ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກ່ອນອື່ນໝົດ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງສະຖານີໂທລະພາບ, ສະຖານີວິທະຍຸກະຈ່າຍສຽງແຫ່ງຊplາດ, ບັນດາອົງການສື່ມວນຊົນລາວ ທີ່ໄດ້ສ້າງໂອກາດໃຫ້ແກ່ຂ້າພະເຈົ້າໄດ້ກ່າວຄຳເຫັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 78 ປີ.
ໃນໂອກາດການສະເຫຼີມສະຫຼອງວັນສຳຄັນຍິ່ງຂອງຊາດຫວຽດນາມນີ້, ຂ້າພະເຈົ້າຂໍສະແດງຄວາມນັບຖືຢ່າງສູງ, ຄຳອວຍພອນໄຊອັນປະເສີດມາຍັງບັນດາສະຫາຍການນຳພັກ, ລັດ ແລະ ປະຊາຊົນລາວ – ຊຶ່ງເປັນເພື່ອນມິດສະຫາຍອ້າຍນ້ອງທີ່ສະໜິດສະໜົມຂອງປະຊາຊົນຫວຽດນາມ.
ບັນດາສະຫາຍ ແລະ ເພື່ອນມິດ ທີ່ຮັກແພງ,
ກ່ອນໜ້ານີ້ 78 ປີ, ດ້ວຍຄວາມມຸ້ງມາດປາດຖະໜາອັນແຮງກ້າກ່ຽວກັບການຍາດເອົາເອກະລາດ, ອິດສະຫຼະພາບໃຫ້ແກ່ປະເທດຊາດ, ພາຍຫຼັງການປະຕິວັດເດືອນສິງຫາປະສົບຜົນສຳເລັດ, ໃນວັນທີ 02/9/1945 ຢູ່ທີ່ນະຄອນ ຫຼວງຮ່າໂນ້ຍ, ປະທານໂຮ່ຈີມິນ ໄດ້ອ່ານບົດຖະແຫຼງປະ ກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນສາທາລະນະ ລັດ ສັງຄົມນິຍົມຫວຽດນາມ. ບົດຖະແຫຼງປະກາດເອກະ ລາດມີຕອນໜຶ່ງໄດ້ຢືນຢັນວ່າ: “ປະເທດຫວຽດນາມມີສິດທີ່ໄດ້ຮັບເສລີພາບ ແລະ ເອກະລາດ, ແລະ ໃນຕົວຈິງໄດ້ກາຍເປັນປະເທດໜຶ່ງ ທີ່ມີເສລີພາບ ແລະ ເອກະລາດ. ປະຊາຊົນຫວຽດນາມທັງຊາດໄດ້ຕັດສິນໃຈອຸທິດຈິດໃຈ ແລະ ກຳລັງພົນ, ຊີວິດ ແລະ ຊັບສິນທັງໝົດຂອງຕົນເພື່ອຮັກສາສິດເສລີພາບ ແລະ ເອກະລາດນັ້ນ”.
ເຫດການສຳຄັນຍິ່ງດັ່ງກ່າວ ໄດ້ເປັນຂີດໝາຍອັນສະ ຫວ່າງສະໄຫວໃນປະຫວັດສາດ, ພາປະເທດຫວຽດນາມ, ຊົນຊາດຫວຽດນາມກ້າວເຂົ້າສູ່ສັງກາດໃໝ່, ຊຶ່ງແມ່ນສັງກາດແຫ່ງເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມ ນິຍົມ. ນັບແຕ່ເວລານັ້ນເປັນຕົ້ນມາ, ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດ ນາມ, ປະຊາຊົນຫວຽດນາມໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ແລະ ສາມາດຍາດມາໄດ້ບັນດາໄຊຊະນະອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ດຳ ເນີນການຕໍ່ສູ້ອັນຍືດເຍື້ອຍາວນານ ແລະລຳ, ປະຕິບັດສຳ ເລັດພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປະຕິບັດສຳເລັດພາລະກິດປ່ຽນແປງໃໝ່, ບັນ ລຸໄດ້ຜົນສຳເລັດຫຼາຍຢ່າງທີ່ມີຄວາມສຳຄັນຍິ່ງ.
