ທົ່ງໃຈ້ໃຕ້ ເປັນອີກບ້ານຫນື່ງໃນຈໍານວນ 30 ບ້ານ ເເລະ ເປັນ1ໃນ10ບ້ານທີ່ຢູ່ໃນເຂດເທດສະ ບ້ານດ້ານໃນຂອງ ເມືອງ ຫລວງນໍ້າທາ ເເຂວງຫລວງນໍ້າທາ ມີປະຊາຊົນ204ຫລັງຄາເຮືອນ ເເລະ 763ຄົນໄດ້ຮັບຜົນກະທົບຫນັກສົມຄວນ ຈາກນໍ້າເຫດການຖ້ວມຊຸ ໃນລະຫວ່າງວັນທີ9ຫາ11ກັນຍານີ້ ປັດຈຸບັນພວມຢູ່ໃນໄລຍະການເຮັດອະນາໄມປັບປຸງປົວເເປງເຮືອນຊານທີ່ເປ່ ເເລະ ຕ້ອງການຄວາມຊ່ວຍເຫລືອຈາກສັງຄົມຢ່າງຮີບດ່ວນ ເນື່ອງຈາກນໍ້າໄດ້ບົກເເຫ້ງລົງເເລ້ວ.
ທ່ານ ຫລ້າສີວັນ ກະມົນທອງ ປະທານເເນວລາວສ້າງຊາດບ້ານທົ່ງໃຈ້ໃຕ້ ເມືອງຫລວງນໍ້າທາ ເເຂວງຫລວງນໍ້າທາ ຕາງຫນ້າຫນ້າໃຫ້ອົງການປົກຄອງບ້ານ ໃຫ້ສໍາພາດວ່າ:ເຫດການນໍ້າທີ່ຖ້ວມທີ່ເກີດຂື້ນໃນຄັ້ງນີ້ ເປັນຄັ້ງທີ່ຮຸນເເຮງທີ່ສຸດເທົ່າທີ່ເຄີຍມີມາ ເຊີ່ງໄດ້ເຮັດໃຫ້ເຮືອນຊານ,ເນື້ອທີ່ເຮັດການຜະລິດ,ພາຫະນະຕ່າງໆຖືກເສຍຫາຍຫລາຍສົມຄວນ ເເລະມີເຮືອນຂອງປະຊາຊົນບາງຫລັງຖືກນໍ້າໄຫລຊຸທັ່ງໄປຫມົດ,ສໍາລັບການຊ່ວຍເຫລືອໃນເບື້ອງ ຕົ້ນພາກສ່ວນທີ່ກ່ຽວຂ້ອງໄດ້ນໍາເອົາປະຊາຊົນໄປໄວ້ບ່ອນທີ່ປອດໄພ ເເລະ ພາຍຫລັງນໍ້າໄດ້ຫລຸດລົງພາກສ່ວນກ່ຽວຂ້ອງຕ່າງໆ ໄດ້ສືບຕໍ່ໃຫ້ການຊ່ວຍເຫລືອປະຊາຊົນຢ່າງຕໍ່ເນື່ອງ ໂດຍສະເພາະການເເຈກຢາຍເຄື່ອງອຸປະໂພກບໍລິໂພກ,ເຄື່ອງໃຊ້ທີ່ຈໍາເປັນ,ນອກຈາກນັ້ນອົງການປົກຄອງບ້ານໄດ້ປຸກລະດົມປະຊາຊົນເຮັດອະນາໄມເຮືອນຊານ ເພື່ອໃຫ້ກັບເຂົ້າໄປອາໃສໄດ້ເປັນປົກກະ ຕິ ເເມ່ນບົກແຫ້ງເເລະກັບຄືນສູ່ສະພາບປົກກຕິເເລ້ວ ເເຕ່ຍັງມີຄວາມຕ້ອງການໃຫ້ພາກສ່ວນກ່ຽວຂ້ອງໃຫ້ການຊ່ວຍ ເຫລືອຕື່ມອີກ ໂດຍສະເພາະເຂົ້າສານອາຫານເເຫ້ງ,ເຄື່ອງນຸ່ງ ຫົ່ມ, ເຄື່ອງ ໃຊ້ຄົວເຮືອນ,ບ່ອນຢູ່ອາໃສ,ຢາປີ່ນປົວພະຍາດ ພ້ອມທັງ ສ້ອມເເປງໄຟ້າ,ນໍ້າປະປາໃຫ້ປະຊາຊົນໄດ້ຊົມໃຊ້.
ຂ່າວ:ເດດອາລຸນ ເເກ້ວວິໄລ.






