ບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2024 ຢູ່ນະຄອນປາກເຊ ຈະຈັດໃຫ້ມີຫລາຍກິດຈະກໍາ ເພື່ອອະນຸລັກຮັກສາ-ສືບສານ ຮີດຄອງປະເພນີ ແລະ ມູນເຊື້ອອັນດີງາມຂອງຊາດ ແລະ ທ້ອງຖິ່ນ ໃນນັ້ໜລວທັງກິດຈະກຳດ້ານສາສະໜາ, ກິດຈະກຳການຊ່ວງເຮືອ, ກິດຈະກໍາສົ່ງເສີມດ້ານການຄ້າ ແລະ ການທ່ອງທ່ຽວ.
ໃນວັນທີ 9 ຕຸລາ 2024 ນີ້, ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ຕາງໜ້າຄະນະຮັບຜິດຊອບຈັດກິດຈະກຳໃນບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ນະຄອນປາກເຊ ໄດ້ໃຫ້ສໍາພາດວ່າ: ບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ນະຄອນປາກເຊ ປະຈໍາປີ ພສ 2567 ຄສ 2024 ຈະຈັດຂຶ້ນ ໃນມື້ຂຶ້ນ 15 ຄໍ່າ (ເດືອນ 11 ເພັງ) ແລະ ມື້ແຮມ 1 ຄໍ່າ ເດືອນ 11 ລາວ ກົງກັບວັນພະຫັດ, ວັນສຸກ ວັນທີ 17-18 ຕຸລາ 2024 ເພື່ອອະນຸລັກຮັກສາ-ສືບສານ ຮີດຄອງປະເພນີ ແລະ ມູນເຊື້ອອັນດີງາມຂອງຊາດ ແລະ ທ້ອງຖິ່ນ ເຊິ່ງຈະໄດ້ຈັດຫລາຍກິດຈະກຳເຕັມຮູບແບບ. ໃນນັ້ນ, ກິດຈະຈໍາດ້ານສາສະໜາ, ໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ພສ 2567, ກົງກັບພະຫັດ ວັນທີ 17 ຕຸລາ 2024, ຕອນເຊົ້າ, ເລີ່ມແຕ່ ເວລາ 07:30 ໂມງ ຈະມີພິທີທຳບຸນໃສ່ບາດ, ຖວາຍສັງຄະທານ ແດ່ພະສົງທີ່ວັດຫລວງປາກເຊ, ມີພິທີຂໍພອນຫໍຫລັກເມືອງປາກເຊ, ເວລາ 18:00 ໂມງ (ຕອນແລງ-ຕອນຄໍ່າ) ຈະມີພິທີວຽນທຽນ, ຂະບວນແຫ່ຂອງກ້ອນກໍາລັງຊາວນະຄອນປາກເຊ ຈໍານວນ 13 ຂະບວນ, 50 ກ້ອນກໍາລັງ, ມີແຫ່ເຮືອໄຟໂຄກ, ແຫ່ຜາສາດເຜິ້ງ, ແຫ່ຕົ້ນກາລະພຶກ ໂດຍມີກໍາລັງພົນ, ພະສົງສາມະເນນ ແລະ ມວນຊົນເຂົ້າຮ່ວມຂະບວນແຫ່ ຈໍານວນ 4.234 ທ່ານ ເຊິ່ງຈະແຫ່ຈາກວົງວຽນທ່າສາລາຄໍາ ຕາມເສັ້ນທາງ ເລກທີ 11 ຫາ ຫໍຫລັກເມືອງປາກເຊ ແລ້ວເຂົ້າສູ່ວັດຫລວງປາກເຊ, ຖວາຍແດ່ພະສົງ, ແລ້ວລົງປ່ອຍໄຫລເຮືອໄຟ ທີ່ທ່າວັດຫຼວງປາກເຊ ຕາມຮີດຄອງປະເພນີ ທີ່ໄດ້ສືບສານກັນມາ.
ສໍາລັບກິດຈະກໍາການແຂ່ງຂັນເຮືອຊ່ວງ ປີນີ້ ມີການແຂ່ງຂັນ 6 ປະເພດ ຄື: ເຮືອຊ່ວງກິລາ 12 ສີພາຍ (ຊາຍ); ເຮືອຊ່ວງປະເພນີ 24 ສີພາຍ (ຊາຍ-ຍິງ); ເຮືອຊ່ວງປະເພນີ 33 ສີພາຍ (ຊາຍ-ຍິງ); ເຮືອສຸດ (ກິລາ) 33 ສີພາຍ (ຊາຍ) ຄາດວ່າຈະມີເຮືອຊ່ວງ ເຂົ້າຮ່ວມປະມານ 56 ຄະນະ ແລະ ມີລາງວັນ ຫລາຍກວ່າ 700 ລ້ານກີບ. ສໍາລັບກໍານົດການແຂ່ງຂັນຈະໄດ້ຈັດຂຶ້ນ ໃນ 2 ວັນ ຄື: ວັນທີ 17 ຕຸລາ 2024 (ມື້ອອກພັນສາ) ເວລາ 9 ໂມງ ເປັນຕົ້ນໄປ ແມ່ນມີການແຂ່ງຂັນ ເຮືອປະເພດ 12 ສີພາຍ ແລະ ປະເພດ 24 ສີພາຍ. ມື້ທີສອງ ວັນທີ 18 ຕຸລາ 2024 ເລີ່ມແຕ່ເວລາ 08:30 ໂມງ ແຂງຂັນເຮືອຊ່ວງ ປະເພດໃຫຍ່ 33 ສີພາຍ (ເຮືອປະເພນີ ແລະ ເຮືອສຸດ).