ເສີມຂະຫຍາຍມູນເຊື້ອປະຫວັດສາດອັນສະຫງ່າລາສີຂອງຊາດ, ປະຊາຊົນຫວຽດນາມພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມໄດ້ສາມັກຄີກັນຜ່ານຜ່າຄວາມຫຍຸ້ງ ຍາກລຳບາກເພື່ອປົກປັກຮັກສາຄວາມເປັນເອກະ ລາດ, ເສລີພາບຂອງຊາດ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ພາລະກິດປ່ຽນແປງໃໝ່ ໄດ້ນໍາພາປະເທດຫວຽດນາມພົ້ນຈາກປະເທດໜຶ່ງທີ່ທຸກຍາກ, ຖືກສົງຄາມທຳລາຍຢ່າງໜັກໜ່ວງ, ກາຍເປັນປະເທດພວມພັດທະນາທີ່ມີລາຍຮັບປານກາງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮັກສາໄວ້ໄດ້ຢ່າງໜັກແໜ້ນ; ການເມືອງມີສະຖຽນລະພາບ, ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມໄດ້ຮັບປະກັນ, ວຽກງານວັດທະນະທຳ, ການສຶກສາ, ສາທາລະນະສຸກໄດ້ບັນລຸຜົນສຳເລັດສຳຄັນຫຼາຍຢ່າງ; ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຍູ້ແຮງ, ບົດບາດ ແລະ ອິດທິພົນຂອງຫວຽດນາມໃນເວທີສາກົນ ແລະ ພາກພື້ນໄດ້ຮັບການຍົກສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ, ຄືດັ່ງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ຂອງພວກຂ້າພະເຈົ້າໄດ້ຢືນຢັນວ່າ: “ປະເທດຫວຽດນາມບໍ່ເຄີຍມີເວລາໃດທີ່ມີພາລະກິດໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ຖານະບົດບາດ ແລະອິດທິພົນຢູ່ໃນສາກົນຄືດັ່ງໃນປັດຈຸບັນ”.
ພິເສດ, ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ມາເຖິງປັດຈຸບັນ, ພັກກອມມູນິດຫວຽດນາມ ໄດ້ປະກາດໃຊ້ມະຕິຫຼາຍສະບັບທີ່ມີຄວາມສຳຄັນຍິ່ງ ເພື່ອເພີ່ມທະວີຄວາມອາດສາມາດໃນການນຳພາຂອງພັກ, ວາງບັນດານະໂຍບາຍສຳຄັນດ້ານເສດ ຖະກິດ, ການເມືອງທີ່ມີຄວາມໝາຍຕັດສິນຕໍ່ການພັດທະ ນາເສດຖະກິດ-ສັງຄົມຂອງຫວຽດນາມໃນຊຸມປີຕໍ່ໜ້າ. ວຽກງານຄຸ້ມຄອງ, ບໍລິຫານລັດສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ຈັດຕັ້ງປະຕິບັດຢ່າງເປັນລະບົບຄົບຊຸດກັບການຍູ້ແຮງວຽກງານສ້າງລັດຖະບານທີ່ໂປ່ງໃສ, ປະດິດສ້າງ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ.
ບັນດາສະຫາຍ ແລະ ເພື່ອນມິດ ທີ່ຮັກແພງ,
ໃນຊຸມເດືອນຕົ້ນປີ 2023, ເຖິງແມ່ນວ່າຫວຽດນາມສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍປະການ, ແຕ່ວ່າເສດຖະກິດມະຫາພາກສືບຕໍ່ໝັ້ນທ່ຽງ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມດຸນດ່ຽງໃຫຍ່ໄດ້ຮັບ ປະກັນ… GDP ໃນ 6 ເດືອນຕົ້ນປີ 2023 ບັນລຸ 3,72%, ຄາດວ່າໝົດປີຈະບັນລຸ 5,3 – 5,5%. ບາງອົງການຈັດຕັ້ງສາກົນໄດ້ຕີລາຄາວ່າ, ຫວຽດນາມແມ່ນໜຶ່ງໃນບັນດາປະເທດຈໍານວນນ້ອຍຢູ່ອາຊີ ມີຈັງຫວະການເຕີບໂຕສູງກວ່າໝູ່. ສະພາບການດ້ານຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບການຮັບປະກັນ. ວຽກງານກໍ່ສ້າງລັດແຫ່ງອຳນາດກົດໝາຍ, ການສະກັດກັ້ນໄພສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງ.
