ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບົດ​ຮຽນ​ຂອງ​ຈີນ​ຊ່ວຍ​ລາວ​ສ້າງ​ລະ​ບົບ​ພະ​ລັງ​ງານ​ສະ​ອາດ ແລະ ກາກບອນ​ຕ່ຳ

Nov 1, 2024

ໃນ​ເວ​ທີ​ເປິກ​ສາ​ຫາ​ລື​ກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 3, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ປະ​ກາດ​ການ​ເຄື່ອນ​ໄຫວ 8 ລາຍ​ການ​ກ່ຽວ​ກັບ​ຈີນ​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລ​ວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ ໂດຍ​ເນັ້ນ​ໜັກ​ວ່າ​ຕ້ອງ​ສ້າງ​ເຄືອ​ຂ່າຍ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນຢ່າງ​ຮອບ​ດ້ານ​ຂອງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ໃນ​ນັ້ນ, ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ ​ທີ່ເປັນ​ສ່ວນ​ປະ​ກອບ​ອັນ​ສຳ​ຄັນ​ຂອງ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ຂອງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ກາ​ນ​ຊຸກ​ຍູ້​ກ​ານ​ຫັນ​ປ່ຽນ​ຮູບ​ແບບ​ພະ​ລັງ​ງານ​ທົ່ວ​ໂລກ ແລະ ຍົກລະ​ດັບ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ຂອງ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ.
ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ວິ​ສາ​ຫະ​ກິດ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ຕະຫຼາ​ດ​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ລາວ ແລະ ໄດ້​ລົງ​ທຶນ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ, ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແສງ​ຕາ​ເວັນ ແລະ ​ທົ່ງ​ກັນ​ຫັນ​ລົມ​ຜະ​ລິດ​ໄຟ​ຟ້າຫຼາຍ​ແຫ່ງ ເຊັ່ນ: ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ຕາມ​ລຳ​ນ້ຳ​ອູ, ໂຄງ​ການ​ພະ​ລັງ​ງານ​ສະ​ອາດ​ທີ່​ພາກ​ເໜືອ​ຂອງ​ລາວ, ໂຮງ​ໄຟ​ຟ້າ​ພະ​ລັງ​ງານ​ລົມ​ມອນ​ຊຸນ​ກຳ​ລັງ​ການ​ຜະ​ລິດ 600 ເມ​ກາ​ວັດ ແລະ​ອື່ນໆ. ນອກ​ນີ້, ຈີນ​ຍັງ​ໄດ້​ຊ່ວຍ​ລາວ​ສ້າງ​ເຄືອ​ຂ່າຍ​ໄຟ​ຟ້າ​ທີ່​ມີ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ ເຊິ່ງ​ໄດ້​ທັບ​ມ້​າງ​ອຸ​ປະ​ສັກ​ດ້ານ​ເຕັກ​ນິກ​​ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ໄຟ​ຟ້າ​ຂອ​ງ​ລາວ​ກັບ​ເຄືອ​ຂ່າຍ​ໄຟ​ຟ້າ​ຂອງ​​ຈີນ​ດ້ວຍ​ກັນ.
ພ​າຍ​ໃຕ້​ເບື້ອງຫຼັງ​ທີ່​ຈີນ ແລະ ລາວ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ຮອ​ບ​ດ້ານ, ເຄືອ​ຂ່າຍ​ສົ່ງ​ໄຟ​ຟ້າ​ຂອງ​ລາວ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້ ໂດຍ​ໄດ້​ຮັບ​ການ​ຍ້ອງ​ຍໍ​ວ່າ ໄດ້​ສ້າງ “ທາງ​ດ່ວນ” ດ້ານ​ການ​ສົ່ງ​ໄຟ​ຟ້າ​ຢ່າງ​ສຳ​ເລັດ​ຜົນ ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ທ້ອງ​ຖິ່ນຢ່າງຫຼວງຫຼາຍ​ເທົ່າ​ນັ້ນ ຍັງ​ໄດ້​ເຮັດ​ໃຫ້​ພະ​ລັງ​ງານ​ໄຟ​ຟ້າ​ອັນ​ອຸ​ດົມ​ສົມ​ບູນ​ຂອງ​ລາວ​ສາ​ມາດ​ສົ່ງອອກ​ໄປ​​ໃຫ້​ປະ​ເທດ​ໃກ້​ຄຽງ​ຂອງ​ລ​າວ​ອີກ​ດ້ວຍ. ​ອີງ​ຕາມ​ຂໍ້​ມູນ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ລາວ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ 2023, ລາວ​ໄດ້​ສົ່ງ​ອອກ​ພະ​ລັງ​ງ​ານ​ໄຟ​ຟ້າ​ທີ່​ມີ​ມູນ​ຄ່າ​ເຖິງ 2.382.000.000 ໂດ​ລາ ເຊິ່ງກວມ​ເອົາ 28,45% ຂອງຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ລາວ​ໃນ​ປີ​ດັ່ງ​ກ່າວ.