ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບົດ​ຮຽນດ້ານ​ການ​ອະ​ນຸ​ລັກ​ປາ​ຂ່າ​ຂອງ​ຈີນ​ສະ​ໜອງ “ສະ​ຕິ​ປັນ​ຍາ​ຂອງ​ຈີນ”​ ໃຫ້​ແກ່​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ໂລກ

May 21, 2025

ເມື່ອ​ບໍ່​ດົນ​ມາ​ນີ້, ມູນ​ນິ​ທິ​ອະ​ນຸ​ລັກ​ປາ​ຂ່າ​ປາຍ​ຈີ້ ທີ່​ນະ​ຄອນ​ອູ​ຮັ້ນຂອງ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ: ເຕັກ​ໂນ​ໂລ​ຊີ​ຕິດ​ຕາມວິ​ເຄາະສຽງ​ປາ​ຂ່າ​ແມ່​ນ້ຳ​ຢາງ​ເຊຂອງ​ຈີນ​ໄດ້​ຖືກ​ນໍ​າ​ໃຊ້​ເຂົ້າ​ໃນ​ການ​ຕິດ​ຕາມ ແລະ ອະ​ນຸ​ລັກ​ປາໝູ​ອີ​ຣະ​ວະ​ດີ​ແມ່​ນ້ຳ​ຂອງ​ຢູ່ກຳ​ປູ​ເຈຍ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ບົດ​ຮຽນ​ດ້ານ​ການ​ອະ​ນຸ​ລັກ​ປາ​ຂ່າ​ແມ່​ນ້ຳ​ຢາງ​ເຊ​ຂອງ​ຈີນ​ກຳ​ລັງ​ກ້າວ​ໄປ​ສູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ກໍ​ຄື​ທົ່ວ​ໂລກ​ເທື່ອ​ລະ​ກ້າວ ເຊິ່ງ​ເປັນ​ການສະ​ໜອງ “ສະ​ຕິ​ປັນ​ຍາ​ຂອງ​ຈີນ”​ ໃຫ້​ແກ່​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ໂລກ.
​ການ​ອະ​ນຸ​ລັກປາ​ຂ່າ​ແມ່​ນ້ຳ​ຢາງ​​ເຊ ​ເຊິ່ງ​ເປັນ​ປ​ະ​ເພດ​ສັດ​ທີ່​ສຳ​ຄັນ​ຍິ່ງໃນ​ລະ​ບົບ​ນິ​ເວດ​ແມ່​ນ້ຳ​ຢາງ​​ເຊ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ໃນຊຸມ​ປີ​ມໍ່ໆ​ມາ​ນີ້, ​ຄຽງ​ຄູ່​ກັບ​ຍຸດ​ທະ​ສ​າດ​ອະ​ນຸ​ລັກ​ແມ່​ນ້ຳ​ຢາງ​ເຊ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິດ​ບັດ​ຢ່າງ​ເລິກ​ເຊິ່ງ, ການ​ອອກ​ກົດ​ໝາຍ​ວ່າ​ດ້ວຍ​ການ​ອະ​ນຸ​ລັກ​ແມ່​ນ້ຳ​ຢາງ​​ເຊ, ການ​ເກືອດ​ຫ້າມ​​ການຫາ​ປາ​ຢູ່​ແມ່​ນໍ້​າ​ຢາງ​ເຊ​ເປັນ​ໄລ​ຍະວ​ລາ 10 ປີ ແລະ ມາດ​ຕະ​ການ​ອື່ນໆ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ​ສາຍ​ພັນ​ປາ​ຂ່າ​ແມ່​ນ້ຳ​ຢາງ​​ເຊ​ໄດ້ຍຸດ​ຕິ​ການຫຼຸດ​ລົງ ແລະ ຟື້ນ​ຟູ​ການ​ເພີ່ມ​ຂຶ້ນ. ອີງ​ຕາມ​ຜົນ​ການ​ສຳຫຼວດ​ວິ​ທະ​ຍາ​ສາດ​ປາ​ຂ່າ​ແມ່​ນ້ຳ​ຢາງ​ເຊ​ຄັ້ງ​ທີ 4 ໃນ​ປີ 2022 ໃຫ້​ຮູ້​ວ່າ: ​ກຸ່ມ​ປາ​ຂ່າ​​ໃນແມ່​ນ້ຳ​ຢາງເຊໄດ້ມີເຖິງ 1.249 ໂຕ, ເພີ່ມ​ຂຶ້ນ 23,4% ເມື່ອ​ທ​ຽບ​ໃສ່​ປີ 2017. ຜົນ​ງານ​ດັ່ງ​ກ່າວ​ບໍ່​ແມ່ນ​ງ່າຍທີ່​ຈະ​ໄດ້​ມາ ແລະ ເປັນ​ຜົນ​ງານ​ອັນ​ສຳ​ຄັນ​ຂອງ​ຈີນ​ໃນ​ຂົງ​ເຂດ​ອະ​ນຸ​ລັກ​ສັດ​ນ້ຳ.
