ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບົດ​ຮຽນ​ຂອງ​ຈີນ​ຊ່ວຍ​ເຫຼືອ​ລາວ​ຄົ້ນ​ຫາ​ຊ່ອງ​ທາງ​ໃໝ່​ແຫ່ງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ

Sep 10, 2024

ຫວ່າງ​ບໍ່​ດົນ​ມາ​ນີ້, ພິ​ທີ​ເປີດ​ໂຕ​ປື້ມ “ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ” ສະ​ບັບ​ພາ​ສາ​ລາວ ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ປົກ​ຄອງ​ປະ​ເທດ ແລະ​ບໍ​ລິ​ຫານ​ການ​ເມືອງຈີນ-ລາວ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ​ທີ່​ນະ​ຄອນຫຼວງວຽງ​ຈັນ. ທ່​ານ​ໂພ​ສີ ແແກ້ວມະ​ນີ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ລາວ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ ແລະ ​ໄດ້ປະ​ກອບ​ຄຳ​ເຫັນ​ວ່າ, ແນວ​ຄິດ ແລະ ພຶດ​ຕິ​ກຳ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແມ່ນ​ເປັນ​ແບບ​ຢ່າງ​ອັນ​ດີ​ເລີດ​ໃຫ້​​ແກ່ປະ​ເທດ​ພວມ​ພັດ​ທະ​ນາ​ອັນ​ໄພ​ສານ​ເຊິ່ງ​ລວມ​ທັງ​ປະ​ເທດ​ລາວ​ທີ່​ໄດ້​ຖອດ​ຖອນ​​ເອົາບົດ​ຮຽນ​ນຳ, ຝ່າຍ​ລາວ​ຫວັງ​ວ່າ​ການ​ຖອດ​ຖອນ​ເອົາ​ບົດ​ຮຽນ​ດ້ານ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ, ທັງ​​ສຸມ​ຄວາມພະ​ຍາ​ຍາມ​ບຸກ​ເບີກ​ເສັ້ນ​ທາງ​ແຫ່ງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ຈິງ​ຂອງ​ປະ​ເທດ​ຕົນ.
ນັບ​ແຕ່​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ທັດ​ສະ​ນະຕໍ່​ການ “ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ຖືກ​ເປົ້າ​ໝາຍ” ເປັນ​ເວ​ລາ 10 ກວ່າ​ປີ​ມາ​ນີ້, ປະ​ຊາ​ກອນ​ຜູ້​ທຸກ​ຍາກ ​ເກືອບ 100 ລ້ານຄົນ​​ຂອງ​ຈີນໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ​ແລະໄດ້​ສະ​ໜອງ​ແຜນ​ການ​ຂອງ​ຈີນ​ໃຫ້​ແກ່​ພາ​ລະ​ກິດຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ຂອງ​ໂລກ. ນອກ​ນີ້, ຈີນ​ຍັງ​ໄດ້​ຕັ້ງ​ໜ້າ​ໃຫ້​​ການ​ຮ່ວມ​ມືກັບ​ສາ​ກົນ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ບົດ​ຮຽນ​ຂອງ​ຈີນ​ໄດ້​ເປັນ​ແວ່ນ​ແຍງ​ເພື່ອ​ຊ່ວຍ​ເຫຼືອ​ໃຫ້​ຫຼາຍ​ປະ​ເທດ​ເຮັດ​ຕາມ​ຜົນ​ສຳ​ເລັດ​ຂອງ​ຈີນ ເຊິ່ງ​ລວມ​ທັງ​ປະ​ເທດລາວ​ທີ່​ໄດ້​ຄົ້ນ​ຫາຫຼາຍ​ຊ່ອງ​ທາງ​ໃໝ່​ແຫ່ງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.