ໃນຂົງເຂດວຽກງານການຕ່າງປະເທດ, ຫວຽດນາມສືບຕໍ່ຕັ້ງໜ້າ, ເປັນເຈົ້າການຍູ້ແຮງການເຊື່ອມໂຍງເຂົ້າກັບ ສາກົນ ແລະ ຮ່ວມມືກັບສາກົນໃນການແກ້ໄຂບັນຫາທົ່ວໂລກຕ່າງໆ. ຫວຽດນາມຍາມໃດກໍເປັນເຈົ້າການປະກອບສ່ວນໃຫ້ແກ່ສັນຕິພາບ, ການພັດທະນາຢູ່ໃນພາກພື້ນ, ໂດຍໄດ້ເຊັນສັນຍາສອງຝ່າຍ ແລະ ຫຼາຍຝ່າຍຫຼາຍກວ່າ 500 ສະບັບ; ໃຫ້ສັດຕະຍາບັນ ແລະ ຈັດຕັ້ງຜັນຂະຫຍາຍສັນ ຍາການຄ້າເສລີຫວຽດນາມ ແລະ ສະຫະພາບ ເອີຣົບ ຢ່າງມີປະສິດທິຜົນ; ລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ… ປັດຈຸບັນນີ້, ຫວຽດນາມໄດ້ກາຍເປັນຂົວຕໍ່ທີ່ສຳຄັນໃນຫຼາຍກົນໄກຮ່ວມມືເຊື່ອມຕໍ່ດ້ານເສດຖະກິດສາກົນ ແລະ ພາກພື້ນ ໂດຍຜ່ານການລົງນາມ ແລະ ປະຕິ ບັດບັນດາສັນການຄ້າເສລີຢ່າງມີປະສິດທິ, ຈາກນັ້ນໄດ້ສ້າງບັນດາກຳລັງຜັກດັນອັນໃຫຍ່ຫຼວງໃຫ້ແກ່ການພັດທະນາ.
ບັນດາສະຫາຍ ແລະ ເພື່ອນມິດ ທີ່ຮັກແພງ,
ພັກ, ລັດ ແລະ ປະຊາຊົນຫວຽດນາມຍາມໃດກໍມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ, ໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດຫວຽດນາມ, ຄຽງຄູ່ກັບຄວາມມານະພະຍາຍາມຂອງຕົນເອງ, ພວກຂ້າພະເຈົ້າຍາມໃດກໍໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອອັນປະເສີດຈາກເພື່ອນມິດສາກົນ, ພິເສດແມ່ນຄວາມສາມັກຄີ ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ໝົດຈິດໝົດໃຈຈາກພັກ, ລັດ ແລະ ປະຊາຊົນລາວ.
ເນື່ອງໃນໂອກາດສະເຫຼິມສະຫຼອງວັນສຳຄັນຍິ່ງນີ້, ຂ້າ ພະເຈົ້າຕາງໜ້າພັກດ, ລັດ ແລະ ປະຊາ ຊົນຫວຽດນາມ, ອີກເທື່ອໜຶ່ງຂໍສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ຊຶ່ງຍາມໃດກໍໃຫ້ຄວາມສາມັກຄີ, ສະໜັບສະໜູນ ແລະ ຊ່ວຍເຫຼືອ ແກ່ຫວຽດ ນາມ. ຂ້າພະເຈົ້າກໍສະແດງຄວາມຂອບໃຈມາຍັງອົງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ແລະ ປະຊາຊົນລາວ ທີ່ໄດ້ເອົາໃຈໃສ່ສ້າງເງື່ອນໄຂໃຫ້ແກ່ວົງຄະນາຍາດຊາວຫວຽດນາມຢູ່ລາວໄດ້ດຳລົງຊີວິດຖາວອນ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາປະເທດລາວທີ່ວັດທະ ນາຖາວອນ ແລະ ເປັນຂົວຕໍ່ທີ່ໜັກແໜ້ນໃຫ້ແກ່ສາຍພົວ ພັນພິເສດລະຫວ່າງສອງປະເທດ.
