ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ງານບຸນປະເພນີອອກພັນສາປະວໍລະນາ ທີ່ຫຼວງພະບາງ ປີນີ້ ອົງການປົກຄອງນະຄອນ ຫຼວງພະບາງ ຈະຈັດຢ່າງຍິ່ງໃຫ່ຍ ເຕັມຮູບແບບ ຖືກຕ້ອງຕາມຮີດຄອງປະເພນີທຸກປະການ. ເຊິ່ງໃນໄລຍະສອງປີທີ່ຜ່ານມາຍ້ອນສະພາບຄວມຫຍຸ້ງຍາກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຈິ່ງບໍ່ສາມາດຈັດງານເຕັມຮູບແບບໄດ້.
ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງໃຫ້ຮູ້ວ່າ: ປັດຈຸບັນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບ ແຕ່ລະໜ້າວຽກ ທັງໄດ້ຊຸກຍູ້ ໃຫ້ແຕ່ລະອານຸກຳມະການ ກະກຽມວຽກງານຂອງຕົນຢ່າງຕັ້ງໜ້າ ສະເພາະການປະກວດເຮືອໄຟງາມປະຈຳປີ ພສ 2565, ຄສ 2022 ນີ້, ຄາດຄະເນວ່າຈະມີເຮືອໄຟເຂົ້າຮ່ວມປະກວດປະມານ 35 ລໍາ, ທີ່ມາຈາກບັນດາກຸ່ມບ້ານ, ສະຖາບັນສຶກສາ ແລະພາກສ່ວນທຸລະກິດ ພາຍໃນນະຄອນ ຫຼວງພະບາງ.
ເຈົ້ານະຄອນ ຫຼວງພະບາງໃຫ້ຮູ້ຕື່ມວ່າ: ໄລຍະແຕ່ ວັນທີ 6-11 ຕຸລາ 2022 ງານບຸນເຊິ່ງຕິດພັນກັບກິດຈະກໍາ ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ ໃນນັ້ນ ວັນທີ 6 ຕຸລາ 2022, ເວລາ 16:00 ໂມງ ຫາ 21:00 ໂມງ ປະກວດໂຄມໄຟຢູ່ທີ່ວັດໃໝ່, ວັນທີ 7 ຕຸລາ 2022, ເວລາ 8:00 ໂມງ ເປີດງານຢູ່ເຮືອນຈັນຢ່າງເປັນທາງການ, ຕອນແລງເວລາ 18:00 ໂມງ ແຫ່ຂະບວນໂຄມໄຟແຕ່ວັດໃໝ່ຫາເຮືອນຈັນ ແລະງານວາງສະແດງ, ຈຳໜ່າຍສີນຄ້າຫັດຖະກຳພື້ນເມືອງລາວ ຢູ່ເຮືອນຈັນ, ລະຫວ່າງວັນທີ 7-11 ຕຸລາ 2022, ວັນທີ 8-10 ຕຸລາ 2022 ທ່ຽວຊົມກິດຈະກຳ ຊີມກາເຟບ້ານເຮົາຢູ່ທີ່ສູນພາສາຟຣັ່ງ (ບ້ານວັດໜອງ ນະຄອນ ຫຼວງພະບາງ). ວັນທີ 9 ຕຸລາ 2022 ເວລາ 6:00 ໂມງ ຈັດກິດຈະກຳແລ່ນມາລະທອນ, ເວລາ 8:00 ຫ້າງຫາກະກຽມປະດັບປະດາຕົບແຕ່ງສະຖານທີ່ ພະທາດຈອມສີ ເວລາ 13:00 ເຕົ້າໂຮມ ພຣະສົງ-ສາມະເນນ ແລະປະຊາຊົນບັນດາເຜົ່າ ທຳພິທີທາງສາສະໜາ, ຕອນແລງເວລາ 18:00 ໂມງ ປະກວດເຂົ້າໜົມພື້ນເມືອງລາວ ແລະປະກວດຊຸດລາວຍ້ອນຍຸກ ຢູ່ທີ່ເຮືອນຈັນ ເວລາ 19:00 ທ່ຽວຊົມຄວາມງົດງາມໄຟແສງສີຂອງການໄຕ້ປະທີບ(ໂຄມໄຟ) ຕາມວັດວາອາຣາມພາຍໃນນະຄອນ ຫຼວງພະບາງ, ວັນທີ 10 ຕຸລາ 2022 ເວລາ 6:00 ປະຊາຊົນບັນດາເຜົ່າ ໃສ່ບາດ ຕາມວັດແຫ່ງຕ່າງໆ ທີ່ມີເງື່ອນໄຂ, ເວລາ 9:00 ທໍາພິທີທາງສາສະໜາທີ່ພະທາດຈອມສີ, ເວລາ 19:00 ທ່ຽວຊົມຄວາມງົດງາມໄຟແສງສີຂອງການໄດ້ປະທີບ(ໂຄມໄຟ) ຕາມວັດວາອາຮາມ ພາຍໃນນະຄອນ ຫຼວງພະບາງ, ວັນທີ 11 ຕຸລາ 2022 ຕອນເຊົ້າ: ແຕ່ລະບ້ານ, ສະຖາບັນໂຮງຮຽນ-ການສຶກສາ ແລະພາກສ່ວນຕ່າງໆ ຕົບແຕ່ງເຮືອໄຟ ໃຫ້ຮຽບຮ້ອຍ ແລະມີຄວາມສວຍງາມ, ເວລາ 18:00 ເຕົ້າໂຮມເຮືອໄຟຂອງແຕ່ລະພາກສ່ວນທີ່ເຂົ້າຮ່ວມປະກວດ ຢູ່ໜ້າຫໍພິພິດທະພັນ ແຫ່ງຊາດຫຫລວງພະບາງ, ເວລາ 18:30 ເລີ່ມພິທີທາງສາສະໜາ ຢູ່ວັດປ່າຮວກ, ເວລາ 19:00 ເປີດພິທີໄຫຼເຮືອໄຟຢ່າງເປັນທາງການ ຕາມຮີດຄອງປະເພນີ, ຫຼັງຈາກນັ້ນຊົມຄວາມສວຍງາມຂອງຂະບວນເຮືອໄຟແຕ່ລະພາກສ່ວນ ແຫ່ໄປຕາມເສັ້ນທາງສີສະຫວ່າງວົງຈົນເຖິງທ່ານໍ້າຂອງວັດຊຽງທອງ ແລະ ເຄື່ອນເຮືອໄຟລົງນໍ້າຕາມລໍາດັບ.