ບ້ານນາໄກ່ ເປັນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານເທດສະບານ ເມືອງວຽງໄຊ ແຂວງຫົວພັນ ໄດ້ສ້າງຕັ້ງຂຶ້ນໃນທ້າຍຊຸມປີ 1980 ເຊິ່ງຕົ້ນກໍາເນີດມາຈາກທົ່ງນາໄກ່ ເມືອງວຽງໄຊ. ພາຍໃນບ້ານປະກອບມີ 334 ຫຼັງຄາເຮືອນ, ມີ 381 ຄອບຄົວ, ມີພົນລະເມືອງທັງໝົດ 1.490 ຄົນ, ຍິງ 780 ຄົນ ໃນນັ້ນຊົນເຜົ່າລາວໄຕກວມເອົາ 2/3 ຂອງຊົນເຜົ່າອື່ນໆ.
ທ່ານ ນາງ ຈວງມະນີ ພົມມະວົງ ນາຍບ້ານນາໄກ່ ກ່າວວ່າ: ເມື່ອກ່ອນ, ສະພາບການເມືອງແນວຄິດຂອງປະຊາຊົນ ແລະ ພະນັກງານຈໍານວນໜຶ່ງ ມີຄວາມຮັບຮູ້ຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ ຍັງບໍ່ທັນເລິກເຊິ່ງ, ຂາດຄວາມບຸກບືນເປັນເຈົ້າຂອງຕົນເອງ, ຂາດຄວາມກ້າຫານໃນການເຂົ້າຫາແຫຼ່ງທຶນ, ການພັດທະນາຄອບຄົວຂະຫຍາຍຕົວຊັກຊ້າ, ລາຍຮັບຍັງຕໍ່າ, ມີແນວຄິດເອື້ອອີງ, ແນວຄິດຄອງເດີມ, ເຮືອນຊານຂອງປະຊາຊົນຍັງບໍ່ທັນເປັນລະບຽບຮຽບຮ້ອຍ, ບັນຫາປະກົດການຫຍໍ້ທໍ້ຍັງມີໃຫ້ເຫັນ ເປັນຕົ້ນ ແມ່ນບັນຫາຂີ້ລັກງັດແງະ, ການຫຼິ້ນການພະນັນ ແລະ ອື່ນໆ.
ພາຍຫຼັງມີແຜນການສ້າງເປັນບ້ານພັດທະນາ ແລະ ບ້ານພັດທະນາຮອບດ້ານ. ຄະນະພັກອຳນາດປົກຄອງບ້ານ ໄດ້ສຸມໃສ່ວຽກງານຕ່າງໆ ຕາມ 4 ກຸ່ມວຽກຄື: ວຽກງານການເມືອງແນວຄິດ. ການຈັດຕັ້ງຂອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມເຊື້ອໝັ້ນຕໍ່ແນວທາງນະໂຍບາຍ ແລະ ຮັບຮູ້ຕໍ່ການປ່ຽນແປງໃໝ່ຂອງພັກ-ລັດ ໃນໄລຍະໃໝ່ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນທຸກອົງການຈັດຕັ້ງຕ່າງໆຂອງບ້ານ.
