ບ້ານຊອກທາງ, ເມືອງໄຊບົວທອງ ໄດ້ຮັບຜົນກະທົບຈາກເຫດການນ້ຳຖ້ວມ ຮອບ 2 ເຮັດໃຫ້ໄດ້ຮັບຜົນເສຍຫາຍຫຼາຍຢ່າງ

ໃນຕອນເຊົ້າ ຂອງວັນທີ 15 ກໍລະກົດ 2025 ເມືອງໄຊບົວທອງ ແຂວງຄຳມ່ວນ ໄດ້ມີຝົນຕົກໜັກຕໍ່ເນື່ອງກັນຫຼາຍຊົ່ວໂມງ, ລະດັບນ້ຳເຊນ້ອຍ ແລະ ຫ້ວຍຕ່າງໆເພີ່ມຂຶ້ນ, ເຮັດໃຫ້ມີນໍ້າໄຫຼເຂົ້າບ້ານເຮືອນປະຊາຊົນພາຍໃນເທດສະບານເມືອງ, ໂດຍສະເພາະ ບ້ານຊອກທາງ, ມີຈຳນວນຄອບຄົວໄດ້ຮັບຜົນກະທົບ 5 ຄອບຄົວ, ເລົ້າເຂົ້າ 2 ຫຼັງ, ຜົນເສຍຫາຍໃນເບື້ອງຕົ້ນ ແມ່ນມີເຂົ້າເປືອກເສຍຫາຍ 84 ໝື່ນ, ມູນຄ່າ 6,650,000 ກີບ, ໜອງປາ 5 ໜອງ, ເປັດ, ໄກ່ ແລະ ຝາຍກັ້ນນ້ຳເປ່ເພ 1 ແຫ່ງ, ນອກນັ້ນຍັງມີບ້ານທີ່ຖືກນ້ຳຖ້ວມເຂົ້ານາ ອີກຈຳນວນ 25 ບ້ານ, ມີ 427 ຄອບຄົວ, ເນື້ອທີ່ 535,5 ເຮັກຕາ, ສະພາບເສັ້ນທາງພາຍໃນເມືອງຖືກນ້ຳຖ້ວມ 8 ເສັ້ນ, ໃນນັ້ນເສັ້ນທາງເຂົ້າບ້ານໂຄກສະຫວ່າງ ແມ່ນຍັງບໍ່ສາມາດສັນຈອນໄປມາໄດ້, ເຊິ່ງເຫດການດັ່ງກ່າວແມ່ນເກີດຂຶ້ນເປັນຮອບທີ 2 ໃນຮອບ 5 ວັນທີ່ຜ່ານມາ.




