື່ມວ່າ: ປີນີ້, ແຂວງຫລວງພະບາງ ວາງຄາດ ໝາຍດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 1 ລ້ານຄົນ, ແຕ່ນັບແຕ່ຕົ້ນປີມາຮອດເດືອນຕຸລາປີນີ້, ນັກທ່ອງທ່ຽວໄດ້ບັນລຸເກີນ 1 ລ້ານຄົນແລ້ວ, ສ່ວນການຈັດງານບຸນອອກພັນສາໃນຄັ້ງນີ້ ຄາດວ່າຈະສາມາດດຶງດູດນັກທ່ອງທ່ຽວໄດ້ອີກຈໍານວນຫລາຍ, ສ່ວນສະຖານທີ່ພັກເຊົາ ຄື: ຣີສອດ, ໂຮງແຮມ ແລະ ເຮືອນ ພັກ ແມ່ນພຽງພໍເພື່ອຮອງຮັບນັກທ່ອງທ່ຽວ ເພາະໃນນະຄອນຫລວພະບາງປີນີ້ ມີໂຮງແຮມ ແລະ ເຮືນພັກທີ່ສ້າງຂຶ້ນໃໝ່ຈໍານວນຫລາຍສົມຄວນ.