ຫວນຄືນໄລຍະປະຫວັດສາດທີ່ສະຫງ່າອົງອາດຜ່ານມາ, ພວກເຮົາມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ກ່ຽວກັບຂະບວນວິວັດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງສາຍພົວພັນພິເສດ, ຫາຍາກລະຫວ່າງສອງຊາດ. ນັ້ນແມ່ນສາຍພົວພັນຫວຽດ-ລາວ ໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຈາກສາຍພົວພັນອັນເປັນມູນເຊື້ອ, ສະໜິດສະ ໜົມ ໄດ້ກາຍເປັນສາຍພົວພັນພິເສດ ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ສ້າງພື້ນຖານໂດຍກົງ, ເພີ່ມພູນຄູນສ້າງ ແລະ ພັດທະ ນາ, ພິເສດ, ພາຍຫຼັງອ່ານບົດຖະແຫຼງປະກາດເອກະລາດ, ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕຫວຽດນາມ ພຽງ 2 ວັນ, ໃນວັນທີ 04/9/1945, ປະທານໂຮ່ຈີມິນ ໄດ້ມີການພົບປະຄັ້ງທຳອິດກັບ ສະເດັດເຈົ້າ ສຸພານຸວົງ. ຕໍ່ມາອີກໄລຍະໜຶ່ງ, ປະທານ ໂຮ່ຈີມິນ ກໍໄດ້ພົບ ປະກັບສະຫາຍ ໄກສອນ ພົມວິຫານ. ພາຍຫຼັງການພົບປະຄັ້ງຕ່າງໆນັ້ນ, ຜູ້ນຳຂອງສອງປະເທດພວກເຮົາຍັງໄດ້ມີ ການພົບປະກັນອີກຫຼາຍຄັ້ງ.
ນີ້ແມ່ນບາດລ້ຽວສຳຄັນ ເປັນຈຸດເລີ່ມຕົ້ນໃຫ້ແກ່ຄວາມເປັນເພື່ອນມິດ, ສະຫາຍທີ່ສະໜິດສະໜົມນຳກັນ ແລະ ມີຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະກັນລະຫວ່າງຜູ້ນຳຂອງສອງປະເທດ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ຄວາມສາມັກຄີພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ. ຄວາມສາມັກຄີພິເສດລະຫວ່າງສອງຊາດພວກເຮົາສືບຕໍ່ໄດ້ຮັບການເພີ່ມ ພູນຄູນສ້າງຈາກບັນດາການນຳຮຸ່ນສືບທອດ ແລະ ປະຊາ ຊົນສອງປະເທດ, ຜ່ານການທົດສອບ, ຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍນາໆປະການ, ສາຍພົວພັນດັ່ງກ່າວນັ້ນໄດ້ຮັບການສະຫຼຸບໄວ້ວ່າເປັນສາຍພົວພັນຮ່ວມເປັນຮ່ວມຕາຍນຳກັນ, ເປັນແບບຢ່າງ, ບໍລິສຸດຜຸດຜ່ອງ, ຫາຍາກໃນການພົວພັນສາກົນ, ເປັນສາຍພົວພັນທີ່ມີລັກສະນະກົດ ເກນ, ເປັນປັດໄຈຮັບປະກັນໄຊຊະນະໃຫ້ແກ່ພາລະກິດການປະຕິວັດຂອງແຕ່ລະປະເທດ ແລະ ແມ່ນຊັບສົມບັດລວມອັນລ້ຳຄ່າຂອງທັງສອງຊາດ ແລະ ແມ່ນແຫຼ່ງກຳລັງແຮງອັນໃຫຍ່ຫຼວງໃຫ້ແກ່ພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດຂອງແຕ່ລະປະເທດພວກເຮົາ.
ໂດຍສືບຕໍ່ຜົນສຳເລັດຂອງ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022”, ໃນຊຸມເດືອນຕົ້ນປີ 2023, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ສືບຕໍ່ມີບາດກ້າວຂະຫຍາຍຕົວໃໝ່, ເລິກເຊິ່ງ ແລະ ມີປະສິດທິຜົນ, ຊຶ່ງໄດ້ນຳເອົາຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງຊາດ. ການນຳຂັ້ນສູງຂອງສອງປະເທດໄດ້ໄປມາຢ້ຽມຢາມຊຶ່ງກັນ ແລະກັນຢ່າງເປັນປະຈຳ ແລະ ໄດ້ຢືນຢັນເຖິງຄວາມຕັດສິນໃຈ ຈະຮ່ວມກັນປົກປັກຮັກສາ, ເພີ່ມພູນຄູນສ້າງເພື່ອໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະ ເທດພັດທະນາຢ່າງບໍ່ຢຸດຢັ້ງ ແລະຍືນຍົງຄົງຕົວຕະຫຼອດໄປ. ພ້ອມກັນນັ້ນ, ສອງປະເທດພວກເຮົາກໍພວມຮ່ວມກັບບັນດາປະເທດພາຄີໃນຊາຍຄາ ແຫ່ງອາຊຽນ ມານະພະຍາ ຍາມສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ ແລະ ໜັກແໜ້ນ, ສາມັກຄີ ແລະ ເປັນເຈົ້າຕົນເອງ.