ປະ​ເທດ​ລາວ​ໃຫ້​ຄວາມ​ສຳ​ຄັນ​ໃນ​ລະ​ດັບ​ສູງ​ຕໍ່​ການ​ຖອດ​ຖອນ​ບົດ​ຮຽນ​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ. ຜູ້​ນຳ​ປະ​ເທດ​ລາວ​ເຄີຍ​ເດີນ​ທາງ​ໄປ​ບ້ານ​ສິບ​ແປດ​ຖ້ຳ​ກິ່ງ​ແຂວງ​ຊ່ຽງ​ຊີ່​ແຂວງ​ຫູ​ນານ, ແລະບ້ານ​ເຊ້ຍ​ຊີ​ເຂດ​ນິງ​ເຕີ​ແຂວງ​ຟູ​ຈ້ຽນ​ຈີນເພື່ອ​ທັດ​ສ​ະ​ນະ​ສຶກ​ສາ​ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ໃນ​ເດືອນ​ມິ​ຖຸ​ນາ​ປີ 2023, ທ່ານ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວ​ໄດ້​ເດີນ​ທາງ​ໄປ​ເມືອງ​ຈິ້ນ​ນິງ​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ ເມືອງ​ໂລງ​ອ່ານ​ນະ​ຄອນ​ນານ​ນິງ​ເຂດກວາງ​ຊີ, ​ແລະເມືອງ​ສື​ຈູ້​ນະ​ຄອນ​ຈຸ່ງ​ກິ່ງ​​ຈີນໂດຍ​ສະ​ເພາະ​ເພື່ອ​ທັດ​ສະ​ນະ​ສຶກ​ສາ​ວຽກ​ງານ​ພັດ​ທະ​ນາ​ຊົນ​ນະ​ບົດ. ນອກ​ນີ້, ຝ່າຍ​ລາວ​ກໍ​ເຄີຍ​ແລກ​ປ່ຽນ​ກັບ​ພາກ​ສ່ວນ​ພັກ ແລະ ລັດ​ ຄັງ​ປັນ​ຍາ ແລະ ອົງ​ການ​ຈັດ​ຕັ້ງ​ຝ່າຍ​ຈີນ​ກ່ຽວ​ກັບ​ຫົວ​ຂໍ້​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.
ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ກໍ​ເປັນ​ທິດ​ທາງ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ຈີນ-ລາວ, ສອງ​ປະ​ເທດ​ໄດ້​ຮັບ​ຜົນ​ງານ​ຢ່າງ​ພົ້ນ​ເດັ່ນ​ໃນ​ການ​ຮ່ວມ​ມືຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ເດືອນ​ພະ​ຈິກ​ປີ 2017, ໃນ​ໄລ​ຍະເດີນ​ທາງ​ໄປ​ຢ້ຽມ​ຢາມ​ລາວ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ປະ​ກາດ “8 ໂຄງ​ການ​ໃຫຍ່​ທີ່​ຈີນ​ຊ່ວຍ​ເຫຼືອ​ລາວ”, ຕົ້​ນ​ຕໍ​ແມ່ນ​ແນ​ໃສ່​ເຂດ​ທຸກ​ຍາກ​ຂອງ​ຊົນ​ນະ​ບົດ​ລາວ, ໂດຍ​ສຸມ​ໃສ່​ການ​ປັບ​ປຸງ​ການ​ສຶກ​ສາ ສາ​ທາ​ລະ​ນະ​ສຸກ ນ້ຳ​ປະ​ປາ ແລະ ລະ​ບົບ​ໄຟ​ຟ້າ, ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ປັບ​ປຸງ​ເງື່ອນ​ໄຂ​ດ້ານ​ທີ່​ຢູ່​ອາ​ໄສ ແລະ ການ​ພັດ​ທະ​ນາ​ຢູ່​ຊົນ​ນະ​ບົດ​ຂອງ​ລາວ. ຈີນ​ຍັງ​ໄດ້​ດຳ​ເນີນ​ໂຄງ​ການ​ສາ​ທິດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ອາ​ຊີ​ຕາ​ເວັນ​ອອກ, ການ​ສ້າງ​ອຸ​ປະ​ກອນ​ນຳ​ໃຊ້​ເພື່ອ​ຊ່ວຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ ແລະ ໂຄງ​ການ​ອື່ນໆ​ຢູ່​ລາວ, ເຜີຍ​ແຜ່​ບົດ​ຮຽນ​ການ​ປູກ​ຝັງ ລ້ຽງ​ສັດ ຫັດ​ຖະ​ກຳ​ແບບ​ດັ້ງ​ເດີມ ການ​ທ່ອງ​ທ່ຽວ​ແບບ​ໂຮມ​ສະ​ເຕ ແລະ​ອຸດ​ສາ​ຫະ​ກຳ​ພິ​ເສດ​ອື່ນໆ​ຕາມ​ເງື່ອນ​ໄຂ​ອຳ​ນວຍ​ຂອງ​ທ້ອງ​ຖິ່ນ. ບ້ານ​ຍົກ​ຍ້າຍ​​ໃໝ່​ຂອງປະ​ຊາ​ຊົນ​ຈາກ​ໂຄງ​ການ​ທາງ​ລົດ​ໄຟ, ໂຮງ​ໝໍຫຼວງ​ພະ​ບາງ, ໂຮງ​ໝໍ​ມະ​ໂຫ​ສົດ, ໂຮງ​ຮຽນ​ມັດ​ທະ​ຍົມ​ເພຍ​ວັດ, ​ວິ​ທະ​ຍາ​ໄລ​ເຕັກ​ນິກ-ວິ​ຊາ​ຊີບ​ການ​ລົດ​ໄຟ ແລະ​ອື່ນໆ​ໄດ້​ຊ່ວຍ​ຊຸກ​ຍູ້​ຍົກ​ສູງ​ລະ​ດັບ​ການ​ສຶກ​ສາ ແລະ ການ​ປິ່ນ​ປົວ, ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ​ໃຫ້​ດີ​ຂຶ້ນ.