ທ່ານເຈົ້ານະຄອນປາກເຊ ຍັງໃຫ້ຮູ້ອີກວ່າ: ນອກນີ້, ຍັງມີກິດຈະກຳສົ່ງເສີມການຄ້າ ແລະ ການທ່ອງທ່ຽວ ເພື່ອເປັນການປະກອບສ່ວນ ກະຕຸກຊຸກຍູ້ເສດຖະກິດ, ສົ່ງເສີມການຜະລິດ, ການຊື້-ຂາຍ ແລະ ບໍລິການ ຂອງຊາວນະຄອນປາກເຊ ແລະ ແຂວງຈໍາປາສັກ ກໍຄື ຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນ ໃຫ້ມີບັນຍາກາດຟົດຟື້ນ, ສ້າງລາຍໄດ້-ລາຍຮັບອີກທາງໜຶ່ງ. ພ້ອມນີ້, ຍັງຈະຈັດງານຕະຫລາດນັດ, ວາງສະແດງ ແລະ ຈຳໜ່າຍສິນຄ້າ ໃນຂອບເຂດພື້ນທີ່ການຈັດງານ ບ້ານຫລັກເມືອງ, ທ່າສາລາຄໍາ ແລະ ບ້ານປາກເຊ, ສະຖານທີ່ແຄມເຊ ແລະ ແຄມຂອງ ຫລາຍກວ່າ 300 ຮ້ານ ເຊິ່ງຈະເປີດເປັນເສລາ 7 ວັນ ເລີ່ມແຕ່ວັນທີ 12-18 ຕຸລາ 2024. ພ້ອມນັ້ນ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ຍັງຈະໄດ້ຈັດຕະຫລາດກາງຄືນ ແລະ ຕະຫລາດນັດວາງສະແດງສິນຄ້າ, ຜະລິດຕະພັນ (ODOP) ແລະ ສິນຄ້າ ທີ່ຜະລິດພາຍໃນແຂວງ ເປັນຕົ້ນ ຜະລິດຕະພັນກະສິກຳ, ອຸດສາຫະກຳ ແລະ ການທ່ອງທ່ຽວ ເພື່ອເປັນການສົ່ງເສີມການຜະລິດ ແລະ ການຊົມໃຊ້ຜະລິດຕະພັນ ທີ່ຜະລິດໄດ້ພາຍໃນ ໃຫ້ແຂງແຮງກວ່າເກົ່າ ໂດຍຈະວາງສະແດງ ແລະ ແລກປ່ຽນຊື້-ຂາຍ ສະເພາະຕື່ມອີກ 56 ຫ້ອງ ທີ່ທ່າສາລາຄໍາ ເຊິ່ງຈະເປີດງານຢ່າງເປັນທາງການ ໃນວັນທີ 15 ຕຸລາ 2024.
ສະນັ້ນ, ຂໍແຈ້ງ ແລະ ເຊີນຊວນ ມາຍັງພໍ່ແມ່ພີ່ນ້ອງພາຍໃນນະຄອນປາກເຊ, ແຂວງຈໍາປາສັກ ແລະປະຊາຊົນບັນດາເຜົ່າ ໃນທົ່ວປະເທດ, ບັນດານັກທ່ອງທ່ຽວ, ແຂກທັງພາຍໃນ ແລະ ຕ່າງປະເທດ ມາຮ່ວມຊົມ-ຮ່ວມເຊຍ ການແຂ່ງຂັນຊ່ວງເຮືອ, ຈັບຈ່າຍຊື້-ຂາຍ ສິນຄ້າຕ່າງໆ ທີ່ກະກຽມໄວ້ບໍລິການ, ທັງຮ່ວມທຳບຸນໃສ່ບາດ, ວຽນທຽນ ແລະ ໄຫລເຮືອໄຟ ບູຊາສິ່ງສັກສິດຕ່າງໆ ນໍາດ້ວຍ.
ຂ່າວ-ພາບ: ທູນທອງໃຈ






