ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບ້ານໜອງດາ ແລະ ບ້ານດ່ານຄໍາ ເມືອງສີໂຄດຕະບອງ ໄດ້ຮັບຜົນກະທົບຈາກນໍ້າຂອງຍຶ່ງຖ້ວມ

Sep 14, 2024

ປະຊາຊົນຫລາຍກວ່າ 200 ຄອບຄົວ, 500 ກວ່າຄົນໃນ 2 ບ້ານຄື: ບ້ານ ໜອງດາ ແລະ ບ້ານ ດ່ານຄໍາ ຂອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນທີ່ໄດ້ຮັບຜົນກະທົບຈາກແມ່ນໍ້າຂອງໄຫລຂຶ້ນຖ້ວມ ເຊິ່ງມາຮອດປັດຈຸບັນ ອົງການປົກຄອງບ້ານທັງ 3 ບ້ານໄດ້ເລັ່ງເຂົ້າໄປຊ່ວຍເຫລືອຢ່າງຮີບດ່ວນ.
ທ່ານ ເພັດລືໄຊ ດາສຸກ ນາຍບ້ານໆ ໜອງດາ ເມືອງສີໂຄດຕະບອງໃຫ້ສໍາພາດນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ປັດຈຸບັນ ອົງການປົກຄອງບ້ານຮ່ວມກັບກໍາລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບຕະຫລອດຮອດກໍາລັງຊາວໜຸ່ມບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພ້ອມກັນຮີບຮ້ອນເຂົ້າໄປຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຢ່າງທັນການ. ນອກນີ້ ຍັງໄດ້ແຕ່ງຕັ້ງໜ່ວຍງານຕ່າງ ເພື່ອລົງຕິດຕາມສະພາບ ແລະ ລະດັບນ້ໍາຂອງຢ່າງໂດຍສະເພາະແມ່ນເຂດທີ່ມີຄວາມສ່ຽງເປັນຕົ້ນ: ເຂດປະຕູນໍ້າບ້ານໜອງດາຫາບ້ານໃໝ່ ແລະ ບ່ອນອື່ນໆ.
ທ່ານ ສົມພອນ ຄອງປັນຍາ ຮອງນາຍບ້ານໆ ດ່ານຄໍາ ເມືອງສີໂຄດຕະບອງໃຫ້ສໍາພາດວ່າ: ສໍາລັບບ້ານດ່ານຄໍາ ມີປະຊາຊົນທີ່ໄດ້ຮັບຜົນກະທົບທັງໝົດ 8 ໜ່ວຍ 91 ຄອບຄົວ ມີ 489 ກວ່າຄອບ ຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ປັດຈຸບັນ ແມ່ນອົງການປົກຄອງບ້ານຮ່ວມກັບເຈົ້າໜ້າທີ່ທຸກຂັ້ນເປັນຕົ້ນ: ກໍາລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບຂັ້ນເມືອງ ແລະ ສູນກາງ, ປກສ ບ້ານ ຊາວໜຸ່ມ ບ້ານຕະຫລອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າໄປຊ່ວຍເຫລືອຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບຄັ້ງນີ້ເປັນທີ່ຮຽບຮ້ອຍ ເຊິ່ງສ່ວນຫລາຍແມ່ນໄປອາໃສຢູ່ນໍາຍາດພີ້ນ້ອງຂອງເຂົາເຈົ້າ.
ສໍາລັບບ້ານໜອງດາມີຈຸດທີ່ສ່ຽງຢູ່ 2 ຈຸດເຂດປະຕູນໍ້າບ້ານໜອງດາ ແລະ ເຂດຂົວນໍ້າມູນໜ່ວຍ 25 ເນື່ອງຈາກປະຊາຊົນປຸກເຮືອນຢູ່ບ່ອນຕໍ່າ, ສ່ວນບ້ານດ່ານຄໍາມີທັງໝົດ 3 ຈຸດ ຄື: ຮ່ອງ 13 ເຂດປໍ້ານໍ້າມັນບ້ານດ່ານຄໍາ ເຊິ່ງເປັນຈຸດເຊື່ອມຕໍ່ຫາບ້ານໜອງດາ, ເຂດທ່າເຮືອຂ້າມໄປບ້ານດອນຊິງຊູ້ ແລະ ຈຸດ 4 ແຍກຂອງບ້ານດ່ານຄໍາ, ນອກຈາກ 2 ບ້ານນີ້ແລ້ວ ຍັງມີປະຊາຊົນທີ່ອາໃສຢູ່ບ້ານດອນຊິງຊູ້ກໍ່ໄດ້ໄດ້ຮັບຜົນກະທົບຄືກັນ, ປັດຈຸບັນ ເຈົ້າໜ້າທີ່ທຸກພາກສ່ວນ ເຊັ່ນ: ກໍາລັງບ້ານ, ຊາວໜຸ່ມ ກໍາລັງຕໍາຫລວດ ທະຫານ ກໍາລັງພ້ອມຂຸ້ນຂ້ຽວຍົກຍ້າຍປະຊາຊົນ ລວມທັງ ເຄື່ອງຂອງຈໍາເປັນ ແລະ ສັດລ້ຽງຂອງປະຊາຊົນຂຶ້ນໄປຢູ່ບ່ອນທີ່ສູງ.%
ຂຽນໂດຍ: ບຸນຍັງ ພຸດສະຫວັດ
ພາບ: ຄໍາກອງ ກິດຕິຄຸນ
May be an image of 3 people, tree and body of water
No photo description available.