ໃນໂອກາດຮ່ວມທອດກະຖິນມະຫາສາມັກຄີ ລາວ-ໄທ ປະຈຳປີ 2025 ລະຫວ່າງວັນທີ 13-19 ຕຸລາ 2025 ທີ່ແຂວງສະຫວັນນະເຂດ ທີມແພດຈາກໂຮງໝໍພຣິ້ນ ແຂວງມຸກດາຫານ ປະເທດໄທ ໄດ້ຈັດກິດຈະກຳ ກວດສຸຂະພາບ ແລະ ກວດຕາໂດຍບໍ່ເສຍຄ່າ ໃຫ້ປະຊາຊົນ ໃນວັນທີ 17 ຕຸລາ 2025 ທີ່ສູນການຄ້າສະຫວັນໄອເຕັກ ແຂວງສະຫວັນນະເຂດ.

ທ່ານ ນາງ ພັດທະຣາສອນ ນົບພະຣິດ ຜູ້ຈັດການຝ່າຍປະຕິບັດການທາງຄລີນິກ ໂຮງໝໍພຣິ້ນ ມຸກດາຫານ ໄດ້ໃຫ້ສຳພາດວ່າ : ການຈັດກິດຈະກຳເພື່ອສຸຂະພາບຄັ້ງນີ້ ເປັນການຮ່ວມມືລະຫວ່າງ ກົງສູນໄທປະຈຳແຂວງສະຫວັນນະເຂດກັບພະແນກສາທາລະນະສຸກແຂວງ ແລະ ໂຮງໝໍ ຈັດກິດຈະກຳກວດສຸຂະພາບໃຫ້ປະຊາຊົນໂດຍບໍ່ເສຍຄ່າ. ການກວດສຸຂະພາບລວມມີ : ກວດທົ່ວໄປ, ກວດສຸຂະພາບຕາຄົບວົງຈອນ, ແຈກຢາຍຢາປົວພະຍາດ ແລະ ໃຫ້ຄຳແນະນຳກ່ຽວກັບສຸຂະພາບຕື່ມອີກ. ກິດຈະກຳຄັ້ງນີ້ ນອກຈາກເຮັດໃຫ້ປະຊາຊົນມີສຸຂະພາບທີ່ດີແລ້ວ ຍັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດລາວ-ໄທ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ຫຼັງຈາກສຳເລັດກິດຈະກຳແລ້ວ ທີມງານແພດຈາກໂຮງໝໍພຣິ້ນ ຍັງຈະຢູ່ຮ່ວມທອດຖວາຍມະຫາກະຖິນທີ່ວັດສຸນັນທາຣາມ ນະຄອນໄກສອນພົມວິຫານ ຕື່ມອີກ.
ຂ່າວ-ພາບ : ວສລ