ຜົນ​ສຳ​ເລັດ​ການ​ອະ​ນຸ​ລັກ​ປາ​ຂ່າ​ແມ່​ນ້ຳ​ຢາງ​ເຊຂອງ​ຈີນ ແມ່ນ​ປາ​ສະ​ຈາກ​ການ​ຄ້ຳ​ປະ​ກັນ ແລະ ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ບໍ່​ໄດ້. ເຕັກ​ນິກ​ຕິດ​ຕາມວິ​ເຄາະ​ສຽງ​ປາ​​ໝູ​ອີ​ຣະ​ວະ​ດີ​ແມ່​ນ້ຳ​ຂອງ​​ທີ່​ນຳ​ໃຊ້​ຢູ່​ກຳ​ປູ​ເຈຍ​ໃນ​ຄັ້ງ​ນີ້ ແມ່ນ​ບົນ​ພື້ນ​ຖານ​ຄວາມ​ຄ້າຍ​ຄື​ກັນ​ດ້ານ​ລະ​ບົບ​ສຽງ​ລະ​ຫວ່າງ​ປາ​ຂ່າ​ແມ່​ນ້ຳ​ຢາງເຊ ແລະ ປາ​​ໝູ​ອີ​ຣະ​ວະ​ດີ​. ເຕັກ​ນິກ​ດັ່ງ​ກ່າວ​ແມ່ນ​ພັດ​ທະ​ນາ​ໂດຍ​ມູນ​ນິ​ທິ​ອະ​ນຸ​ລັກ​ປາ​ຂ່າປາຍ​ຈີ້ , ສະ​ຖາ​ບັນ​ຄົ້ນ​ຄວ້າ​ສັດ​ນ້ຳ​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ ແລະ ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ໜຶ່ງ​​ຢູ່ນະ​ຄອນ​ອູ​ຮັ້ນ​ຂອງ​ຈີນ. ໂດຍ​ຜ່ານ​ອຸ​ປະ​ກອນ​ວິ​ຊາສຽງ, ​ສາ​ມາດ​ຕິດ​ຕາມ​​ການ​ແຈກ​ຢາຍ ແລະ ​ການ​ເຄື່ອນ​ທີ່​ຂອງ​ປາ​ໝູ ເພື່ອ​ສະ​ໜອງຫຼັກ​ອ້າ​ງ​ອີງ​ດ້ານ​ວິ​ທະ​ຍາ​ສາດ​ໃຫ້​ແກ່​ການ​ວາງ​ນະ​ໂຍ​ບາຍ​ອະ​ນຸ​ລັກ. ການ​ນຳ​ໃຊ້​ເຕັກ​ນິກ​ດັ່ງ​ກ່າວ​ຢ່າງ​ມີ​ຜົນ​ສຳ​ເລັດ ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ລະ​ດັບ​ນຳ​ໜ້າ​ຂອງ​ຈີນ​ໃນ​ດ້ານ​ເຕັກ​ນິກ​ຕິດ​ຕາມ​ສັດ​ນ້ຳ​ເທົ່າ​ນັ້ນ, ​ແຕ່ຍັງ​ໄດ້​ສ້າງ​ຄວາມ​ຫວັງ​ໃໝ່​ໃຫ້​ແກ່​ການ​ອະ​ນຸ​ລັກ​ປາ​ໝູ​ອີ​ຣະ​ວະ​ດີແມ່​ນ້ຳ​ຂອງ​ອີກ​ດ້ວຍ.
