ບົດບາດຂອງເງິນໂດລາສະຫະລັດ ກໍາລັງຫຼຸດລົງໃນທ່າມກາງສະຖານນະການທີ່ປ່ຽນແປງທົ່ວໂລກ

ໃນທ່າມກາງສະພາບຄວາມບໍ່ແນ່ນອນຂອງຕະຫຼາດການເງິນ, ສະກຸນເງິນທີ່ບໍ່ແມ່ນເງິນໂດລາສະຫະລັດ ນັບແຕ່ເງິນຢວນເຖິງເງິນເອີໂຣກຳລັງເພີ່ມສ່ວນແບ່ງໃນທຶນສະສົມຂອງລັດຖະບານ ແລະ ຖືກນຳໃຊ້ໃນການອອກໃບເກັບເງິນທາງດ້ານການຄ້າເພີ່ມຂຶ້ນ. ໃນເວທີສົນທະນາເສດຖະກິດໂລກທີ່ຈັດຂຶ້ນຢູ່ນະຄອນທຽນສິນຂອງຈີນໃນລະຫວ່າງວັນທີ 24-26 ມິຖຸນາ 2026 ທີ່ນະຄອນທຽນສິນຂອງຈີນ, ນັກເສດຖະສາດທີ່ເຂົ້າຮ່ວມເວທີສົນທະນາດັ່ງກ່າວ ໄດ້ເນັ້ນຢໍ້າກ່ຽວກັບການເປັນຜູ້ນໍາຂອງເງິນໂດລາສະຫະລັດທີ່ມີຄວາມເຂັ້ມແຂງມາດົນນານຈາກລະບົບການເງິນຂອງອາເມຣິກາ, ຄວາມເລິກເຊິ່ງຂອງຕະຫຼາດ ແລະ ຄວາມເຊື່ອຖືທົ່ວໂລກມາເປັນເວລາດົນ ກຳລັງຖືກກົດດັນທັງຈາກທັງພາຍໃນ ແລະ ຕ່າງປະເທດ, ຄ່ອຍໆທຳລາຍການຜູກຂາດຂອງເງິນໂດລາສະຫະລັດລົງເທື່ອລະໜ້ອຍ.
ໃນໄລຍະ 5 ເດືອນຜ່ານມາ, ການຫຼຸດຖອຍລົງຂອງເງິນໂດລາສະຫະລັດປະກົດໃຫ້ເຫັນຢ່າງຊັດເຈນຫຼາຍຂຶ້ນ, ດັດຊະນີເງິນໂດລາສະຫະລັດຫຼຸດລົງປະມານ 9,4% ໃນປີນີ້ ເຊິ່ງຖືເປັນການຫຼຸດລົງຢ່າງຮ້າຍແຮງທີ່ສຸດໃນເຄິ່ງປີທຳອິດນັບຕັ້ງແຕ່ປີ 1986. ອີງຕາມຂໍ້ມູນທີ່ເຜີຍແຜ່ໂດຍສະມາຄົມໂທລະຄົມການເງິນລະຫວ່າງທະນາຄານທົ່ວໂລກ (SWIFT) ໃນເດືອນກຸມພາປີນີ້ ໄດ້ສະແດງໃຫ້ເຫັນວ່າ ສ່ວນແບ່ງຂອງເງິນໂດລາສະຫະລັດໃນການຊຳລະທົ່ວໂລກຫຼຸດຕໍ່າກວ່າ 50% ເປັນຄັ້ງທຳອິດໃນປະຫວັດສາດ, ເຊິ່ງນັກເສດຖະສາດ ກ່າວວ່າ ສິ່ງນີ້ບໍ່ແມ່ນພຽງຄື້ນຟອງສັ້ນໆ, ແຕ່ເປັນການສະທ້ອນໃຫ້ເຫັນໂຄງສ້າງໂລກໃໝ່ທີ່ກຳລັງປັບຕົວ.