ການພັດທະນາເສດຖະກິດ-ສັງຄົມ ໄດ້ນໍາພາປະຊາຊົນເອົາໃຈໃສ່ລ້ຽງສັດນ້ອຍເປັນຕົ້ນ ເປັດ, ໄກ່, ໝູ ແລະ ໄດ້ສົມທົບກັບພາກສ່ວນກ້ຽວຂ້ອງຂອງເມືອງ ລົງມາສັກຢາປ້ອງກັນພະຍາດ ແລະ ຊີ້ນຳໃຫ້ປະຊາຊົນລ້ຽງແແບບເຕັກນິກທີ່ກ້າວໜ້າ ແລະ ຮັບປະກັນສາມາດຈຳໜ່າຍອອກສູ່ທ້ອງຕະຫຼາດ ແລະ ສ້າງລາຍຮັບໃຫ້ຄອບຄົວ ໄດ້ 600 ລ້ານກີບ/ປີ. ພ້ອມນັ້ນ, ພາຍໃນບ້ານມີລົດບັນທຸກ, ລົດນ້ອຍ 178 ຄັນ, ມີໂຮງສີເຂົ້າຂະໜາດນ້ອຍ 53 ເຄື່ອງ, ມີຮ້ານຂາຍ ເຄື່ອງຍ່ອຍ ແລະ ຍົກ 70 ກ່ວາຮ້ານ, ມີຮ້ານສ້ອມແປງລົດໃຫຍ່ 4 ຮ້ານ, ຮ້ານສ້ອມແປງລົດຈັກ 5 ຮ້ານ ມີກີ່ຕໍ່າຫູກ 50 ກີ່ ເຊີ່ງເອື້ອຍນ້ອງແມ່ຍິງສາມາດຕໍ່າ ແລະ ຂາຍສິ້ນ, ຜ້າຕ່າງໆ ໄດ້ 800 ລ້ານກີບ/ປີ ແລະ ມີການແລກປ່ຽນຊື້-ຂາຍກັບຫົວໜ່ວຍທຸກລະກິດຕ່າງໆ ສາມາດສ້າງລາຍຮັບເຂົ້າໃນຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂື້ນ ແລະ ຫຼຸດພົ້ນອອກຈາກຄອບຄົວທຸກຍາກເທື່ອລະກ້າວ. ການບໍລິການເປັນຕົ້ນ ມີເຮືອນພັກ 6 ຫຼັງ, ມີຮ້ານອາຫານ, ກິນດື່ມ 9 ຮ້ານ. ທັງໝົດນີ້ ສາມາດສ້າງລາຍຮັບທັງໝົດໄດ້ 18 ຕື້ກີບ/ປີ ສະເລ່ຍໄດ້ 12 ລ້ານກວ່າກີບ/ຄົນ/ປີ. ໃນນັ້ນ, ມີຄອບຕົວຕົວແບບ ດ້ານການຄ້າ-ຂາຍ ແລະ ການບໍລິການປູກຝັງ-ລ້ຽງສັດຄື: ຄອບຄົວ ທ່ານ ບົວໃສ ມີລາຍຮັບຈາກການຄ້າຂາຍຍົກ-ຍ່ອຍ ແລະ ບໍລິການຂົນສົ່ງ ໄດ້ທັງໝົດ 370 ລ້ານກວ່າກີບ/ປີ ສະເລ່ຍໃສ່ສະມາຊິກໃນຄອບຄົວ 34 ລ້ານກວ່າກີບ/ຄົນ/ປີ; ຄອບຄົວ ທ່ານ ບົວວັນ ບຸນມີໄຊ ມີລາຍຮັບ 760 ລ້ານກວ່າກີບ ສະເລ່ຍໃສ່ສະມາຊິກໃນຄອບຄົວໄດ້ 58 ລ້ານກວ່າກີບ/ຄົນ/ປີ ແລະ ຄອບຄົວ ທ່ານ ແອນເພັດ ມີລາຍຮັບ 320 ລ້ານກວ່າກີບ ສະເລ່ຍໃສ່ສະມາຊິກໃນຄອບຄົວໄດ້ 80 ລ້ານກີບ/ຄົນ/ປີ.
