ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍລິຄຳໄຊ ຈູດທຳລາຍຢາເສບຕິດ 4 ໂຕນກວ່າ

Oct 15, 2024

ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ໝູນວຽນມາ ຄົບຮອບ 23 ປີ (12 ຕຸລາ 2001–12 ຕຸລາ 2024) ໃນວັນທີ 15 ຕຸລາ 2024 ແຂວງບໍລິຄຳໄຊ ໄດ້ຈັດພິທີຈູດທໍາລາຍຢາເສບຕິດ ຢູ່ສູນບໍາບັດ ແລະ ຟື້ນຟູຜູ້ຕິດຢາເສບຕິດ ຢູ່ບ້ານໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ ໂດຍຢາເສບຕິດທີ່ຖືກທໍາລາຍມີຄື ຢາບ້າ, ຢາໄອສ, ກັນຊາ, ຢາອີ, ເຮໂລອິນ, ຢາສູບໄຟຟ້າ ແລະ ຄໍລະເຈນ. ເປັນຈໍານວນຫຼາຍກວ່າ 4 ໂຕນ ໂດຍການເປັນປະທານຂອງ ປອ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງບໍລິຄໍາໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ.
ທີ່ມາ : ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