ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບ້ານຜົ້ງຊາຍ ເມືອງຊຽງຄໍ້ ໄດ້ຮັບຜົນກະທົບຈາກນ້ຳຖ້ວມຊຸ ເສຍຫາຍຫລາຍສົມຄວນ

Jul 4, 2025

ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫລາຍວັນ ແຕ່ໃນວັນທີ 2 ກໍລະກົດ 2025 ເປັນຕົ້ນມາ ເຮັດໃຫ້ລະດັບນ້ຳຕາມລຳຫ້ວຍສາຍຕ່າງໆເພີ່ມຂຶ້ນຢ່າງກະທັນຫັນ ເຮັດໃຫ້ເກີດມີນ້ຳຖ້ວມຊຸພື້ນທີ່ທຳການຜະລິດ ແລະ ເຮືອນຊານຂອງພໍ່ແມ່ປະຊາຊົນ ເສຍຫາຍຫລາຍສົມຄວນ ໂດຍສະເພາະ ຂອບເຂດບ້ານຜົ້ງຊາຍ ແລະ ບ້ານວັງຕັ້ງ ເມືອງຊຽງຄໍ້ ແຂວງຫົວພັນ.
ຕໍ່ກັບເຫດການດັ່ງກ່າວ ຄະນະນຳເມືອງຊຽງຄໍ້, ຫ້ອງການແຮງງານ ແລະ ສະຫງັດດີການສັງຄົມ ເມືອງຊຽງຄໍ້ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງພື້ນທີ່ສຳຫລວດ, ເກັບຂໍ້ມູນ ແລະ ໃຫ້ການຊ່ວຍເຫລືອເບື້ອງຕົ້ນ, ເຊິ່ງຕາມການເກັບສະຖິຕິຜົນເສຍຫາຍ ສະເພາະ ບ້ານຜົ້ງຊາຍ ມີ 10 ຄອບຄົວ ທີ່ໄດ້ຮັບຜົນກະທົບ ລວມມູນຄ່າເສຍຫາຍ 84,8 ລ້ານກວ່າກີບ ໃນນັ້ນ, ຄອບຄົວທີ່ເສຍຫາຍໜັກກວ່າໝູ່ແມ່ນຄອບຄົວ ທ້າວ ໄຊສິງຄຳ ມູນຄ່າເສຍຫາຍ 32 ລ້ານກີບ, ຄອບຄົວ ທ້າວ ນິນທອງ ເສຍຫາຍ 10 ລ້ານກວ່າກີບ, ຄອບຄົວ ທ້າວ ພຽນທອງ ເສຍຫາຍ 9 ລ້ານກວ່າກີບ ແລະ ຄອບຄົວ ທ້າວ ວຽງສອນ ເສຍຫາຍ 8 ລ້ານກວ່າກີບ. ຜົນເສຍຫາຍສ່ວນຫລາຍແມ່ນເຂົ້າເປືອກ, ພາຫະນະຮັບໃຊ້ເຂົ້າໃນການຜະລິດກະສິກຳ, ເຄື່ອງໃຊ້ໃນຄົວເຮືອນ ແລະ ສັດລ້ຽງຈຳນວນໜຶ່ງ. ສຳລັບຜົນກະທົບຕໍ່ພື້ນທີ່ທຳການຜະລິດ ແລະ ບ້ານວັງຕັ້ງ ແມ່ນຄະນະຮັບຜິດຊອບ ພວມຂຸ້ນຂ້ຽວລົງເກັບກຳຂໍ້ມູນ. ສ່ວນຜົນເສຍຈະລາຍງານໃຫ້ຊາບຕາມພາຍຫລັງ.
May be an image of 9 people
May be an image of grass