ຈາກຄວາມບຸກບືນພະຍາມຂອງປະຊາຊົນພາຍໃນບ້ານ ເຮັດໃຫ້ການພັດທະນາຄອບຄົວນັບມື້ນັບດີຂຶ້ນ , ຊີວິດການເປັນຢູ່ຂອງປະຊາຊົນສ່ວນຫຼາຍກຸ້ມຕົນເອງ, ທົ່ວບ້ານມີໄຟຟ້ານໍາໃຊ້ 379 ຄອບຄົວ ເທົ່າກັບ 97%, ຍັງມີຄອບຄົວທຸກຍາກ 3 ຄອບຄົວ. ນອກນນັ້ນ, ພາຍໃນບ້ານຍັງມີກອງທຶນພັດທະນາຂັ້ນບ້ານ ເຊິ່ງມີເງິນລັດ 187 ລ້ານກີບ, ເງິນແຮ 55 ລ້ານກວ່າກີບ, ເງິນຝາກ 134 ລ້ານກວ່າກີບ ແລະ ບ້ານນາໄກ່ສາມາດປະກາດບ້ານໜ່ວຍພັກປອດໃສເຂັ້ມແຂງໜັກແແໜ້ນຮອບທີ 6 ປະຈໍາປີ 2024, ເປັນບ້ານສາມັກຄີປອງດອງ, ເປັນບ້ານຊາວໜຸ່ມ 4 ບຸກ, ເປັນໜ່ວຍແມ່ຍິງ 3 ດີ ແລະ ບ້ານພັດທະນາຕິດພັນກັບການປະຕິບັດສິດສະເໝີພາບຍິງ-ຊາຍ ປາສະຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ສາມາດຮັບຮອງເປັນບ້ານສາທາລະນະສຸກແບບຢ່າງໄດ້ຫຼາຍຮອບຕໍ່ເນື່ອງ, ຮັບຮອງເປັນຄອບຄົວ, ບ້ານວັດທະນະທຳມາແລ້ວຫຼາຍຮອບ ແລະ ຜ່ານການກວດກາປະເມີນຜົນຕາມມາດຖານເງື່ອນໄຂ ໃນການສ້າງຄອບຄົວ ແລະ ບ້ານພັດທະນາຂອງຄະນະຮັບຜິດຊອບ ການສ້າງບ້ານພັດທະນາ ເຫັນວ່າບ້ານນາໄກ່ ມີເງື່ອນໄຂມາດຖານຄົບຖ້ວນ ແລະ ສາມາດປະກາດເປັນພັດທະນາຮອບດ້ານໄດ້.
ດັ່ງນັ້ນ, ວັນທີ 19 ທັນວາ 2024 ນີ້, ບ້ານນາໄກ່ຈິ່ງໄດ້ຈັດພິທີປະກາດເປັນບ້ານພັດທະນາລຳດັບທີ 1 ຂອງເມືອງວຽງໄຊ, ລຳດັບທີ 8 ຂອງແຂວງຫົວພັນ ຂື້ນຢູ່ສະໂມສອນບ້ານຂອງຕົນ. ໃຫ້ກຽດເຂົ້າຮ່ວມເປັນປະທານເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ ໂດຍທ່ານ ນາງ ສວຍເພັດ ທອງສົມບັດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງວຽງໄຊ. ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງວຽງໄຊ, ແຂກຖືກເຊີນ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ສຳລັບທິດທາງແຜນການປົກປັກຮັກສາ ແລະ ສືບຕໍ່ສ້າງຄອບຄົວ, ບ້ານວັດທະນະທຳ ແລະ ບ້ານພັດທະນາຮອບດ້ານ ປີ 2025. ທ່ານນາຍບ້ານນາໄກ່ເວົ້າວ່າ: ບ້ານນາໄກ່ຈະສືບຕໍ່ນໍາພາບ້ານໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ, ສືບຕໍ່ນໍາພາບ້ານໃຫ້ມີການຂະຫຍາຍຕົວ ທາງດ້ານເສດຖະກິດ ແລະ ສັງຄົມ ເຮັດໃຫ້ປະຊາຊົນມີຊີວິດ ການເປັນຢູ່ດີຂຶ້ນ ເພື່ອກຸ່ມຕົນເອງເພິ່ງຕົນເອງ, ສືບຕໍ່ສ້າງຄອບຄົວທີ່ຍັງບໍ່ທັນໄດ້ຮັບໃບຢັ້ງຢືນ ເປັນຄອບຄົວພັດທະນາໃຫ້ໄດ້ ປະກາດເປັນຄອບຄົວ ພັດທະນາໃຫ້ໄດ້ 100% ໃນປີ 2025, ສືບຕໍ່ສ້າງ ແລະ ປັບປຸງການຈັດຕັ້ງ-ອໍານາດການປົກຄອງທຸກໆອົງຈັດຕັ້ງຂອງບ້ານ ໃຫ້ມີຄວາມເຂັ້ມ ແຂງໜັກແໜ້ນທາງດ້ານການເມືອງແນວຄິດ. ສືບຕໍ່ຊີ້ນໍານໍາພາຄອບຄົວທຸກຍາກແຕ່ນີ້ຮອດປີ 2027 ສູ້ຊົນໃຫ້ລຸດພົ້ນຈາກຄວາມທຸກຍາກ 100%.
ໂດຍ: ໄອແກ້ວ