ປັດຈຸບັນນີ້, ຫວຽດນາມ ແລະ ລາວພວມມີກາລະໂອ ກາດພັດທະນາຫຼາຍ ແຕ່ພ້ອມກັນນັ້ນກໍຕ້ອງປະເຊີນກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ແມ່ນໜ້ອຍ. ພວກຂ້າພະ ເຈົ້າເຊື່ອໝັ້ນວ່າ, ເຖິງແມ່ນວ່າສະພາບການໂລກ ແລະ ພາກພື້ນມີການຜັນແປໄປຢ່າງສັບສົນຄືແນວໃດກໍຕາມ, ເຖິງແມ່ນວ່າສອງປະເທດຕ້ອງປະເຊີນໜ້າກັບຄວາມຫຍຸ້ງ ຍາກອັນໃຫຍ່ຫຼວງຄືແນວໃດກໍຕາມ, ແຕ່ທັງສອງປະເທດ ຫວຽດນາມ-ລາວ ຈະຍິ່ງກະຊັບມືກັນ, ຮ່ວມທຸກຮ່ວມສຸກນຳກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ ກ້າວເດີນຂຶ້ນບົນເສັ້ນ ທາງແຫ່ງການພັດທະນາທີ່ວັດທະນາຖາວອນ, ເອກະລາດ, ເປັນເຈົ້າຕົນເອງ ແລະ ສາຍພົວພັນຫວຽດນາມ-ລາວ ຈະແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນຂອງແຕ່ລະປະເທດ ແລະ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ໃນພາກພື້ນ ແລະ ສາກົນ, ຄືດັ່ງບົດກອນຂອງປະທານ ໄກສອນ ພົມວິຫານທີ່ວ່າ “ຕາບໃດແມ່ນ້ຳຂອງບໍ່ເຫືອດແຫ້ງ, ເຂີນຂາດແປນຊາຍ, ສາຍພູຫຼວງແສນສຸງ ບໍ່ລົງເປັນຄັງຫຍ້າ, ຮົ່ງຮ່າ ວັງເວີນກວ້າງ ບໍ່ແປນດິນກະທ້າງໄກ, ສອງສາຍໃຈລາວ-ຫວຽດນາມ ພີ່ນ້ອງ ບໍ່ໄກຂ້າງຫ່າງກັນນັ້ນແລ້ວ”.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນຢ່າງຈິງໃຈ ປະຊາຊົນລາວອ້າຍນ້ອງ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ຈົ່ງສືບຕໍ່ຍາດໄດ້ຜົນສຳ ເລັດໃໝ່, ໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຢ່າງມີໄຊ, ປະຕິບັດສຳເລັດຕາດໝາຍພາປະເທດລາວພົ້ນຈາກສະພາບການດ້ອຍພັດທະນາໃນປີ 2025, ສ້າງສາປະເທດລາວມັ່ງຄັ່ງເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ອີ່ມໜຳສຳລານ, ສັງຄົມສາມັກຄີ, ປອງດອງ, ປະຊາທິ ປະໄຕ, ຍຸຕິທຳ ແລະ ສີວິໄລ, ປະສົບຜົນສຳເລັດບົດບາດເປັນປະທານອາຊຽນປີ 2024, ປະກອບສ່ວນເຊີດຊູບົດ ບາດ ແລະ ອິດທິພົນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວສູງເດັ່ນຂຶ້ນກວ່າເກົ່າຢູ່ໃນພາກພື້ນ ແລະ ສາ ກົນ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈົ່ງນັບມື້ພັດທະນາ ແລະຍືນຍົງຕະຫຼອດໄປ.
ຂໍຂອບໃຈ!