ທ່ານ ນາງ ເດຍນາ ຊອຍເລວາ, ຫົວໜ້ານັກເສດຖະສາດຂອງສະຖາບັນວິໄຈເສດຖະກິດຂອງອັງກິດ ກ່າວວ່າ: ທ່າອ່ຽງນີ້ບໍ່ໄດ້ເກີດຂຶ້ນຈາກຄວາມວິຕົກກັງວົນຂອງຕະຫຼາດທີ່ເກີດຂຶ້ນໃນທັນທີເທົ່ານັ້ນ, ຫາກຍັງເກີດຈາກການປ່ຽນແປງຄັ້ງໃຫຍ່ໃນວິທີດໍາເນີນທຸລະກິດຂອງໂລກອີກດ້ວຍ. ໃນໂລກທີ່ກໍາລັງເກີດການປ່ຽນແປງທາງໂຄງສ້າງການດໍາເນີນທຸລະກໍາຂ້າມຊາຍແດນ. ເຫດຜົນສໍາຄັນອີກຢ່າງໜຶ່ງໃນການຖືຄອງເງິນໂດລາສະຫະລັດ ຄືບົດບາດຂອງເງິນໂດລາສະຫະລັດໃນຖານະເປັນສື່ກາງໃນການດໍາເນີນທຸລະກໍາ ແຕ່ການຊໍາລະດ້ວຍສະກຸນເງິນດັ່ງກ່າວຍັງຫຼ້າຊ້າ, ມີຄ່າໃຊ້ຈ່າຍສູງ ແລະ ບໍ່ໂປ່ງໃສ, ທັງຕ້ອງໄດ້ໃຊ້ເວລາຫຼາຍວັນ ແລະ ມີຜູ້ເຮັດໜ້າທີ່ຄົນກາງຫຼາຍຄົນ.
ພ້ອມນີ້ ທ່ານຍັງຊີ້ໃຫ້ເຫັນເຖິງເຕັກໂນໂລຊີໃໝ່ ເຊັ່ນ: ການນໍາໃຊ້ stablecoin ທີ່ອີງໃສ່ blockchain ແລະ ສະກຸນເງິນດິຈິຕອນຂອງທະນາຄານກາງ (CBDCs) ເຊິ່ງສັນຍາວ່າຈະເຮັດໃຫ້ ການຊຳລະເງິນທົ່ວໂລກດໍາເນີນໄດ້ໄວ ແລະ ມີປະສິດທິພາບສູງຂຶ້ນ ໂດຍທ່ານອ້າງວ່າ ນະວັດຕະກໍາເຫຼົ່ານີ້ອາດຈະເຮັດໃຫ້ຄວາມຕ້ອງການນໍາໃຊ້ເງິນໂດລາສະຫະລັດໃນດ້ານການຄ້າ ແລະ ທຶນສໍາຮອງທົ່ວໂລກຄ່ອຍໆຫຼຸດລົງ. ຂະນະທີ່ ທ່ານ ເຈັຟເຟີ ຟຣິເດັນ, ສາດສະດາຈານດ້ານການພົວພັນສາກົນ, ກິດຈະການສາທາລະນະ ແລະ ວິທະຍາສາດການເມືອງຈາກມະຫາວິທະຍາໄລ ໂກລົມບີ ເຫັນວ່າ: ທ່າອ່ຽງນີ້ເປັນສ່ວນໜຶ່ງຂອງການປ່ຽນແປງທີ່ກວ້າງຂວາງຂຶ້ນ ແລະ ອາດກັບຄືນໄປບໍ່ໄດ້, ສິ່ງທີ່ເກີດຂຶ້ນສ່ວນໃຫຍ່ເປັນໂຄງສ້າງ. ຖ້າຫາກຄວາມຂັດແຍ້ງໃນດ້ານນະໂຍບາຍການເງິນ ແລະ ການເງິນຂອງອາເມຣິກາ ຍັງຄົງເພີ່ມຂຶ້ນ, ຄວາມເຊື່ອໝັ້ນຂອງໂລກຈະຫຼຸດລົງຕື່ມອີກ ເຊິ່ງໃນຄວາມເປັນຈິງແລ້ວການຖືຄອງເງິນໂດລາສະຫະລັດອາດກາຍເປັນໜີ້ສິນສໍາລັບອາເມຣິກາເອງໃນທີ່ສຸດ. ນອກຈາກຄວາມຫຼ້າຊ້າທາງດ້ານເຕັກໂນໂລຊີແລ້ວ, ນັກເສດຖະສາດ ແລະ ຜູ້ຊ່ຽວຊານ ກ່າວວ່າ: ເງິນໂດລາສະຫະລັດຍັງສູນເສຍຄວາມໄດ້ປຽບເນື່ອງຈາກຄວາມໜ້າເຊື່ອຖືຂອງສະຖາບັນທີ່ຫຼຸດລົງ.
