ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິການລົດເມສາທາລະນະໂດຍບໍ່ເສຍຄ່າ ໃນໂອກາດບຸນນະມັດ ສະການທາດຫລວງ ປະຈໍາປີ 2024

Nov 7, 2024

ຄະນະຮັບຜິດຊອບຈັດງານບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2024 ໃຫ້ຮູ້ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 5 ພະຈິກ 2024 ວ່າ: ລັດວິສາຫະກິດລົດເມນະຄອນຫລວງວຽງຈັນ ຈະໃຫ້ບໍລິການລົດເມສາທາລະນະໂດຍບໍ່ເສຍຄ່າໃນໄລຍະບຸນທາດຫລວງປີນີ້. ໃນນີ້ ສະເພາະໃນໄລຍະແຕ່ວັນທີ 11-15 ພະຈິກ 2024 ຈະໃຫ້ບໍລິການພິເສດ 9 ສາຍທາງ ເລີ່ມແຕ່ເວລາ 17 ໂມງ 00 ນາທີ ຫາ 22 ໂມງ 30 ນາທີ ໃນນັ້ນ ລວມມີສາຍທາງ:
– ທ່າງ່ອນ-ທາດຫລວງ
– ດົງໂດກ-ທາດຫລວງ
– ໂພນຕ້ອງ-ທາດຫລວງ
– ໜອງໄຮ-ໄອເຕັກ-ທາດຫລວງ
– ຫົວຂົວ-ດົງຄໍາຊ້າງ-ທາດຫລວງ
– ຂົວມິດຕະພາບ-ທາດຫລວງ
– ບ້ານຮ່ອມ-ທາດຫລວງ
– ນາລ້ອງ-ສິມມະໂນ-ທາດຫລວງ
– ສີໄຄ-ທາດຫລວງ.
ສໍາລັບຈຸດທີ່ມວນຊົນສາມາດຂຶ້ນລົດເມໂດຍບໍ່ເສຍຄ່າ ລວມມີ 6 ຈຸດ, ໃນນີ້ ມີ 2 ຈຸດໃຫຍ່ ຄື: ສະຖານີລົດເມຕະຫລາດຂົວດິນ (ສະຖາທີ່ດັ່ງກ່າວສາມາດນໍາເອົາລົດສ່ວນຕົວມາຈອດໄດ້) ແລະ ສູນການຄ້າ ລາວ-ໄອເຕັກ (ສະຖານທີ່ດັ່ງກ່າວສາມາດເອົານໍາລົດສ່ວນຕົວມາຈອດໄດ້) ແລະ ອີກ 4 ຈຸດຂຶ້ນຍ່ອຍ ຄື: ສີ່ແຍກໄຟແດງໜອງບອນ, ທາງເຂົ້າສະພາແຫ່ງຊາດ, ສີ່ແຍກໄຟແດງທາດຫລວງພາຊ່າ ແລະ ຕໍ່ໜ້າສູນການຄ້າ ລາວ-ໄອເຕັກ. ບັນດາຈຸດຂຶ້ນ-ລົງລົດເມໂດຍບໍ່ເສຍຄ່າທັງໝົດ ແມ່ນໃຊ້ເວລາຂຶ້ນ-ລົງ ປະມານ 3-5 ນາທີ ເທົ່ານັ້ນ.
ໃນໂອກາດນີ້, ຄະນະຮັບຜິດຊອບຈັດງານດັ່ງກ່າວ ໄດ້ຮຽກ ຮ້ອງມາຍັງມວນຊົນໃຫ້ຫັນມາໃຊ້ລົດເມສາທາລະນະໃຫ້ຫລາຍຂຶ້ນ ເພື່ອຫລຸດຜ່ອນຄວາມແອອັດຕາມທ້ອງຖະໜົນ ແລະ ບໍ່ໃຫ້ມີອຸບັດຕິເຫດເກີດຂຶ້ນ.