ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບົດຄຳເຫັນຂອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໃນໂອກາດວັນຄູແຫ່ງຊາດ ຄົບຮອບ 30 ປີ

Oct 7, 2024

ໃນໂອກາດວັນຄູແຫ່ງຊາດ ຄົບຮອບ 30 ປີ (07 ຕຸລາ 1994- 07 ຕຸລາ 2024) ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມີຄໍາເຫັນວ່າ: ມື້ນີ້ເປັນມື້ທີ່ມີ
ຄວາມສໍາຄັນສໍາລັບຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເພາະເປັນວັນຄູແຫ່ງຊາດຄົບຮອບ 30 ປີ, ເນື່ອງໃນໂອກາດວັນສໍາຄັນນີ້, ຂ້າພະເຈົ້າ ຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ ແລະ ໃນນາມສ່ວນຕົວຂໍສົ່ງຄວາມຮັກແພງ ແລະ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດມາຍັງພະນັກງານສຶກສາ, ຄູ-ອາຈານທຸກຖ້ວນໜ້າ.
ຂ້າພະເຈົ້າ ຮັບຮູ້ວ່າ ໃນໄລຍະນີ້ ຢູ່ແຕ່ລະແຂວງ/ນະຄອນຫຼວງ ທົ່ວປະເທດ, ບໍ່ວ່າຢູ່ໃນຕົວເມືອງກໍຄືຢູ່ໃນຊົນນະບົດ, ຢູ່ໃນເຂດທົ່ງພຽງ ຫຼື ພູດອຍ ຫຼື ວ່າຢູ່ໃນສະຖານການສຶກສາແຫ່ງຕ່າງໆ ກໍລ້ວນແຕ່ພາກັນຈົດຈໍ່ໃສ່ການສະເຫຼີມສະຫຼອງ ວັນຄູແຫ່ງຊາດລາວໃນປີນີ້ດ້ວຍຮູບການຕ່າງໆ; ເພາະວັນນີ້ແມ່ນວັນບຸນຂອງມະຫາຊົນ, ຂອງປະຊາຊົນ, ການຈັດວັນຄູແຫ່ງຊາດຂຶ້ນແມ່ນເພື່ອລະນຶກເຖິງຄຸນງາມຄວາມດີຂອງຄູຜູ້ທີ່ເສຍສະຫຼະ ແລະ ປະຕິບັດໜ້າທີ່ຢ່າງໜັກໜ່ວງເພື່ອໃຫ້ຄວາມຮູ້ ແລະ ແສງສະຫວ່າງອັນສົດໃສໃຫ້ແກ່ລູກຫລານຂອງປະຊາຊົນລາວບັນດາເຜົ່າ.
ໃນຕະຫຼອດໄລຍະຜ່ານມາ ຄູໄດ້ມີຄວາມຫ້າວຫັນ ອຸທິດຕົນແກ່ການສິດສອນໃຫ້ລູກຫຼານຊາວລາວບັນດາເຜົ່າ ໃຫ້ກາຍເປັນຜູ້ມີຄວາມຮູ້, ເປັນນັກຮຽນຮູ້ປັນຍາຊົນ, ເປັນຜູ້ຊ່ຽວຊານ ແລະ ເປັນການນຳຂັ້ນຕ່າງໆ; ຄູລາວຍັງໄດ້ປະກອບສ່ວນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ກູ້ຊາດ; ເຮັດການປະຕິວັດຊາດ ປະຊາທິປະໄຕ ແລະ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ;
ຍ້ອນແນວນັ້ນການນຳພັກ-ລັດ ແລະສັງຄົມ ຈຶ່ງຂະໜານນາມ “ຄູເປັນຄົນຂອງພັກ”, “ຄູເປັນແມ່ພິມຂອງຊາດ”, “ຄູເປັນວິສະວະກອນແຫ່ງດວງວິນຍານ” ເປັນຕັ້ນ. ໃນໄລຍະທີ່ມີຄວາມຫຍຸ້ງຍາກຈາກການລະບາດຂອງພະຍາດໂຄວິດ 19, ຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຄູພວກເຮົາກໍໄດ້ພ້ອມກັນອົດທົນຜ່ານຜ່າ;
ນະໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນມາຍັງຄູທຸກທ່ານ, ຜູ້ບໍລິຫານການສຶກສາທຸກລະດັບ ທີ່ໄດ້ມີຄວາມຮັບຜິດຊອບ; ເປັນເຈົ້າການ, ອຸທິດຕົນ ແລະ ເສຍສະຫຼະ ທາງກາຍ ແລະ ໃຈ ໃຫ້ແກ່ພາລະກິດຂອງການສຶກສາໃນໄລຍະຜ່ານມາ.
