ພິທີມອບ-ຮັບ ລົດເກັບຂົນຂີ້ເຫຍື້ອ ໃຫ້ແກ່ບ້ານໃຫຍ່ຫ້ວຍຍາງຄຳ ນະຄອນປາກເຊ ເພື່ອນຳໃຊ້ເຂົ້າໃນການທົດລອງ ເຮັດບໍລິການເກັບຂົນຂີ້ເຫຍື້້ອ ພາຍໃນບ້ານ ແບບຊຸມຊົນກຸ້ມຕົນເອງ ມີຂຶ້ນໃນວັນທີ 22 ມັງກອນ 2025 ຢູ່ທີຫ້ອງການບ້ານໃຫຍ່ຫ້ວຍຍາງຄໍາ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເນົາ ຟອງຄໍາແດງ ຮອງເຈົ້ານະຄອນປາກເຊ ຜູ້ຊີ້ນຳໂຄງການ, ທ່ານ ສົມພອນ ໄຊສົງຄາມ ຫົວໜ້າຫ້ອງວ່າການນະຄອນ, ຫົວໜ້າຈັດຕັ້ງປະຕິບັດໂຄງການ, ມີຂະແໜງການກ່ຽວຂ້ອງ, ອົງການປົກຄອງບ້ານເຂົ້າຮ່ວມ.
ສໍາລັບລົດທີ່ນໍາມາມອບມີຈໍານວນ 2 ຄັນຄື: ລົດເກັບຂົນຂີ້ເຫຍື້ອ ປະເພດອັດແໜ້ນ 1 ຄັນ, ລົດເກັບຂົນຂີ້້ເຫບື້້ອ ປະເພດບັນທຸກຖັງ 1 ຄັນ. ໂດຍແມ່ນໂຄງການຂົນຍ້າຍ, ຄ່ຽນຖ່າຍ ແລະ ແຍກຂີ້ເຫຍື້ອມາໃຊ້ຄືນ ຢູ່ນະຄອນປາກເຊ ແຂວງຈຳປາສັກ ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ການສະໜັບສະໜູນເພື່ອນຳໃຊ້ເຂົ້າໃນການທົດລອງ ເຮັດບໍລິການເກັບຂົນຂີ້ເຫຍື້້ອ ພາຍໃນບ້ານ ແບບຊຸມຊົນ ກຸ້ມຕົນເອງ, ຕາມຈຸດປະສົງເປົ້າໝາຍຂອງໂຄງການກຳນົດໄວ້.
ໃຫ້ກຽດມອບຂອງທ່ານ ບຸນເນົາ ຟອງຄໍາແດງ ຮອງເຈົ້ານະຄອນປາກເຊ ຜູ້ຊີ້ນຳໂຄງການ ແລະ ເປັນກຽດຮັບຂອງທ່ານ ຄໍາມະວົງ ພູທິໃຈ ນາຍບ້ານພັດທະນາຫ້ວຍຍາງຄໍາ (ບ້ານໃຫຍ່ຫ້ວຍຍາງຄໍາ) ມີຄະນະຜູ້ແທນຮ່ວມເປັນສັກຂີພະຍານ.
ໃນພິທີຄັ້ງນີ້ຍັງໄດ້ຮັບຟັງການຜ່ານແຜນຈັດຕັ້ງປະຕິບັດໂຄງການຂົນຍ້າຍ, ຄ່ຽນຖ່າຍ ແລະ ແຍກຂີ້ເຫຍື້ອມາໃຊ້ຄືນ ຢູ່ນະຄອນປາກເຊ ແຂວງຈຳປາສັກ ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງມີຈຸດປະສົງ ເພື່ອເປັນການເພີ່ມທະວີການຈັດເກັບຂີ້ເຫຍື້ອໃນຊຸມຊົນ ທີ່ລົດເກັບຂົນບໍ່ສາມາດເຂົ້າເຖິງ, ໂດຍສະເພາະ ຢູ່ຕາມທາງຊອຍນ້ອຍ, ຊຸມຊົນແອອັດ ທີ່ລົດບໍ່ສາມາດ ເຂົ້້າໄປເກັບຂົນໄດ້, ເພື່ອຫຼີກລ້ຽງການຖິ້ມຂີ້ເຫຍື້ອຊະຊາຍ ໃນທາງຮ່ອມທາງຊອຍ, ໜ້າເຮືອນ, ທັງບໍ່ໃຫ້ມີຂີ້ເຫຍື້້ອ ຄ້າງຫຼາຍວັນ ແລະ ຮັບປະກັນບໍ່ໃຫ້ຂີ້ເຫຍື້້ອ ທີ່ລໍຖ້າການເກັບຂົນ ຖືກສັດຄົ້ນກິນເສດອາຫານ ຫຼື ບຸກຄົນ ໄດ້ຮື້້ຄົ້ນຫາສິ່ງຂອງເສດເຫຼືອ, ເຊິ່ງຈະເຮັດໃຫ້ຂີ້ເຫຍື້້ອຊະຊາຍ. ນອກນີ້ ຍັງຊ່ວຍໃຫ້ອຳນາດການປົກຄອງບ້ານ ມີຄວາມສະດວກໃນການ ຕິດຕາມການຖິ້ມຂີ້ເຫຍື້ອ ຂອງປະຊາຊົນ ໃນແຕ່ລະຄອບຄົວ, ຕິດພັນກັບການເຮັດສັນຍາຄົວເຮືອນ ໃນການເສຍຄ່າບໍລິການເກັບຂົນຂີ້້ເຫຍື້້ອ ໃຫ້ຖືກຕ້ອງຄົບຖ້ວນ.
ຜ່ານບົດບັນທຶກການມອບ-ຮັບ ການນຳໃຊ້ ລົດເກັບຂົນຂີ້ເຫຍື້ອ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານ ໃຫ້ແກ່ອຳນາດການປົກຄອງ ບ້ານໃຫຍ່ຫ້ວຍຍາງຄຳ, ນະຄອນປາກເຊ ເພື່ອສ້າງໃຫ້ກາຍເປັນບ້ານເຂັ້ມແຂງຮອບດ້ານ ແລະ ບ້ານກຸ້ມຕົນເອງ; ແລະ ເພື່ອນຳໃຊ້ເຂົ້າໃນການທົດລອງເກັບຂົນຂີ້້ເຫຍື້້ອ 6 ເດືອນ (ເດືອນທີ 1 ຫາ ເດືອນທີ 6 ປີ 2025) ໃນຂອບເຂດບ້ານຕົນ ໃຫ້ມີຄວາມສະອາດສວຍງາມ, ຮັບປະກັນຕາມຈຸດປະສົງຂອງໂຄງການ, ເພີ່ມການຂົນຍ້າຍຂີ້ເຫຍື້້ອ ອອກຈາກເຂດຊຸມຊົນ ແລະ ບ້ານ.
ຂ່າວ-ພາບ: ຈັນທະວີສັກ