ທ່ານ ນາງ ເດຍນາ ກ່າວຕື່ມວ່າ: ນີ້ບໍ່ແມ່ນພຽງແຕ່ກ່ຽວກັບເງິນໂດລາສະຫະລັດ, ຫາກຍັງກ່ຽວກັບຄວາມໄວ້ວາງໃຈໃນການປົກຄອງຂອງລັດຖະບານອາເມຣິກາ ໂດຍສະເພາະຫຼັງຈາກປີທີ່ ທ່ານ ໂດນັນ ທຣໍາ ຂຶ້ນເປັນປະທານາທິບໍດີອາເມຣິກາ ຄວາມເຊື່ອໝັ້ນໃນຄວາມສາມາດຂອງອາເມຣິກາ ແລະ ສິດທິພິເສດໄດ້ຮັບຜົນກະທົບຢ່າງຮ້າຍແຮງສົມຄວນ. ຂະນະທີ່ ທ່ານ ຟຣີເດັນ ກ່າວເສີມຕື່ມວ່າ: ເຮົາອາດຍັງເພີ່ງພາເງິນໂດລາສະຫະລັດໃນການດໍາເນີນທຸລະກິດ ແຕ່ຄວາມໜ້າດຶງດູດໃຈທີ່ຈາງຫາຍໄປໃນຖານະສະກຸນເງິນສໍາຮອງນັ້ນເຊື່ອມໂຍງກັບຂໍ້ສົງໃສທີ່ເພີ່ມຂຶ້ນກ່ຽວກັບຄວາມສອດຄ່ອງກັນ ແລະ ຄວາມໜ້າເຊື່ອຖືດ້ານນະໂຍບາຍຂອງອາເມລິກາຢ່າງຊັດເຈນ.

(ບົດບາດຂອງເງິນໂດລາສະຫະລັດຫຼຸດລົງໃນໄລຍະສອງທົດສະວັດຜ່ານມາ. ທີ່ມາ: IMF)
ເຖິງວ່າບໍ່ມີສະກຸນເງິນໃດທີ່ສາມາດເອົາຊະນະເງິນໂດລາສະຫະລັດໃນເວລາພຽງຂ້າມຄືນ, ແຕ່ທາງເລືອກທີ່ເປັນໄປໄດ້ກໍາລັງໄດ້ຮັບແຮງຊຸກຍູ້. ລະບົບການຊໍາລະເງິນຂ້າມຊາຍແດນລະຫວ່າງທະນາຄານ (CIPS) ຂອງຈີນທີ່ຕົກລົງຮ່ວມມືແລກປ່ຽນກັບສະກຸນເງິນສອງຝ່າຍນັບມື້ເພີ່ມຂຶ້ນ ເຮັດໃຫ້ປະເທດຕ່າງໆ ສາມາດຫຼີກລ່ຽງເຄືອຂ່າຍ SWIFT ທີ່ໃຊ້ເງິນໂດຍລາສະຫະລັດເປັນຕົ້ນຕໍ, ເຄື່ອງມືເຫຼົ່ານີ້ບໍ່ພຽງແຕ່ຖືກເບິ່ງວ່າເປັນເຄື່ອງມືທາງດ້ານການເງິນເທົ່ານັ້ນ, ຫາກຍັງຖືກເບິ່ງເປັນທາງເລືອກທາງຍຸດທະສາດໃນພາກພື່ນທີ່ປ່ຽນແປງໄປ.