ນອກ​ຈາກ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ເຕັກ​ໂນ​ໂລ​ຊີ​ແລ້ວ, ຈີນ​ຍັງ​ໄດ້​ສະ​ສົ​ມ​ບົດຮຽນ​ດ້ານ​ການ​ຄຸ້​ມ​ຄອງ ແລະ ອະ​ນຸ​ລັກ​ໃນ​ຂະ​ບວນ​ການ​ອະ​ນຸ​ລັກ​ປາ​ຂ່າ​ແມ່​ນ້ຳ​ຢາງ​ເຊ​ອີກ​ດ້ວຍ. ຍົກ​ຕົວ​ຢ່າງ​ຄື: ຈີນ​ໄດ້​ສ້າງ​ເຂດ​ອະ​ນຸ​ລັກ​ທຳ​ມະ​ຊາດ ແລະ ເຂດ​ອະ​ນຸ​ລັກ​ຍົກ​ຍ້າຍຫຼາຍ​ແຫ່ງ ເຊິ່ງ​ເປັນ​ເຄືອ​ຂ່າຍ​ອະ​ນຸ​ລັກ​ຢ່າງ​ສົມ​ບູນ​ຄົບ​ຖ້ວນ; ເຮັດ​ໃຫ້​ກໍ​ລະ​ນີ​ປາ​ຂ່າ​ຖືກ​ບາດ​ເຈັບ ແລະ ​ຕາຍຫຼຸດ​ໜ້ອຍ​ລົງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ໂດຍ​ຜ່ານ​ການ​ເພີ່ມ​ທະ​ວີ​ການ​ຄຸ້​ມ​ຄອງ​ການ​ເຄື່ອນ​ໄຫວ​​ດ້ານການ​ປະ​ມົງ​ຢ່າງ​ເຂັ້ມ​ງວດ; ປະ​ຕິ​ບັດ​ວຽກ​ງານ​ບູ​ລະ​ນະ​ລະ​ບົບ​ນິ​ເວດ ເພື່ອ​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ທີ່​ຢູ່​ອາ​ໄສ​ຂອງ​ປາ​ຂ່າ​ໃຫ້​ດີ​ຂຶ້ນ; ຊຸກ​ຍູ້​ການ​ສຶກ​ສາ ແລະ ການ​ໂຄ​ສະ​ນາ​ເຜີຍ​ແຜ່​ດ້ານ​ວິ​ທະ​ຍາ​ສາດ​ໃຫ້​ແກ່ມວນ​ຊົນ ເພື່ອ​ຍົກ​ສູງ​ສະ​ຕິ ແລະ ການ​ມີ​ສ່ວນ​ຮ່ວມ​ດ້ານ​ການ​ອະ​ນຸ​ລັກ​ປາ​ຂ່າ​ຂອງ​ທົ່ວ​ສັງ​ຄົມ ແລະ​ອື່ນໆ. ບົດ​ຮຽນ​ເຫຼົ່າ​ນີ້ ​ໄດ້​ກາຍເປັນ​ບົດ​ຮຽນ​ທີ່​ລ້ຳ​ຄ່າ​ສໍ​າ​ລັບ​ປະ​ເທດ ແລະ ເຂດ​ແຄວ້ນ​ອື່ນ​ໃນ​ການ​ອະ​ນຸ​ລັກ​ສັດ​ປະ​ເພດ​ປາວານ​ສາຍ​ພັນ​ນ້ອຍ.
​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ນາງ​ ຈັ​ນ​ທະ​ສອນ ສີ​ຫາ​ນາດ ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ລາວ ທີ່​ໄດ້​ເດີນ​ທາງ​ມາ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ການ​ສຳ​ພາດ​ຮ່ວມ “ທ່ຽວ​ປະ​ເທດ​ຈີນ, ຊອກ​ຮູ້​ອູ​ຮັ້ນ” ໄດ້​ອຸ​ທານ​ວ່າ: “ບົດ​ຮຽນ​ດ້ານ​ການ​ອະ​ນຸ​ລັກ​ປາ​ຂ່າ​ແມ່​ນ້ຳ​ຢ​າງ​ຊີ​ກຽງ​ຂອງ​ຈີນ​ ເປັນ​ບົດ​ຮຽນ​ທີ່​ດີ​ສຳ​ລັບ​ປະ​ເທດ​ລາວ. ເຖິງ​ແມ່ນ​ວ່າ​ປາ​ຂ່າ​ ​ຢູ່ລາວ​ໄດ້​ສູ​ນ​ພັນ​ແລ້ວ​ກໍ​ຕາມ, ແຕ່​ຢູ່​ໃນ​ແມ່​ນ້ຳ​ຂອງ​ຍັງ​ມີ​ສັດ​ນ້ຳຫຼາກຫຼາຍ​ຊະ​ນິດ​ທີ່​ຕ້ອງ​ການ​ໃຫ້​ພວກ​ເຮົ​າ​ອະ​ນຸ​ລັກ​​ໃນ​ໄລ​ຍະ​ຍາວ​ນານ.” ຈາກ​ແມ່​ນ້ຳ​ຢາງເຊຮອດ​ແມ່​ນ້ຳ​ຂອງ, ບົດ​ຮຽນ​ການ​ອະ​ນຸ​ລັກ​ປາ​ຂ່າ​ຂອງ​ຈີນ​ໄດ້​ກ້າວ​ໄປ​ສູ່​ທົ່ວ​ໂລກ, ນີ້​ບໍ່​ພຽງ​ແຕ່​ເປັນ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ຈີນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຄວາມຫຼາກຫຼາຍ​ດ້ານ​ຊີ​ວະ​ນາ​ນາ​ພັນ​ຂອງ​ທົ່ວ​ໂລກ​ເທົ່າ​ນັ້ນ, ແຕ່ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຈີນ​ໃນ​ການ​ສ້າງ​ຄວາ​ມ​ສິ​ວິ​ໄລ​ດ້ານລະ​ບົບ​ນິ​ເວດ​ອີກ​ດ້ວຍ.