ການມອບ​ປາ​ໃຫ້​ຄົນ​ບໍ່​ທໍ່​ສອນ​ວິ​ທີ​ຕຶກ​ເບັດ​ໃຫ້, ພາ​ລະ​ກກິດຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ລາວ​ຈະ​ບໍ່​ອາ​ໄສ​ພຽງ​ແຕ່​ການ​ຊ່ວຍ​ເຫຼືອ​ເທົ່າ​ນັ້ນ. ການ​ສ້າງ​ລະ​ບົບ​ລະ​ບຽບ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ເປັນ​ບົດ​ຮຽນ​ສຳ​ຄັນ​ຂອງ​ຈີນ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ. ຈາກ​ນັ້ນ, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້​ລາວ​ໄດ້​ສ້າງ​ອົງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ເພື່ອ​ຈັດ​ວາງ​ແຜນ​ລະ​ດັບ​ຊາດ. ເລີ່ມ​ແຕ່​ປີ 2018, ລັດ​ຖະ​ບານ​ລາວ​ໄດ້​ກຳ​ນົດ​ບ້ານ​ທຸກ​ຍາກ 1511 ບ້ານ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ຢ່າງ​ຖືກ​ເປົ້າ​ໝາຍ, ໂດຍ​ໄດ້​ສ້າງ​ຈຸດ​ທົດ​ລອງ​ຢູ່​ແຂວງຫຼວງ​ພະ​ບາງ ແລະ ແຂວງວຽງ​ຈັນ, ແລະ​ໄດ້​ສົ່ງ​ໜ່ວຍ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກລົງ​ໄປ​ປະ​ຈຳ​​ຢູ່ຮາກ​ຖານ, ໃນ​ບາດ​ກ້າວ​ຕໍ່​ໄປ ຍັງ​ຈະ​ເຜີຍ​ແຜ່​ບົດ​ຮຽນ​ນີ້​ໃຫ້​ກວ້າງ​ອອກ. ໂດຍ​ຜ່ານ​ການ​ບາກ​ບັ່ນ​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ເປັນ​ເວ​ລາຫຼາຍ​ປີ, ຢູ່​ປະ​ເທດ​ລາວ​ໄດ້​ມີ​ຄອບ​ຄົວ​ທຸກ​ຍາກ 83,13%, ບ້ານ​ທຸກ​ຍາກ 69,69% ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ, ແລະ​ສືບ​ຕໍ່​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ອັນ​ສຳ​ຄັນ​ຂອງ​ປະ​ເທດ​ນັ້ນ​ກໍ​ຄື​ການຫຼຸດ​ພົ້ນ​ອອກ​ຈາກ​ຖັນ​ແຖວ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ໃນ​ປີ 2026.
ປັດ​ຈຸ​ບັນ, ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຍັງ​ຄົງ​ເປັນ​ໜຶ່ງ​ໃນ​ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ຂອງ​ມວນ​ມະ​ນຸດ. ໃນ​ຖາ​ນະ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ, ສອງ​ປະ​ເທດ​ຈີນ ແລະ ລາວ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ. ໃນ​ໄລ​ຍະ​ຕໍ່​ໄປ, ຈີນ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ຈິດ​ໃຈ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 20, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕົວ​ຈິງ​ກັບ​ຝ່າຍ​ລາວ​ຕື່ມ​ອີກ​ໃນ​ດ້ານ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ການ​ພັດ​ທະ​ນາ, ຊ່ວຍ​ເຫຼືອ​ຊຸກ​ຍູ້​ພາ​ລະ​ກິດຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ​ຂອງ​ຝ່າຍ​ລາວ​ໄດ້​ຮັບ​ການ​ພັດ​ທະ​ນາ​ອັນ​ໃໝ່.
ທີ່ມາ: CMG