ຂໍຂອບໃຈ ແລະ ຮູ້ບຸນຄຸນນຳການນໍາພັກລັດ ແລະ ທົ່ວສັງຄົມທີ່ໄດ້ໃຫ້ຄວາມເອົາໃຈໃສ່ຕໍ່ຄູໃນໄລຍະຜ່ານມາຊຶ່ງເຮັດໃຫ້ຄູມີເງື່ອນໄຂໃນການດຳລົງຊີວິດ ແລະ ປະຕິບັດໜ້າທີ່ຂອງຕົນໄດ້.
ທ່ານມີຄໍາເຫັນ ຕື່ມວ່າ: ສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການອັນໃໝ່ ມັຮຽກຮ້ອງໃຫ້ຄູພວກເຮົາ
(1) ຕ້ອງພັດທະນາຕົນເອງໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການອັນໃໝ່; ໃຫ້ເພີ່ມຄວາມຮັບຜິດຊອບ,​ຄວາມເປັນເຈົ້າຕົນເອງ, ຄວາມມີຈັນຍາບັນ-ຈັນຍາທຳຂອງຄູໃຫ້ສູງກວ່າເກົ່າ;
(2) ຂໍໃຫ້ພວກເຮົາໄດ້ຕັ້ງໜ້າເຂົ້າໃນການຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆ; ດຳເນີນການສິດສອນລູກຫຼານ ຂອງພວກເຮົາຢ່າງເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບ; ເຮັດໃຫ້ລູກຫຼານພວກເຮົາຕັ້ງໃຈຮ່ຳຮຽນໃຫ້ດີ ແລະ ມີຄຸນນະພາບ;
(3) ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ – ບໍ່ປະລະໜ້າທີ່, ໃຫ້ສາມັກຄີຮັກແພງກັນ, ແບ່ງເບົາວຽກງານຊ່ວຍກັນ ແລະ ພ້ອມກັນແກ້ໄຂບັນຫາຕ່າງໆທີ່ເປັນສິ່ງຫຍໍ້ທໍ້ຕໍ່ຄູຂອງພວກເຮົາ. ແນໃສ່ຮັກສາມູນເຊື້ອທີ່ດີຂອງຄູລາວ;
(4) ຂໍຮຽກຮ້ອງມາຍັງການນໍາພັກ-ລັດ ແລະ ທົ່ວສັງຄົມ ຈົ່ງໄດ້ສືບຕໍ່ໃຫ້ການເອົາໃຈໃສ່ ແລະ ສະໜັບສະໜູນຕໍ່ຄູລາວພວກເຮົາ ໃຫ້ມີເງື່ອນໄຂທີ່ດີ ແລະ ປະຕິບັດໜ້າທີ່ໄດ້.
ພ້ອມນີ້ ທ່ານ ໄດ້ຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ, ຂ້າພະເຈົ້າຂໍອວຍພອນ ມາຍັງບັນດາທ່ານ ແລະ ເພື່ອນຄູ ໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ສູ່ຊົນປະຕິບັດພາລະກິດຂອງພັກ ໃຫ້ສຳເລັດຢ່າງຈົບງາມ.
May be an image of 1 person and text