ທ່ານ ນາງ ເດຍນາ ກ່າວວ່າ: ເງິນຢວນ ອາດກາຍເປັນທາງເລືອກຫຼັກ ໂດຍອ້າງເຖິງການຂະຫຍາຍ ຕົວໄປຕ່າງປະເທດຢ່າງວ່ອງໄວ ໂດຍສະເພາະໃນກຸ່ມປະເທດສະມາຊິກບຣິກສ ແລະ ໃນກຸ່ມຜູ້ສົ່ງອອກພະລັງງານລາຍໃຫຍ່ ເຊັ່ນ: ຣັດເຊຍ ແລະ ປະເທດໃນກຸ່ມອ່າວເປີເຊຍ. ຂະນະທີ່ ທ່ານ ເອັສວາ ພຣາສາດ, ອະດີດຫົວໜ້າຝ່າຍຈີນຂອງກອງທຶນການເງິນສາກົນ ຊີ້ໃຫ້ເຫັນເຖິງທ່າອ່ຽງທີ່ໜ້າສົນໃຈວ່າ ພວກເຮົາກໍາລັງເຫັນປະເທດຕ່າງໆ ຫຼາຍຂຶ້ນໃນການຈັດການສະກຸນເງິນຂອງຕົນໂດຍອ້າງອີງໃສ່ເງິນ ຢວນ. ຄວາມເຕັມໃຈທີ່ຮັກສາ ຫຼື ຕິດຕາມເງິນຢວນເປັນສັນຍານທີ່ຊັດເຈນຂອງສະຖານະການທີ່ເພີ່ມຂຶ້ນຂອງເງິນຢວນ
ການໃຊ້ຂໍ້ຕົກລົງດ້ານການຄ້າ ແລະ ການລົງທຶນທີ່ໃຊ້ເງິນຢວນທາງຍຸດທະສາດຂອງຈີນ ຮ່ວມກັບບົດບາດສໍາຄັນໃນຕ່ອງໂສ້ການສະໜອງລະດັບໂລກ ຊ່ວຍສົ່ງເສີມຕໍາແໜ່ງຂອງເງິນຢວນ ເຊິ່ງ ທ່ານ ຟຣີເດັນ ກ່າວວ່າ: ນີ້ບໍ່ແມ່ນພຽງແຕ່ເປັນການປ່ຽນແປງທາງດ້ານເສດຖະກິດເທົ່ານັ້ນ, ຫາກຍັງໄດ້ປ່ຽນແປງທາງດ້ານການເມືອງຕື່ມອີກ, ເມື່ອເຄືອຂ່າຍເສດຖະກິດຂອງຈີນຂະຫຍາຍຕົວ, ການໃຊ້ເງິນຢວນກໍກາຍເປັນການຂະຫຍາຍໂດຍທໍາມະຊາດສໍາລັບພັນທະມິດຂອງຈີນ. ແຕ່ໃນທາງກົງກັນຂ້າມ, ເອີຣົບ ເຊິ່ງຄັ້ງໜຶ່ງເຄີຍຖືກເບິ່ງວ່າເປັນຄູ່ແຂ່ງທີ່ມີຄວາມສາມາດທີ່ສຸດຂອງເງິນໂດລາສະຫະລັດໄດ້ຖືກຈໍາກັດໂດຍຄວາມແຕກແຍກພາຍໃນ ແລະ ຄວາມສ່ຽງພາຍນອກ, ເຊິ່ງບັນຫານີ້ ທ່ານ ຟຣີເດັນ ກ່າວວ່າ ບໍ່ມີໃຜສາມາດເປັນຂຸມຫຼົບໄພທີ່ປອດໄພໄດ້ຫາກຖືກແບ່ງແຍກຈາກພາຍໃນ ແລະ ຖືກຮຸກຮານຈາກພາຍນອກ, ເຊິ່ງທ່ານໄດ້ອ້າງອີງຈາກຄວາມອ່ອນແອຂອງເຂດເອີໂຣທ່າມກາງຄວາມຂັດແຍ້ງກັນລະຫວ່າງຣັດເຊຍ ແລະ ອູແກຣນ, ພ້ອມນີ້ ທ່ານເຕືອນວ່າ: ອໍານາດຄວບຄຸມທີ່ເຄີຍໃຫ້ແກ່ອາເມຣິກາອາດເຂົ້າມາຈໍາກັດອາເມຣິກາໃນອີກບໍ່ດົນ, ຍົກເວັ້ນອາເມຣິກາຈະສາມາດດຶງເອົາຄວາມເຊື່ອໝັ້ນຂອງໂລກໃນດ້ານນະໂຍບາຍ ແລະ ສະຖາບັນຂອງອາເມຣິກາກັບຄືນມາອີກຄັ້ງ.


